ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ, ໂຮງພິມພາກລັດ ແລະ ເອກະຊົນ ຢູ່ໃນນະຄອນຫຼວງວຽງຈັນ.
ເລື່ອງ: ເຊີນເຂົ້າຮ່ວມການປະມູນລາຄາ ຜະລິດປະຕິທິນ ປະຈຳປີ 2022.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງມາຍັງບັນດາບໍລິສັດ ແລະ ໂຮງພິມພາກລັດ ແລະ ເອກະຊົນ ເພື່ອເຂົ້າຮ່ວມການປະມູນລາຄາປະຕິທິນ ທຄຕລ ປະຈຳປີ 2022 ຕາມລາຍລະອຽດລຸ່ມນີ້:
]ລ/ດ |
ລາຍການ |
ພາບປະກອບ |
ຄຸນລັກສະນະ |
1 |
ປະຕິທິນ ແຂວນຝາ: ຈຳນວນ 30.000 ອັນ |
|
|
2 |
ປະຕິທິນຕັ້ງໂຕະ: ຈຳນວນ 20.000 ອັນ |
|
|
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
* ງວດທີ 1: ຊໍາລະ 15% ຂອງມູນຄ່າ ພາຍຫຼັງທີ່ເຊັນສັນຍາ ແລະ ຈົດທະບຽນສານເປັນທີ່ຮຽບຮ້ອຍແລ້ວ.
* ງວດທີ 2: ຊໍາລະ 85% ຂອງມູນຄ່າ ພາຍຫຼັງສົ່ງເຄື່ອງຄົບຕາມຈໍານວນ ແລະ ກວດກາຄວາມຖືກຕ້ອງຈາກຄະນະ
ກໍາມະການຂອງ ທຄຕລ ພາຍໃນ 30 ວັນລັດຖະການ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອໍານວຍການ
ລາຍລະອຽດເພີ່ມເຕີ່ມ: *******
ຮູບພາບຕົວຢ່າງສິນຄ້າ: