ໜັງສືແຈ້ງເຊີນ
ເຖິງ: ບໍລິສັດ, ຫ້າງຮ້ານ, ເຈົ້າຂອງວິສາຫະກິດ ຮ້ານຂາຍຄໍາ ແລະ ເຄື່ອງປະດັບເຈເວີລີ ພາຍໃນ ນະຄອນຫຼວງວຽງຈັນ ທີ່ນັບຖື.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍື່ນຊອງປະມູນ ຜະລິດເຂັມຂັດ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານຜູ້ສະໜອງ ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນລາຄາ ເຂັມຂັດ ໂລໂກ້ ທຄຕລ ລາຍລະອຽດ ມີດັ່ງຕາຕະລາງລຸ່ມນີ້:
ລໍາດັບ |
ລາຍລະອຽດ |
ຮູບແບບຕົວຢ່າງ ເຂັມຂັດ ທຄຕລ |
ຈໍານວນ |
1 |
-ເຂັມຂັດທີ່ເຮັດດ້ວຍທອງເຫຼືອງ ຍ້ອມນໍ້າຄໍາ 18 K, ຈໍານວນ 2.160 ອັນ (ນໍ້າໜັກ ປະມານ 9,40 g ຂື້ນໄປ/ອັນ).
ດ້ານໜ້າ
-ສະຫຼັກລາຍ ໂລໂກ້ ທຄຕລ (ຕາມຮູບ), ປໍ້າຕົວໜັງສືນູນ. -ຂະໜາດໜ້າກວ້າງ 02*02 ຊມ ແລະ ດ້ານຂ້າງໜາ 02 ມມ.
ດ້ານຫຼັງ
-ດ້ານຫຼັງເປັນໝຸດ(ເຂັມ) ສາມາດປັກເສື້ອໄດ້ພ້ອມຝາປິດ. |
|
2.160 ອັນ |
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານຜູ້ມີຄວາມສົນໃຈ ຍື່ນຊອງເຂົ້າຮ່ວມການປະມູນລາຄາໃນຄັ້ງນີ້ດ້ວຍ.
ຜູ້ອໍານວຍການ