ຊື່ຜະລິດຕະພັນ

ການໂອນເງິນຜ່ານລະບົບຊຳລະສະສາງ NPS

ຄຸນລັກສະນະ

  • ເປັນລະບົບ​ໃໝ່ທີ່​ທັນ​ສະ​ໄໝ ​​ທີ່​ໃຊ້​ເພື່ອ​ໂອນ​ເງິນ​​ໃຫ້​ແກ່​ລູກ​ຄ້າ​ທີ່​ມີ​ບັນຊີ​ເງິນ​ຝາກ​ຢູ່​ກັບທະນາຄານພາຍ​ໃນປະ​ເທດ ໂດຍຜ່ານລະບົບ NPS ຂອງທະນາຄານແຫ່ງ ສປປ ລາວ ທີ່​ເປີດ Online ສະ​ເພາະ​ບັນດາທະນາຄານ​ທຸລະ​ກິດ​.

ຜົນປະໂຫຍດທີ່ໄດ້ຮັບ

  • ເປັນລະ​ບົບທີ່ສະດວກສະບາຍໃຫ້ແກ່ລູກຄ້າໃນການ​ໂອນເງິນລະ​ຫ່ວາງ​ທະນາ​ຄານໜຶ່ງ​​ໄປ​ຫາ​ອີກ​ທະນາຄານ​ໜຶ່ງ
  • ​ມີຄວາມ​ປອດ​​​ໄພໃນການໂອນເງິນ, ລູກ​ຄ້າ​ບໍ່​ຕ້ອງ​​ເສຍ​ເວລາ​ໃນ​ການ​ໄປ​ສົ່ງ​ໃບ​ແຈ້ງ ຫຼື ​ແຊັກ. 

​ເງື່ອນໄຂການໃຊ້ບໍລິການ

  • ລູກ​ຄ້າ​ຕ້ອງ​ມີ​​ບັນຊີ​ເງິນ​ຝາກ​ໄວ້​ຢູ່​ທະນາຄານ.
  • ລູກ​ຄ້າ​ຕ້ອງ​ໄດ້​ລະບຸ​ທະນາຄານ​ປາຍທາງທີ່ຈະຮັບເງິນ.
  • ລູກຄ້າຕ້ອງສັ່ງຈ່າຍແຊັກຈາກບັນຊີຂອງຕົນເພື່ອ​ໂອນ​ເງິນເຂົ້າ​ບັນຊີຂອງຜູ້ຮັບປາຍທາງ ໂດຍລະບຸວ່າ​ໂອນເງິນຜ່ານ ລະບົບ NPS ແຕ່​​ຕ້ອງ​ລະບຸ​ເງື່ອນ​ໄຂ​ການ​ໂອນ​ເງິນ​ໃຫ້​ພະນັກງານ​ທະນາຄານ​ໃຫ້ລະອຽດ​ ​ເພື່ອ​ປ້ອງ​ກັນ​ຄວາມຜິດພາດ.