ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຕິດຕັ້ງສ້ອມແປງ/ຕົວແທນຈໍາໜ່າຍອຸປະກອນໄອທີ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນລາຄາການບໍລິການບໍາລຸງຮັກສາ ໝໍ້ເກັບໄຟຟ້າສຳຮອງ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງບັນດາບໍລິສັດ ທີ່ສົນໃຈເຂົ້າຮ່ວມຍື່ນຊອງປະ ມູນລາຄາ ການບໍລິການບຳລຸງຮັກສາ ໝໍ້ເກັບໄຟຟ້າສຳຮອງ (UPS) ແບບບໍ່ລວມອາໄຫຼ່ ດັ່ງມີລາຍລະອຽດລຸ່ມນີ້:
ລ/ດ
|
ລາຍການ
|
ລາຍລະອຽດໜ້າວຽກ
|
ຈຳນວນ (ໜ່ວຍ)
|
1
|
UPS APC 40kva
|
- ຜູ້ຮັບເໝົາຕ້ອງລົງກວດກາ ແລະ ບຳລຸງຮັກສາ UPS ທຸກໆ 3 ເດືອນ ລວມ 4 ຄັ້ງ/ປີ (ບໍລິການຕະຫຼອດ 24 ຊມ ສະ ເພາະຕອນຈັກມີບັນຫາ).
- ກວດເຊັກລະບົບໄຟເຂົ້າ-ອອກ UPS.
- ກວດເຊັກເປີເຊັນຂອງການໃຊ້ໄຟ (% Load) ແລະ ເວລາທີ່ Battery UPS ບໍ່ສາມາດຈ່າຍກະແສ ໄຟຟ້າໄປລ້ຽງ Load ໃນຫ້ອງ Server ແລະ PC.
- ກວດເຊັກການທຳງານຂອງພັດລົມ Power module ພ້ອມ ອະນາໄມ.
- ກວດເຊັກ Battery ພ້ອມອະນາໄມ.
- ທຳຄວາມສະອາດທາງນອກ ແລະ ໃນ ຂອງ UPS.
- ກວດເຊັກການທຳງານທີ່ຜ່ານມາຂອງ UPS (checking Even log).
ໝາຍເຫດ: ການບໍາລຸງຮັກສາ ແມ່ນບໍ່ລວມຄ່າອາໄຫຼ່ ຫຼື ອຸປະ ກອນທີ່ເກີດຈາກການຫຼຸ້ຍຫ້ຽນ ຫຼື ໝົດອາຍຸການໃຊ້ງານ
|
2
|
2
|
UPS APC 30kva
|
5
|
3
|
Symmetra 64k
|
1
|
4
|
UPS APC 80kva
|
2
|
8 ເງື່ອນໄຂຂອງຜູ້ສະໜອງ ທີ່ມີຄວາມຕ້ອງການຍື່ນຊອງປະມູນຕ້ອງປະກອບເອກະສານດັ່ງນີ້:
a ເອກະສານຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດດ້ານອຸປະກອນໄອທີ, ເຄື່ອງໃຊ້ໄຟຟ້າ, ຕິດຕັ້ງໄຟຟ້າ, ຕ້ອງມີວິຊາການສະເພາະ ແລະ ດຳເນີນທຸລະກິດ ຢ່າງໜ້ອຍ 03 ປີຂຶ້ນໄປ, ພ້ອມທັງສໍາເນົາໃບທະ ບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປີ 2021, ຜົນງານຜ່ານມາທີ່ເຄີຍສະໜອງ ການບໍລິການບຳ ລຸງຮັກສາ UPS ໃຫ້ພາກສ່ວນອື່ນ, ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ (ຖ້າມີ) ແລະ ຂໍ້ມູນຕ່າງໆ ຕາມ format ທີ່ຕິດຄັດມາພ້ອມນີ້.
- ເອກະສານຂ້າງເທິງແມ່ນໃຫ້ຍື່ນກ່ອນ ວັນສຸກ ວັນທີ 22/07/2022 ເວລາ 11:00 ໂມງ ໂດຍການສົ່ງຟາຍເຂົ້າ E-mail: procurement@bcel.com.la
a ເອກະສານຊອງທີ 2 (ປິດຊອງ):
- ໃບສະເໜີລາຄາໃຫ້ລະບຸລາຄາຫົວໜ່ວຍແຕ່ລະລາຍການ ແລະ ລວມມູນຄ່າອາກອນທັງໝົດເປັນສະກຸນເງິນກີບໃຫ້ຄົບຖ້ວນ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 29/08/2022) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ໃນ ວັນສຸກ ວັນທີ 29/07/2022 ເວລາ 09:00 ໂມງ ແມ່ນມື້ເປີດຊອງປະມູນ ສະນັ້ນໃຫ້ຜູ້ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ມາຍື່ນຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 3 ອາຄານ C.
a ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
a ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະບຽນສັນຍາ.
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນ ແມ່ນບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ, ແຕ່ຈະຄັດຈາກປະສົບການ ແລະ ແກ້ໄຂບັນຫາຕ່າງໆໄດ້ ໃນເມື່ອ UPS ມີບັນຫາ ທາງກາງເວັນ ແລະ ກາງຄືນ, ຄວາມຊໍານານງານພ້ອມ.
a ການຊໍາລະແບ່ງຈ່າຍເປັນ 4 ງວດ: ງວດລະ 25% ຂອງມູນຄ່າສັນຍາທັງໝົດ, ເຊິ່ງຈະຊໍາລະພາຍໃນ 7 ວັນລັດຖະການ ນັບຈາກການໃຫ້ບໍລິການແຕ່ລະຄັ້ງສໍາເລັດ ແລະ ໄດ້ຮັບການຢັ້ງຢືນຈາກ ທຄຕລ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອຳນວຍການ
ສອບຖາມເພີ່ມເຕີ່ມ:
ທ່ານ ຈັນທະພອນ 5533 4674
ທ່ານ ສຸດທະນົງ 2222 1248