ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຫ້າງຮ້ານຕົວແທນຈໍາໜ່າຍອຸປະກອນໄອທີ ໃນນະຄອນຫຼວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນລາຄາ ເຮືອນຄິວທັນສະໄໝ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນຈຳ ໜ່າຍເຄື່ອງໄອທີຊາບວ່າ ທຄຕລ ມີຄວາມຕ້ອງການ ເຮືອນຄິວທັນສະໄໝ ຈຳນວນ 07 ໜ່ວຍ , ເພື່ອມານຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ທະນາຄານ ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍືນຊອງເຂົ້າຮ່ວມປະມູນລາຄາ ດັ່ງມີລາຍລະອຽດຂ້າງລຸ່ມນີ້:
ລ.ດ |
ລາຍລະອຽດ |
ຈໍານວນ |
ໝາຍເຫດ |
1. |
|
07 ໜ່ວຍ |
ບໍລິສັດສາມາດເຂົ້າມາເບິ່ງສິນຄ້າຕົວຈິງໄດ້ຢູ່ສຳນັກງານໃຫຍ່ (ຂະແໜງບໍລິການລູກຄ້າ VIP ຊັ້ນ 2ຕຶກ A) ໂດຍສົມທົບກັບພະນັກງານເຕັກນິກໄອທີ ຂອງ ທຄຕລ ໄດ້. |
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອຳນວຍການ