ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ,ໂຮງພິມພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນລາຄາແບບຟອມ ທຄຕລ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບວ່າ ທຄຕລ ຈະໄດ້ປະເມີນຄັດເລືອກຜູ້ສະໜອງ ແບບຟອມ ແລະ ສີ່ງພິມ ຈຳນວນ 41 ລາຍການ, ລາຍລະອຽດຕິດຄັດດ້ານຫລັງ ເພື່ອມານຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ທະນາຄານ ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍືນຊອງເຂົ້າຮ່ວມປະມູນສີ່ງພິມ ແລະ ແບບຟອມ ດັ່ງມີລາຍລະອຽດຂ້າງລຸ່ມນີ້:
ເອກະສານ ຊອງທີ່1:
ເອກະສານ ຊອງທີ່2: (ປິດຊອງ)
ການຊໍາລະຈະຈ່າຍເປັນງວດດຽວ 100 % ຂອງມູນຄ່າ ພາຍຫຼັງໄດ້ຮັບເຄື່ອງຄົບຖ້ວນ, ໄດ້ຮັບການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ແລະ ກວດກາຄວາມຖືກຕ້ອງຈາກຄະນະກຳມະການຕິດຕາມກວດກາ ພາຍໃນ 20 ວັນລັດຖະການ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອຳນວຍການ