ຄຸນລັກສະນະ:

    ເປັນການບໍລິການ​ໂອນ​ເງິນ​ໃຫ້​ຜູ້​ໂອນ​​ມີບັນຊີ ຫຼື​ບໍ່​ມີ​ບັນຊີກັບ ທຄຕລ ​ສາມາດ​ໂອນ​ເງິນ​ໃຫ້​ກັບ​ພີ່ນ້ອງ, ໝູ່ຄູ່ ​ແລະ ຄູ່​ຄ້າ ຂອງ​ທ່ານທີ່​ບໍ່​ມີ​ບັນ​ຊີ​ເງິນ​ຝາກກັບ ທຄຕລທີ່ຢູ່ສາ​ຂາ ຫຼື​ໜ່ວຍ​ບໍລິການ​ຢູ່​ພາຍ​ໃນ​ແຂວງ​ດຽວ​ກັນ ​ແລະ​ຕ່າງ​ແຂວງ ​ໃນ​ທົ່ວ​ປະ​ເທດ.

ຜົນປະໂຫຍດທີ່ໄດ້ຮັບ:

  • ​ເພີ່ມ​ຄວາມ​ສະດວກ ​ແລະ​ວ່ອງ​ໄວ​ໃນ​ການ​ໂອນ​ເງິນ.
  • ທ່ານ​ສາມາດ​ໂອນ​​ເງິນສົດ ຫຼື​ຫັກ​ຈາກ​ບັນຊີ​ຂອງ​ທ່ານ ຢູ່ທຄຕລກໍ່​ໄດ້.    
  • ປະຢັດ​ເວລາ ​ແລະ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ໂອນ​ເງິນ.
  • ຜູ້​ຮັບ​​ເງິນປາຍທາງ​ໄດ້​ຮັບ​ເງິນ​ທັນທີພາຍ​ໃນ 5 ນາທີ​.
  • ຮັບປະກັນ​ຄວາມ​ປອດ​ໄພສູງ.

ປະເພດສະກຸນເງິນ​ໂອນ: 

 ທ່ານ​ສາມາດ​ໂອນ​​​ໄດ້​: ສະກຸ​ນ​ເງິນກີບ, ສະກຸ​ນ​ເງິນບາດ ​ແລະ ສະກຸ​ນ​ເງິນໂດ​ລາ.

 ຄ່າ​ທຳນຽມ​​ໃນ​ການ​​ໂອນ: 15,000 LAK ຫຼື 2 USD ຫຼື 60 THB  ຕໍ່​ລາຍການ/ລາຍການ.

ເງື່ອນໄຂການໃຊ້ບໍລິການ:

  • ທ່ານ​ສາມາດ​ໃຊ້​ບໍລິການ​ພ້ອມ​ກັບ​ລົງ​ນາມ​ຂໍ້​ຕົກລົງ​ການ​ໃຊ້​ບໍລິການ​ກັບ​ທະນາຄານ.
  • ປະກອບ​ຂໍ້​ມູນ​ການ​ໂອນ​ເງິນຕາ​ມຮູບ​ແບບ​ທີ່​ທາງ​ທະນາຄານ​ໄດ້​ກຳໜົດ​ໃຫ້.
  • ກໍລະນີ​ໂອນ​ເງິນ​ຈາກ​ບັນຊີ​: ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ລາຍ​ລະອຽດ​ບັນຊີ​ຂອງ​ທ່ານໃນ​ການປະກອບ​ແບບ​ຟອມ​ໂອນ​ເງິນ.
  • ກໍລະນີ ​ໂອນ​ເງິນ​ສົດ: ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ລາຍ​ລະອຽດ​ບັນຊີ​ຂອງ​ທ່ານໃນ​ຟອມມອບ​ເງິນສົດ ​ແລະ​ມອບ​ເງິນສົດ ​ໃຫ້​ກັບ​ພະນັກງານ​ທະນາຄານ​ທີ່​ຈະ​ໂອນ​ເງິນ​ໃຫ້​ທ່ານ.
  • ທ່ານ ​ຕ້ອງ​​ໃຫ້​ຂໍ້​ມູນ​ຂອງ​ຜູ້​ຮັບ​ໂອນຄົບ​ຖ້ວນ​ ​ແລະ​ຊັດ​​ເຈນ​ໃນ​ຟອມ​ໂອນ​ເງິນ​ເຊັ່ນ: ຊື່ ​ແລະ​ນາມສະກຸນ, ​ເລກ​ບັດປະຈຳຕົວ, ​ເລກ​ໂທລະສັບ​ຂອງ​ຜູ້​ຮັບ ​ແລະ​ຂໍ້​ມູນ​ສາຂາ ​ແລະ​ໜ່ວຍ​ບໍລິການ​ຂອງ​ຜູ້ຮັບ.