ຄຸນລັກສະນະ:
ທ່ານສາມາດໂອນເງິນໃນບັນຊີເງິນຝາກປະຢັດແລະ ກະແສລາຍວັນ ຈາກບັນຊີຂອງທ່ານໄປຫາບັນຊີອື່ນທີ່ເປັນບັນຊີເງິນຝາກປະຢັດຫຼື ເງິນຝາກກະແສລາຍວັນ ຢູ່ ທຄຕລ ໄດ້ຢ່າງສະດວກ, ວ່ອງໄວແລະ ປອດໄພດ້ວຍເຄື່ອງ ATM ຂອງທະນາຄານການຄ້າຕ່າງປະເທດລາວ.
ຜົນປະໂຫຍດທີ່ໄດ້ຮັບ:
- ສະດວກ ພຽງແຕ່ທ່ານນໍາໄຊ້ບັດ ATM ຂອງ ທຄຕລ.
- ປະຢັດເວລາ ແລະ ບໍ່ມີຄ່າທໍານຽມໃນການໂອນແຕ່ລະຄັ້ງ.
- ທ່ານສາມາດໂອນຜ່ານຕູ້ ATM ຂອງ ທຄຕລ ທົ່ວລະບົບທີ່ຕັ້ງຢູ່ໃກ້ທ່ານ.
- ວົງເງິນໃນການໂອນພາຍໃນມື້ທ່ານສາມາດໂອນໄດ້ສູງສຸດ 99,000,000 ກີບ ຫຼື 300,000.00 THB ຫຼື 10,000.00 USD.
- ຜູ້ຮັບເງິນປາຍທາງໄດ້ຮັບເງິນທັນທີ.
- ຮັບປະກັນຄວາມປອດໄພ.
ປະເພດສະກຸນເງິນໂອນ:
ທ່ານສາມາດໂອນໄດ້ດ້ວຍຮູບການ:
- ສະກຸນເງິນກີບ ຫາ ສະກຸນເງິນກີບ.
- ສະກຸນເງິນບາດ ຫາ ສະກຸນເງິນບາດ.
- ສະກຸນເງິນໂດລາ ຫາ ສະກຸນເງິນໂດລາ.
ເງື່ອນໄຂການໃຊ້ບໍລິການ:
ທຸກທ່ານທີ່ນໍາໃຊ້ບັດ ATM ຂອງທະນາຄານການຄ້າຕ່າງປະເທດລາວ (ສໍາລັບຜູ້ຮັບເງິນປາຍທາງອາດມີບັດ ATM ຫຼື ບໍ່ມີກໍ່ໄດ້)