ໜັງສືແຈ້ງເຊີນ
ເຖິງ: ບັນດາທ່ານຫົວໜ້າບໍລິສັດ, ຜູ້ສະໜອງ ທີ່ເປັນຕົວແທນຈຳໜ່າຍປະເພດເຄື່ອງຈັກນັບເງິນ.
ເລື່ອງ: ເຊີນເຂົ້າຮ່ວມຍື່ນຊອງລາຄາ ເຄື່ອງຈັກນັບເງິນ ຈໍານວນ 04 ໜ່ວຍ (ຕັ້ງໂຕະ 02 ໜ່ວຍ
ແລະ ຕັ້ງພື້ນ 02 ໜ່ວຍ) ແລະ ເຄື່ອງຈັກມັດເງິນ ຈໍານວນ 01 ໜ່ວຍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານ ຜູ້ສະໜອງເຄື່ອງຈັກ ຍື່ນຊອງປະມູນ ເຄື່ອງຈັກນັບເງິນ ຈໍານວນ 04 ໜ່ວຍ (ຕັ້ງໂຕະ 02 ໜ່ວຍ ແລະ ຕັ້ງພື້ນ 02 ໜ່ວຍ) ແລະ ເຄື່ອງຈັກມັດເງິນ ຈໍານວນ 01 ໜ່ວຍ, ເພື່ອປະກອບເປັນເຄື່ອງມືຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງທະ ນາຄານ ຕາມເງື່ອນໄຂດັ່ງລຸ່ມນີ້:
Ø ເອກະສານ ຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍເຄື່ອງຈັກນັບເງິນ, ຕ້ອງມີວິຊາການ ກ່ຽວກັບເຄື່ອງຈັກດັ່ງກ່າວໂດຍສະເພາະ ແລະ ມີປະສົບການ ຢ່າງໜ້ອຍ 3 ປີຂຶ້ນໄປ (ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ 3 ປີ ຍ້ອນຫຼັງ (2019, 2020, 2021) ແລະ ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ).
- ເອກະສານລາຍລະອຽດສະເປັກສິນຄ້າ, ຍີ່ຫໍ້ເຄື່ອງຈັກ, ການຮັບປະກັນ, ໄລຍະຈັດສົ່ງ, ການຝຶກອົບຮົມການໃຊ້ງານໃຫ້ພະນັກງານ ທຄຕລ, ລະບຸປີຜະລິດ-ປະເທດຜະລິດສິນຄ້າ, ການບຳລຸງຮັກສາ-ການບໍລິການຫຼັງການຂາຍ, ແລະ ເງື່ອນໄຂອື່ນໆຢ່າງລະອຽດຕາມ Format ຄັດຕິດມາພ້ອມນີ້:
- ຄວາມສາມາດຂອງເຄື່ອງຈັກນັບເງິນ (ຢ່າງໜ້ອຍ):
- ລະບົບການນັບເງິນເປັນລະບົບລົມດູດ (Vacuum Feed system).
- ຄວາມໄວໃນການນັບເງິນແມ່ນ ຢ່າງໜ້ອຍ 1.500 ໃບ/ນາທີ.
- ຊ່ອງໃສ່ເງິນສາມາດໃສ່ເງິນໄດ້ເຖິງ 200 ໃບ.
- ຕົວເລກສະແດງຜົນຂະໜາດໃຫຍ່ ດ້ວຍລະບົບດິຈິຕອນ ແບບ LED ເຫັນໄດ້ຢ່າງຊັດເຈນງ່າຍໃນການເບິ່ງ, ສະແດງຜົນລວມສູງເຖິງ 05 ຫຼັກ ແລະ ສະແດງຜົນຈໍານວນໄດ້ 03 ຫຼັກ.
- ສາມາດກໍານົດການເຮັດວຽກຂອງເຄື່ອງໄດ້ທັງລະບົບ Auto ແລະ ລະບົບ Manual
- ມີສັນຍານເຕືອນເມື່ອມີການນັບຈໍານວນເງິນບໍ່ຖືກຕ້ອງຕາມທີ່ກໍານົດ ແລະ ແຈ້ງຈໍານວນທີ່ບໍ່ຖືກຕ້ອງ.
- ສາມາດນັບເງິນໃໝ່,ເກົ່າ ລວມກັນໄດ້ຢ່າງມີປະສິດທິພາບ.
- ມີສິນຄ້າໃຫ້ ທຄຕລ ທົດລອງຢ່າງໜ້ອຍ 01 ອາທິດ.
- ຄວາມສາມາດຂອງເຄື່ອງຈັກມັດເງິນ (ຢ່າງໜ້ອຍ):
- ລໍ້ຍູ້ໄປມາສະດວກສະບາຍ.
- ມີສຽງຫງຽບ ແລະ ປະຢັດໄຟ.
- ມີລະບົບ TORQUE TENSION ສໍາລັບຕ້ອງການໃຫ້ມັດແໜ້ນ.
- ມີລະບົບ STOROUE TENSION ສໍາລັບການໃຊ້ງານປົກກະຕິ ແລະ ຄວາມໄວໃນການຮັດ.
- ສາມາດໃຊ້ເຊືອກໄດ້ຫຼາຍຂະໜາດ ເຊັ່ນ: 5mm, 6mm, 9mm, 12mm, 15.5 mm.
- ໃຊ້ໄຟຟ້າ 220V ທົ່ວໄປ.
- ມີສິນຄ້າໃຫ້ ທຄຕລ ທົດລອງຢ່າງໜ້ອຍ 01 ອາທິດ.
- ບໍລິສັດໃດທີ່ມີເງື່ອນໄຂໃຫ້ຈ່າຍຜ່ອນ ຫຼື ເຊົ່າ ແມ່ນໃຫ້ລະບຸມາພ້ອມ.
- ເອກະສານຂ້າງເທິງແມ່ນໃຫ້ຍື່ນກ່ອນ ວັນສຸກ ທີ 25/11/2022 ເວລາ 11:00 ໂມງ ໂດຍການສົ່ງຟາຍເຂົ້າ E-mail: procurement@bcel.com.la.
Ø ເອກະສານ ຊອງທີ 2 (ປິດຊອງ):
- ໃບສະເໜີລາຄາໃຫ້ລວມອາກອນມູນຄ່າເພີ່ມ ພ້ອມທັງລະບຸເປັນສະກຸນເງິນກີບ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຢ່າງໜ້ອຍ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 06/01/2023) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ໃນ ວັນຄານ ວັນທີ 06/12/2022 ເວລາ 09:00 ໂມງ ແມ່ນມື້ເປີດຊອງປະມູນ ສະນັ້ນໃຫ້ຜູ້ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ມາຍື່ນຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 3 ອາຄານ C.
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກ ຕ້ອງຕາມການກຳນົດຂ້າງເທິງ. ການຄັດເລືອກຜູ້ສະໜອງ ແມ່ນຈະໄດ້ຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ). ການປະມູນຄັ້ງນີ້ແມ່ນຈະພິຈາລະນາເປັນແຕ່ລະລາຍການສິນຄ້າ (ບໍ່ໄດ້ເລືອກຍອດລວມ)
ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະ ບຽນສັນຍາ.
- ຖ້າຜູ້ຊະນະການປະມູນ ປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 90% ພາຍຫຼັງໄດ້ຮັບສິນຄ້າຖືກຕ້ອງຄົບຖ້ວນ ແລະ ຜ່ານການກວດກາຈາກທັງ 02
ຝ່າຍ ພາຍໃນ 20 ວັນລັດຖະການ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າສັນຍາ ພາຍຫຼັງຮັບສິນຄ້າ 06 ເດືອນ.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນລາຄາໃນຄັ້ງນີ້ດ້ວຍ.
ຜູ້ອຳນວຍການ