ພິທີເຊັນສັນຍາວ່າດ້ວຍ
ການບໍລິການຊຳລະຄ່າບໍລິການຜ່ານລະບົບ ທຄຕລ ລະຫວ່າງ
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ
ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທີ່ ນະຄອນຫຼວງວຽງຈັນ, ວັນທີ 20 ທັນວາ 2021
ວັນທີ 20 ທັນວາ 2021, ຢູ່ທີ່ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການບໍລິການຊຳລະຄ່າບໍລິການຜ່ານລະບົບ ທຄຕລ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະນໍາກະຊວງອຸດສາຫະກຳ ແລະ ການຄ້າ, ຄະນະກົມຈາກທະນາຄານແຫ່ງ ສປປ ລາວ, ຄະນະອຳນວຍການ, ຄະນະພະແນກ, ສູນ ແລະ ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ການບໍລິການຊໍາລະຄ່າສາທາລະນຸປະໂພກຜ່ານລະບົບທະນາຄານ (ຫຼື Bill Payment) ຂອງ ທຄຕລ ໄດ້ເລີ່ມໃຫ້ບໍລິການທໍາອິດໃນປີ 2012 ແລະ ເປັນບໍລິການທີ່ໄດ້ມີການຊົມໃຊ້ຫຼາຍ. ມາຮອດປະຈຸບັນ, ທຄຕລ ໄດ້ໃຫ້ບໍລິການ Bill Payment ຮ່ວມກັບຫຼາຍພາກສ່ວນ ໃນນັ້ນປະກອບມີການໃຫ້ບໍລິການຊຳລະຄ່າສາທາລະນຸປະໂພກພື້ນຖານ ເຊັ່ນ: ຊຳລະຄ່າໄຟຟ້າ, ນໍ້າປະປາ, ຄ່າໂທລະສັບ, ຄ່າທໍານຽມທາງ, ຄ່າທໍານຽມພາສີທີ່ດິນ, ຄ່າພາສີອາກອນ, ຄ່າສາຍເຊົ່າ, ບັດນໍ້າມັນ, ຄ່າບັດຂ້າມຂົວມິດຕະພາບລາວ-ໄທແຫ່ງທີ່ 1 ແລະ ຊຳລະຄ່າງວດເຊົ່າສິນເຊື່ອ, ເຊິ່ງການບໍລິການ Bill Payment ທຄຕລ ໄດ້ພັດທະນາໃຫ້ສາມາດຊຳລະຜ່ານຫຼາຍຊ່ອງທາງຄື: ຜ່ານ ATM, BCEL One, BCEL i-Bank ແລະ ຜ່ານປ່ອງບໍລິການ ທຄຕລ. ຮອດທ້າຍເດືອນ 11 ປີ 2021, ທຄຕລ ມີ ຕູ້ ATM ຫຼາຍກວ່າ 400 ຕູ້, ຜຸ້ລົງທະບຽນນໍາໃຊ້ BCEL One ຫຼາຍຫວ່າ 700.000 Users ແລະ BCEL i-Bank ຫຼາຍກວ່າ 25.000 Users ກວມເອົາຕົວເລກຜູ້ນຳໃຊ້ລະບົບຊຳລະແບບອີເລັກໂທຣນິກຫຼາຍທີ່ສຸດໃນລະບົບທະນາຄານພາຍໃນປະເທດ, ເຊິ່ງ ທຄຕລ ພວກເຮົາເຊື່ອໝັ້ນວ່າ ຖ້າຂະຫຍາຍການຊຳລະແບບອີເລັກໂທຣນິກນີ້ອອກໄປໃຫ້ກວ້າງຂວາງເທົ່າໃດ ກໍ່ຈະເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ລູກຄ້າຂອງທະນາຄານໃນການຊົມໃຊ້ການບໍລິການຫຼາກຫຼາຍປະເພດເທົ່ານັ້ນ.
ການຮ່ວມມືລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນການໃຫ້ບໍລິການຊຳລະຄ່າບໍລິີການຜ່ານລະບົບ ທຄຕລ ໃນຄັ້ງນີ້ ໄດ້ເລີ່ມມີການຮ່ວມມືກັນພັດທະນາມາຕັ້ງແຕ່ທ້າຍປີ 2020 ທັງນີ້ກໍ່ເພື່ອອໍານວຍຄວາມສະດວກໃນການຊໍາລະຄ່າທໍານຽມ ແລະ ຄ່າບໍລິການເພື່ອຈົດທະບຽນ, ຕໍ່ທະບຽນ ຫຼື ປ່ຽນແປງຂໍ້ມູນ ກ່ຽວກັບຊັບສິນອຸດສາຫະກຳ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ຕ້ອງຊຳລະໃຫ້ກົມຊັບສິນທາງປັນຍາ ເພື່ອຊຳລະຜ່ານລະບົບທະນາຄານ ເຮັດໃຫ້ປະຊາຊົນ, ຜູ້ປະກອບການ ແລະ ບັນດາຜູ້ຕາງໜ້າສາມາດຊຳລະຄ່າທຳນຽມ ແລະ ຄ່າບໍລິການຕ່າງໆຜ່ານລະບົບທະນາຄານໄດ້ກວ້າງຂວາງ ແລະ ສະດວກຍິ່ງຂຶ້ນ.
ໃນປະຈຸບັນ ທຄຕລ ໄດ້ດຳເນີນການພັດທະນາລະບົບ ແລະ ໃຫ້ບໍລິການຊຳລະຄ່າທຳນຽມ ແລະ ຄ່າບໍລິການ ໄດ້ຜ່ານຊ່ອງທາງດຽວ ກໍ່ຄື ຜ່ານລະບົບ Bill Payment (ຜ່ານຊ່ອງທາງ BCEL i-Bank) ເພື່ອເປັນການລິເລີ່ມໃນການຮັບຊໍາລະຜ່ານລະບົບທະນາຄານ ແລະ ໃນອານາຄົດຂ້າງໜ້າ ທຄຕລ ກໍ່ມີແຜນຈະພັດທະນາການຊຳລະຜ່ານຊ່ອງທາງ BCEL One, ຜ່ານຊ່ອງທາງເຄົາເຕີ້ບໍລິການ ແລະ ຊ່ອງທາງອື່ນໆ ເພື່ອອໍານວຍຄວາມສະດວກສະບາຍໃຫ້ກັບບັນດາຕົວແທນ ແລະ ລູກຄ້າລາຍຍ່ອຍຂອງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຊຳລະຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ.
ນະໂອກາດນີ້ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນຂອງ ທຄຕລ ຕະຫຼອດມາ. ທຄຕລ ຈະສືບຕໍ່ພັດທະນາລະບົບການບໍລິການໃຫ້ມີຄວາມທັນສະໄໝ ແລະ ສືບຕໍ່ຮ່ວມມືກັບພາກສ່ວນອື່ນໆເພື່ອອໍານວຍຄວາມສະດວກໃນການຊຳລະສະສາງຕ່າງໆຂອງລູກຄ້າຜ່ານ ທຄຕລ ດ້ວຍເຄື່ອງມືທີ່ທັນສະໄໝ ຫຼື ໃນຍຸກແຫ່ງການບໍລິການທະນາຄານແບບດີຈີຕໍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
Website: www.bcel.com.la
Facebook: BCEL Bank
IG: BCEL Bank
TikTok: BCEL Bank
Youtube: BCEL Channel