ໜັງສືແຈ້ງເຊີນ
ເຖິງ: ບັນດາທ່ານຫົວໜ້າບໍລິສັດ, ຜູ້ສະໜອງ ທີ່ເປັນຕົວແທນຈຳໜ່າຍປະເພດເຄື່ອງຈັກນັບເງິນ.
ເລື່ອງ: ເຊີນເຂົ້າຮ່ວມຍື່ນຊອງລາຄາ ເຄື່ອງຈັກນັບ-ຄັດໄຈ້-ກວດເງິນປອມ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານ ຜູ້ສະໜອງເຄື່ອງຈັກ ຍື່ນຊອງປະມູນ ເຄື່ອງຈັກທີ່ສາມາດ: ນັບເງິນ-ຄັດໄຈ້ເງິນ-ກວດເງິນປອມໄດ້ຫຼາຍສະກຸນ ເພື່ອປະກອບເປັນເຄື່ອງມືຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງທະນາຄານ ຄື: ເຄື່ອງຈັກນັບກວດເງິນປອມ-ໄຈ້ປົນ-ລຽງໜ້າໃບເງິນ ລຸ້ນ 2 (1+1) ຊ່ອງ ຈໍານວນ 03 ໜ່ວຍ, ເຄື່ອງຈັກນັບ-ຄັດໄຈ້ເງິນລຸ້ນ 4 (3+1) ຊ່ອງ ຈໍານວນ 01 ໜ່ວຍ ຕາມເງື່ອນໄຂດັ່ງລຸ່ມນີ້:
Ø ເອກະສານ ຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍເຄື່ອງຈັກນັບເງິນ, ຕ້ອງມີວິຊາການ ກ່ຽວກັບເຄື່ອງຈັກດັ່ງກ່າວໂດຍສະເພາະ ແລະ ມີປະສົບການ ຢ່າງໜ້ອຍ 3 ປີຂຶ້ນໄປ (ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ 3 ປີ ຍ້ອນຫຼັງ (2019, 2020, 2021) ແລະ ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ).
- ເອກະສານລາຍລະອຽດສະເປັກສິນຄ້າ, ການຮັບປະກັນ, ໄລຍະຈັດສົ່ງ, ການອັບເດດ Software, ການ
ຝຶກອົບຮົມການໃຊ້ງານໃຫ້ພະນັກງານ ທຄຕລ, ລະບຸປີຜະລິດ-ປະເທດຜະລິດສິນຄ້າ, ການບຳລຸງຮັກ
-
- ຄວາມສາມາດຂອງຈັກ 2 ຊ່ອງ ຢ່າງໜ້ອຍ: ນັບເງິນ ກວດເງິນປອມ ໄຈ້ເງິນ ແລະ ລຽງໜ້າເງິນ; ກວດເງິນປອມໄດ້ 6 ສະກຸນເງິນ (LAK, USD, CNY, THB, EUR, GBP); ຄວາມໄວໃນການນັບຢ່າງໜ້ອຍ 650 ໃບ/ນາທີ; ຊ່ອງຮັບເງິນທີ່ນັບແລ້ວ 200 ໃບ, ມີຈໍນອກເສີມ.
- ຄວາມສາມາດຂອງຈັກ 4 ຊ່ອງ ຢ່າງໜ້ອຍ: ນັບເງິນ ກວດເງິນປອມ ລຽງໜ້າເງິນ ແລະ ຄັດແຍກເງິນເກົ່າ-ໃໝ່ ໄດ້; ສາມາດຄັດແຍກຕ່າງສະກຸນເງິນພ້ອມກັນໄດ້; ກວດເງິນປອມໄດ້ 6 ສະກຸນເງິນ (LAK, USD, CNY, THB, EUR, GBP); ຄວາມໄວໃນການນັບ 700 ໃບ/ນາທີ; ຊ່ອງຮັບເງິນທີ່ນັບແລ້ວ 200 ໃບ.
- ບໍລິສັດໃດທີ່ມີເງື່ອນໄຂໃຫ້ຈ່າຍຜ່ອນ ຫຼື ເຊົ່າ ແມ່ນໃຫ້ລະບຸມາພ້ອມ.
- ເອກະສານຂ້າງເທິງແມ່ນໃຫ້ຍື່ນກ່ອນ ວັນສຸກ ທີ 09/09/2022 ເວລາ 11:00 ໂມງ ໂດຍການສົ່ງຟາຍເຂົ້າ E-mail: procurement@bcel.com.la.
Ø ເອກະສານ ຊອງທີ 2 (ປິດຊອງ):
- ໃບສະເໜີລາຄາໃຫ້ລວມອາກອນມູນຄ່າເພີ່ມ ພ້ອມທັງລະບຸເປັນສະກຸນເງິນກີບ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຢ່າງໜ້ອຍ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 21/10/2022) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ໃນ ວັນພຸດ ວັນທີ 21/09/2022 ເວລາ 09:00 ໂມງ ແມ່ນມື້ເປີດຊອງປະມູນ ສະນັ້ນໃຫ້ຜູ້ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ມາຍື່ນຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 5 ອາຄານ C.
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກ ຕ້ອງຕາມການກຳນົດຂ້າງເທິງ. ການຄັດເລືອກຜູ້ສະໜອງ ແມ່ນຈະໄດ້ຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ).
ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະ ບຽນສັນຍາ.
- ຖ້າຜູ້ຊະນະການປະມູນ ປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 90% ພາຍຫຼັງໄດ້ຮັບສິນຄ້າຖືກຕ້ອງຄົບຖ້ວນ ແລະ ຜ່ານການກວດກາຈາກທັງ 02
ຝ່າຍ ພາຍໃນ 20 ວັນລັດຖະການ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າສັນຍາ ພາຍຫຼັງຮັບສິນຄ້າ 06 ເດືອນ.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນລາຄາໃນຄັ້ງນີ້ດ້ວຍ.
ຜູ້ອຳນວຍການ