ໜັງສືແຈ້ງເຊີນປະມຸນ
ເຖິງ : ບັນດາບໍລິສັດຮັບເໝົາກໍ່ສ້າງ, ສ້ອມແປງ ແລະ ຕົບແຕ່ງ.
ເລື່ອງ : ແຈ້ງເຊີນເຂົ້າຮ່ວມຍື່ນຊອງປະມູນລາຄາວຽກງານຕົບແຕ່ງໜ່ວຍບໍລິການຂົວມິດຕະພາບ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາບໍລິສັດຮັບເໝົາ ກໍ່ສ້າງ, ສ້ອມແປງ ແລະ ຕົບແຕ່ງ ກ່ຽວກັບການສະເໜີເງື່ອນໄຂ ແລະ ຂັ້ນຕອນໃນການປະກອບເອກະສານຢື່ນຊອງ ປະມູນລາຄາວຽກການຕົບແຕ່ງໜ່ວຍບໍລິການຊາຍຂົວມິດຕະພາບ ເຊິ່ງຕັ້ງຢູ່ ບ້ານດົງໂພສີ ເມືອງຫາດຊາຍຟອງ ແຂວງ ນະຄອນຫຼວງວຽງຈັນ ໂດຍມີເນື້ອໃນດັ່ງນີ້:
- ເງື່ອນໄຂການປະກອບເອກະສານການປະມູນດັ່ງນີ້:
- ເອກະສານດ້ານລາຄາໃບປະເມີນລາຄາລວມອາກອນມູນຄ່າເພີ່ມ 7% ຕ້ອງເປັນສະກຸນເງິນກີບ 1 ຊຸດ
- ໜັງສືຄໍ້າປະກັນການປະມູນ: ຜູ້ຮັບເໝົາຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທີ່ສະ ເໜີລາຄາທັງໝົດດ້ວຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນ ຕ້ອງເຖິງວັນທີ 07/03/2023) ຫຼື ແຊັກທີ່ວີຊາແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນປະ ມູນ ທຄຕລ ຈະສົ່ງໜັງສືຄໍ້າປະກັນ ຫຼື ແຊັກດັ່ງກ່າວຄືນ. ສໍາລັບຜູ້ຊະນະປະມູນແມ່ນຈະສົ່ງຄືນພາຍ ຫຼັງເຊັນສັນຍາ.
- ໃບທະບຽນວິສາຫະກິດ
- ໃບອະນຸຍາດດຳເນີນທຸລະກິດປີ 2021 ຫຼື 2022
- ທຶນຈົດທະບຽນວິສາຫະກິດ 1 ຕື້ກີບຂຶ້ນໄປ
- ໃບຢັ້ງຢືນການເສຍອາກອນປີ 2021 ຫຼື 2022
- ໃບຢັ້ງຢືນຜົນງານ ແລະ ປະສົບການທີມງານທີ່ມີສີມືທາງດ້ານການຕົບແຕ່ງທະນາຄານ ຫຼື ສໍານັກງານ ຫ້ອງການຢ່າງໜ້ອຍ 3 ໂຄງການ
- ວັນຄານ, ວັນທີ 07/02/2023, ເວລາ 09:00 ໂມງ ແມ່ນມື້ເປີດຊອງປະມູນຊ່ອງໜ້າຄະນະກໍາ ມະການ ທຄຕລ, ບໍລິສັດຜູ້ຮັບເໝົາຕ້ອງຍື່ນຊອງດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມເປີດຊອງ ປະມູນທີ່ຫ້ອງປະຊຸມຊັ້ນ 03 ຕຶກ C;
- ລາຄາທີ່ສະເໜີມາຕ້ອງເປັນລາຄາທີ່ສາມາດຕົບແຕ່ງເອງ ແລະ ບໍ່ໃຫ້ເປັນການປະມູນໃນນາມນາຍໜ້າ ຫຼື ຂາຍຕໍ່ໃຫ້ບໍລິສັດອື່ນ.
- ບໍລິສັດຕ້ອງລົງສໍາຫຼວດເບິ່ງສະຖານທີ່ຕົວຈິງກ່ອນຍື່ນຊອງປະມູນລາຄາ;
- ການພົວພັນ ແລະ ໄລຍະເວລາການຮັບເໝົາ
- ສາມາດສອບຖາມລາຍສະອຽດເພີ່ມເຕີມກ່ຽວກັບເຕັກນິກການຕົບແຕ່ງ ຫຼື ລົງສໍາຫຼວດສະຖານທີ່ຕົບແຕ່ງ ຈາກວັນທີ 24/01/2023-03/02/2023, ໃນຊ່ວງເວລາ 08:30-11:30 ໂມງ ແລະ 13:30-16:00 ໂມງ ທີ່ໝາຍເລກໂທລະສັບ 021 213200-414 ນອກຈາກເວລາດັ່ງກ່າວແລ້ວ ທຄຕລ ຈະຂໍສະຫງວນ ສິດໃນການຕອບຄໍາຖາມໃດໆທັງໝົດ.
- ບໍລິສັດສາມາດພົວພັນເອົາເອກະສານ ເລີ່ມແຕ່ວັນທີ 24/01/2023-03/02/2023, ເວລາ 08:30-15:30 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ຊັ້ນ 04 ຕຶກ C ສໍານັກງານໃຫຍ່, ຄ່າທໍານຽມເອ ກະສານ 1.000.000 ກີບ/ຊຸດ, ລາຍລະອຽດເອກະສານປະກອບມີດັ່ງນີ້:
- ໃບປະເມີນລາຍການໜ້າວຽກ 1 ຊຸດ;
- ແບບຕົບແຕ່ງ 1 ຊຸດ.
- ໄລຍະການຮັບເໝົາຕົບແຕ່ງບໍ່ເກີນ 3 ເດືອນ.
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ທຄຕລ ຈະບໍ່ສົ່ງເງິນຄໍ້າປະກັນການປະມູນ 2% ຄືນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ, ຄ່າທໍານຽມຈົດທະບຽນສານ ແລະ ຈົດທະບຽນ ຊັບສິນຂອງສັນຍາແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ຮັບເໝົາ.
- ການຊໍາລະແບ່ງອອກເປັນ 3 ງວດ:
ງວດທີ 1 ຊໍາລະ 15% ຂອງມູນຄ່າທັງໝົດ ພາຍຫຼັງຜູ້ຮັັບເໝົານໍາວັດຖຸອຸປະກອນ, ເຄື່ອງກົນຈັກ ຕ່າງໆ ເຂົ້າສະໜາມ ແລະ ປະຕິບັດວຽກມີຄວາມຄືບໜ້າ 20% ຂຶ້ນໄປ ໂດຍໄດ້ຮັບການຢັ້ງຢືນຈາກຄະ ນະກໍາມະການກ່ຽວຂ້ອງ ທຄຕລ ຫຼື ຜູ້ຮັບເໝົາສາມາດປະກອບໜັງສືຄໍ້າປະກັນທະນາຄານທີ່ມີມູນຄ່າຢ່າງ ໜ້ອຍ 20% ຂຶ້ນໄປ;
ງວດທີ 2 ຊໍາລະ 35% ຂອງມູນຄ່າທັງໝົດ ພາຍຫຼັງປະຕິບັດວຽກ 50% ໂດຍໄດ້ຮັບການກວດ ວຽກຈາກຄະນະກໍາມະການຕິດຕາມກວດກາ ຫຼື ຄະນະກໍາມະການກ່ຽວຂ້ອງ ທຄຕລ;
ງວດທີ 3 ຊໍາລະ 40% ຂອງມູນຄ່າທັງໝົດ ພາຍຫຼັງປະຕິບັດວຽກ 100% ໂດຍໄດ້ຮັບການກວດ ວຽກຈາກຄະນະກໍາມະການຕິດຕາມກວດກາ ຫຼື ຄະນະກໍາມະການກ່ຽວຂ້ອງ ທຄຕລ;
ງວດທີ 4 ຫັກເງິນຄໍ້າປະກັນຄຸນນະພາບໄວ້ 10% ຂອງມູນຄ່າທັງໝົດ ໄລຍະ 01 ປີ.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງບັນດາບໍລິສັດເພື່ອຢື່ນຊອງປະມູນຕາມທີ່ກ່າວມາຂ້າງເທິງນັ້ນດ້ວຍ.
ປະທານຄະນະກໍາມະການ
ຈັດຊື້, ກໍ່ສ້າງ-ສ້ອມແປງ-ບໍລິການອື່ນໆ ທຄຕລ
ຜູ້ປະສານງານ:
- ທ່ານ ລະຄອນ ສິນນະວົງ 020 99720999
- ທ່ານ ເພັດສະໝອນ ແສງຕະກຸນ 02077467722