ໜັງສືແຈ້ງເຊີນ
ເຖິງ: ບັນດາທ່ານຫົວໜ້າບໍລິສັດ, ຜູ້ສະໜອງ ທີ່ເປັນຕົວແທນຈຳໜ່າຍເຄື່ອງໃຊ້ຫ້ອງການ/ເຄື່ອງມືການແພດ ທີ່ນັບຖື.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍື່ນຊອງປະມູນເຄື່ອງໃຊ້ຫ້ອງການ/ເຄື່ອງມືການແພດ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານ ຜູ້ສະໜອງ ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນລາຄາເຄື່ອງໃຊ້ຫ້ອງການ/ເຄື່ອງມືການແພດ ເພື່ອປະກອບເປັນເຄື່ອງຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງທະນາຄານ ລາຍລະອຽດສິນຄ້າ ມີດັ່ງຕາຕະລາງລຸ່ມນີ້:
ລ/ດ |
ລາຍການ |
ຈຳນວນ |
ລາຄາ/ຫົວໜ່ວຍ |
ໄລຍະການຈັດສົ່ງ |
1 |
ຜ້າອັດປາກ ມີ 3 ຊັ້ນ |
500 ກັບ |
|
|
2 |
ເຈວລ້າງມື Alcohol 70 ຂື້ນເມືອ ຂະໜາດ 500 ມລ/ກ໋ອງ |
100 ກ໋ອງ |
|
|
ສົ່ງມາທີ່ພະແນກຫ້ອງການບໍລິຫານ-ການເງິນ ສໍານັກງານໃຫຍ່, ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາຄານ C (ຂໍ້ທີ 1 ແລະ 2 ແມ່ນແຍກເປັນ 02 ຊອງ).
ສົ່ງເຂົ້າມາອີເມວ bidcommittee@bcel.com.la
ດັ່ງນັ້ນ ຈຶ່ງແຈ້ງມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມປະມູນໃນຄັ້ງນີ້.