ຜະລິດ​ຕະພັນບັດ BCEL JCB Credit Card

ຄຸນລັກສະນະ

  • ບັດ JCB ແມ່ນເປັນບັດເຄຼດິດທີ່ມີຄ່າທໍານຽມທີ່ຖືກກ່ວາບັດເຄຼດິດປະເພດອື່ນໆ. ເປັນບັດ Chip ຕາມມາດຕະຖານສາກົນເຊິ່ງມີຄວາມປອດໄພສູງ. ສາມາດນໍາໃຊ້ ເພື່ອຖອນເງິນສົດ ຫຼື ໃຊ້ຊໍາລະຄ່າສິນຄ້າ ຫຼື ການບໍລິການຕ່າງໆຕາມຄຸນລັກສະນະຂອງແຕ່ລະຊະນິດ ແລະ ແຕ່ລະປະເພດຂອງບັດ. ສາມາດສະໝັກບັດເສີມໄດ້ສູງສຸດ 2 ບັດ.
  • ບັດດັ່ງກ່າວສາມາດໃຊ້ຊໍາລະຄ່າສິນຄ້າ ຫຼື ບໍລິການຕ່າງໆ ຫຼື ຈ່າຍເງິນ​ຜ່ານ​ອິນ​ເຕີ​ເນັດ. ໄລຍະເວລາປອດດອກເບ້ຍ ສູງສຸດ 45 ວັນ (ຂຶ້ນຢູ່ກັບວັນທີທີ່ໃຊ້ຈ່າຍ) ກໍລະນີຊໍາລະເຕັມຈຳນວນເງິນທີ່ຮຽກເກັບ ແລະ ຊໍາລະໃນເວລາທີ່ກຳນົດ.
  • ສາມາດເລືອກຊໍາລະຄ່າໃຊ້ຈ່າຍພຽງບາງສ່ວນແຕ່ຕ້ອງບໍ່ໜ້ອຍກວ່າຂັ້ນຕ່ຳ 10% ຂອງຍອດໜີ້ຕາມໃບແຈ້ງຍອດບັນຊີບັດເຄຼດິດ (Statement).
  • ສາມາດໃຊ້ຖອນເງິນສົດຈາກຕູ້ ATM, ໃຊ້ຈ່າຍຄ່າສິນຄ້າ ຫຼື ຄ່າບໍລິການຢູ່ຕາມຮ້ານຄ້າ ຫຼື ຜ່ານທາງເວັບໄຊທ໌ທີ່ມີສັນຍາລັກຮັບບັດ JCB ທັງພາຍໃນ ແລະ ຕ່າງປະເທດ.

ເງື່ອນໄຂການນໍາໃຊ້

  1. ບຸກຄົນສັນຊາດ​ລາວ ຫຼື ຕ່າງ​ປະ​ເທດ;
  2. ເປັນ​ບຸກຄົນ​ທີ່​ມີ​ລາຍ​ຮັບ​ໝັ້ນຄົງ;
  3. ມີ​ທີ່ຢູ່​ແນ່ນອນ, ຖ້າ​ເປັນ​ຄົນ​ຕ່າງປະ​ເທດຕ້ອງ​ມີ​ໃບ​ອະນຸຍາດ ຫຼື ​ການ​ຄໍ້າປະກັນ​ຈາກ​ອົງການ​ທີ່​ກ່ຽວຂ້ອງ;
  4. ມີ​ວົງເງິນ​ຄໍ້າປະກັນ (ສໍາລັບການຄ້ໍາດ້ວຍເງິນໂດລາແມ່ນໄດ້ວົງເງິນໃນບັດບໍ່ເກີນ 85% ຂອງວົງເງິນ   ຄ້ຳປະກັນ, ສ່ວນການຄ້ຳປະກັນດ້ວຍເງິນກີບແລະບາດແມ່ນໄດ້ວົງເງິນບໍ່ເກີນ 80%);
  5. ຖ້າບໍ່ຕ້ອງການນຳໃຊ້ວົງເງິນຄ້ຳປະກັນ ແມ່ນສາມາດສະເໜີອອກບັດເຄຼດິດທີ່ບໍ່ມີຫຼັກຊັບຄ້ຳປະກັນ ໂດຍສະເໜີຜ່ານຄະນະກຳມະການສິນເຊື່ອຕາມລະບຽບການ;
  6. ມີ​ຄວາມ​ສາມາດ​ທາງ​​ດ້ານ​ການ​ປະພຶ​ດຕໍ່​ໜ້າ​ກົດໝາຍໃນ​ການ​ປະຕິບັດ​ສັນຍາ​ ​ແລະ ​ເງື່ອນ​​ໄຂຕ່າງໆ;
  7. ຕ້ອງ​ມີ​ບັນຊີ​ກັບ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ຢ່າງ​ໜ້ອຍ 1 ບັນຊີ, ມີບັດປະຈຳຕົວ ຫຼື ໜັງສື​ເດີນທາງ (passport) ຫຼື ປຶ້ມສໍາມະໂນຄົວ.

າຍເຫດ

  • ອີງຕາມລະບຽບຂອງ ທຄຕລ, ແຕ່ລະບັດມີການກຳນົດວົງເງິນການຖອນເງິນສົດ ແລະ ການໃຊ້ຈ່າຍຕໍ່ຄັ້ງຕໍ່ວັນ. ຕາຕະລາງກ່ຽວກັບວົງເງິນການວົງເງິນການຖອນ, ການໃຊ້ຈ່າຍ ແລະ ຄໍາແນະນໍາການນໍາໃຊ້ແມ່ນລະບຸລະອຽດຢູ່ໃນໃບເງື່ອນໄຂທີ່ທາງທະນາຄານມອບໃຫ້ແກ່ທ່ານເພື່ອເປັນບ່ອນອີງໃນການນໍາໃຊ້. ສະນັ້ນ, ຜູ້ຖືບັດຄວນສຶກສາເງື່ອນໄຂໃຫ້ລະອຽດເພື່ອຄວາມເຂົ້າໃຈ ແລະ ສະດວກໃນການນຳໃຊ້ບັດ
  • ແຕ່ລະປະເພດບັດ ສາມາດຖອນເງິນສົດໄດ້ 50% ຂອງວົງເງິນສິນເຊື່ອ ຫຼື ສາມາດໃຊ້ຈ່າຍໄດ້ທັງໝົດ 100% ຂອງວົງເງິນສິນເຊື່ອ.

ວົງເງິນສິນເຊື່ອ ຫຼື Credit Limit

  1. ບັດ JCB Credit Gold               ≤ 30,000 ໂດລາ
  2. ບັດ JCB Credit Classic            ≤ 10,000 ໂດລາ

 

ຄ່າທໍານຽມ

ຊະນິ​ດບັດ

ຄ່າ​ສະໝັກສະມາ​ຊິກ

ຄ່າ​ບໍາລຸງ​ຮັກສາ​ປະ​ຈໍາປີ

ບັດ​ຫຼັກ

ບັດ​ເສີມ

ບັດ​ຫຼັກ

ບັດ​ເສີມ

JCB Credit Gold
 

JCB Credit Classic  

20 USD
 

15 USD

10 USD
 

10 USD

30 USD
 

20 USD
 

10 USD
 

5 USD
 

 

ວົງເງິນໃຊ້ຈ່າຍຂອງບັດ

​ເນື້ອ​ໃນ

JCB Credit Gold

JCB Credit Classic

​ໃນ​ປະ​ເທດ

​ຕ່າງປະ​ເທດ

ໃນ​ປະ​ເທດ

ຕ່າງປະ​ເທດ

ວົງ​ເງິນນໍາ​ໃຊ້/ມື້

15,000

USD

20,000 USD

6,000 USD

8,000 USD

ຈໍານວນ​ຄັ້ງ​ໃຊ້​ຈ່າຍ/ມື້

30 ຄັ້ງ

40 ຄັ້ງ

20 ຄັ້ງ

30 ຄັ້ງ

ວົງ​ເງິນ​ໃຊ້​ຈ່າຍ​ສູງ​ສຸດ/ຄັ້ງ

15,000

USD

18,000

USD

5,000 USD

8,000 USD

ວົງ​ເງິນ​ຖອນ​ສົດ/ມື້

2,000

USD

2,000

USD

1,800 USD

1,800 USD

ຈໍານວນ​ຄັ້ງຖອນ​ເງິນສົດ/ມື້

12 ຄັ້ງ

12 ຄັ້ງ

11 ຄັ້ງ

11 ຄັ້ງ