ໃນລະຫວ່າງວັນທີ 24 - 25 ມັງກອນ 2023 ທີ່ ສະຖາບັນການທະນາຄານ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດກອງປະຊຸມສະຫຼຸບຜົນການດໍາເນີນທຸລະກິດ ແລະ ວຽກງານກວດກາ ປະຈໍາປີ 2022 ແລະ ວາງທິດທາງແຜນການປະຈໍາປີ 2023, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ, ໂດຍມີຄະນະອໍານວຍການ, ຄະນະພະແນກ, ສູນ, ແລະ ສາຂາ ທົ່ວລະບົບ ຕະຫຼອດເຖິງພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ;
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວທຸລະກິດ ໃນປີ 2022, ຜົນງານ ທຄຕລ ທີ່ຍາດມາໄດ້ ລວມເຖິງ ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະ 1 ປີຜ່ານມາ ແລະ ສິ່ງທ້າທາຍໃນຕໍ່ໜ້າ ເພື່ອນໍາມາປັບປຸງແກ້ໄຂໃຫ້ສອດຄ່ອງກັບສະພາບໃນປະຈຸບັນ, ພ້ອມທັງໄດ້ກໍານົດທິດທາງແຜນການໃນການເຄື່ອນໄຫວທຸລະກິດ ໃນປີ 2023. ກອງປະຊຸມຍັງໄດ້ຮັບຟັງການລາຍງານວຽກງານການຫັນເປັນທັນສະໄໝ ໂດຍນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆໃນການດໍາເນີນທຸລະກິດ, ຮັບຟັງການຈັດຕັ້ງປະຕິບັດວຽກງານ Corporate Governance (CG), ຫຼັກການ BASEL II, ແລະ IFRS ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ.
ກອງປະຊຸມໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດ KPI ແລະ ມອບໃບຍ້ອງຍໍໃຫ້ແກ່ບັນດາສາຂາທີ່ປະຕິບັດ KPI ດີເດັ່ນ ແລະ ລາງວັນດີເດັ່ນດ້ານຕ່າງໆທີ່ປິ່ນອ້ອມ KPI ລວມເຖິງການຈັດຂັ້ນສາຂາ, ໜ່ວຍບໍລິການ ສາຂາທົ່ວລະບົບ ປະຈໍາປີ 2022 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນປີ 2023 ເພື່ອພັດທະນາ ທຄຕລ ໃຫ້ເປັນທະນາຄານທີ່ເຂັ້ມແຂງ, ທັນສະໄໝ, ໄດ້ມາດຕະຖານສາກົນ.
ນອກຈາກນັ້ນ, ກອງປະຊຸມໄດ້ສະຫຼຸບວຽກງານກວດກາ ປະຈຳປີ 2022 ແລະ ວາງທິດທາງແຜນການ ເຄື່ອນໄຫວປະຈຳປີ 2023, ເຊິ່ງກອງປະຊຸມໄດ້ຍົກໃຫ້ເຫັນບັນຫາທີ່ເປັນຂໍ້ພົບເຫັນໃນປີຜ່ານມາ, ໄດ້ພ້ອມກັນຕີລາຄາຊອກໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ກໍານົດທິດທາງ ແລະ ວິທີການແກ້ໄຂບັນຫາຕ່າງໆໃນຕໍ່ໜ້າໃຫ້ຖືກຕ້ອງ ເພື່ອເຮັດໃຫ້ວຽກງານຕິດຕາມ-ກວດກາ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ຫັນປ່ຽນດີຂຶ້ນກວ່າເກົ່າ.
ໃນວາລະກອງປະຊຸມທີ່ມີຄວາມໝາຍ ແລະ ຄວາມສໍາຄັນຄັ້ງນີ້ ກອງປະຊຸມໄດ້ຮັບກຽດຈາກ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ ແລະ ໂອ້ລົມໃນກອງປະຊຸມ, ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍ ຕໍ່ຜົນງານໃນປີ 2022 ທີ່ຜ່ານມາ ຂອງ ທຄຕລ, ພ້ອມກັນນັ້ນທ່ານຍັງໄດ້ໃຫ້ທິດຊີ້ນໍາຕໍ່ຄະນະບໍລິຫານ ທຄຕລ ໃຫ້ສືບຕໍ່ສ້າງຜົນງານໃຫ້ບັນລຸຕາມແຜນຍຸດທະສາດ ເປົ້າໝາຍທີ່ວາງໄວ້ ແລະ ສຸມໃສ່ຜັນຂະຫຍາຍໄປຕາມແນວທາງນະໂຍບາຍຂອງພັກລັດ, ພັດທະນາສ້າງສາ ທຄຕລ ໃຫ້ເປັນທະນາຄານທີ່ເຂັ້ມແຂງ ທັນສະໄໝ ບົນພື້ນຖານການຮັບໃຊ້ສັງຄົມກໍຄືປະຊາຊົນລາວທົ່ວປະເທດ.
ໃນຕອນທ້າຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ ໄດ້ຂຶ້ນກ່າວຮັບຄໍາໂອວາດຈາກ ທ່ານຜູ້ວ່າການ ທຫລ, ໂດຍໄດ້ໃຫ້ຄໍາໝັ້ນສັນຍາວ່າຈະເອົາໃຈໃສ່ໃນການນໍາພາ ທຄຕລ ໃຫ້ມີການພັດທະນາທີ່ດີຂື້ນ ເພື່ອຜົນປະໂຫຍດສູງສຸດຂອງຜູ້ຖືຮຸ້ນ, ໂດຍເນັ້ນໃຫ້ມີຄວາມທັນສະໄໝ ກວດສອບໄດ້ ບົນພື້ນຖານຄວາມປອດໄພໄດ້ມາດຕະຖານສາກົນ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ