ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກກະລາດ ປະຊາທິປະໄຕ ເອກກະພາບ ວັດທະນະຖາວອນ
ເຖິງ: ບັນດາທ່ານລູກຄ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ນັບຖື,
ເລື່ອງ: ມາດຕະການສະກັດກັ້ນ ແລະ ປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດ Covid 19 ຂອງ ທຄຕລ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານຊາບວ່າ: ປັດຈຸບັນ ມີພະນັກງານ ທຄຕລ ຈໍານວນໜຶ່ງ ໄດ້ກວດພົບເຊື້ອພະຍາດ Covid 19. ພາຍຫຼັງ ຜົນການກວດກາ ທຄຕລ ໄດ້ຈັດຕັ້ງປະຕິບັດໂດຍຜ່ານຂະບວນການຕິດຕາມ, ກວດກາ ຢ່າງລະອຽດທັນທີ ເພື່ອກໍານົດບັນດາຄວາມສ່ຽງ ແລະ ສະ ກັດກັ້ນການແຜ່ຂະຫຍາຍຂອງເຊື້ອພະຍາດດັ່ງກ່າວພາຍໃນ ທຄຕລ, ສໍາລັບພະນັກງານຜູ້ຕິດເຊື້ອ ແມ່ນໄດ້ເຂົ້າຮັບການປິ່ນປົວເປັນທີ່ຮຽບຮ້ອຍແລ້ວ, ສ່ວນພະນັກງານທີ່ໄດ້ພົວພັນກັບຜູ້ຕິດເຊື້ອ ແມ່ນໄດ້ໃຫ້ລາພັກກັກຕົວແຍກປ່ຽວ ແລະ ໄດ້ກວດຫາເຊື້ອພະຍາດໂຄວິດ 19, ພ້ອມທັງ ມີການຜັດປ່ຽນໝູນວຽນພະນັກງານມາປະຈໍາການ ໂດຍໃຫ້ມີການກວດວັດອຸນຫະພູມ ແລະ ປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດ. ທາງການຈັດຕັ້ງ ຂອງ ທຄຕລ ກໍ່ໄດ້ຮີບຮ້ອນປະຕິບັດມາດຕະການຢ່າງເຂັ້ມງວດ ໂດຍສະເພາະແມ່ນການສີດຜົ່ນຢາຂ້າເຊື້ອ, ການທໍາຄວາມສະອາດສໍານັກງານຈຸດທີ່ພະນັກງານກວດພົບເຊື້ອ ຕະຫຼອດເຖິງສະຖານທີ່ບໍລິການລູກຄ້າ ຢ່າງທັນທີທັນໃດ ແລະ ສືບຕໍ່ດໍາເນີນການທໍາຄວາມສະອາດເປັນປະຈໍາປົກກະຕິ ມື້ໜຶ່ງຫລາຍຄັ້ງ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຍາມໃດກໍ່ຖືສໍາຄັນ ຄວາມປອດໄພຂອງພະນັກງານ ແລະ ລູກຄ້າ ຂອງພວກເຮົາ ເປັນບູລິມະສິດອັນດັບໜຶ່ງ ແລະ ຂໍຢັ້ງຢືນວ່າ ບັນດາທ່ານ ຍັງສາມາດສືບຕໍ່ນໍາໃຊ້ບໍລິການ ຂອງ ທຄຕລ ໃນທົ່ວລະບົບ ໄດ້ຢ່າງເປັນປົກກະຕິ ດ້ວຍຄວາມປອດໄພ.
ຜູ້ອໍານວຍການ