ຄຸນລັກສະນະ:

    ເປັນການບໍລິການໃຫ້ທຸກທ່ານທີ່ມີບັນຊີ ຫຼືບໍ່ມີບັນຊີກັບ ທຄຕລ ​ສາມາດ​ໂອນ​ເງິນ​ໃຫ້​ກັບ​ພີ່ນ້ອງ, ໝູ່ຄູ່ ​ແລະ ຄູ່​ຄ້າ ຂອງ​ທ່ານທີ່​ມີ​ບັນ​ຊີ ຫຼື ບໍ່​ມີ​ບັນ​ຊີ​ເງິນ​ຝາກກັບ​ທະນາ​ອື່ນທີ່​ມີ​ຢູ່ ສ​ປປລາວທີ່ຢູ່​ພາຍ​ໃນ​ແຂວງ​ດຽວ​ກັນ.

ຜົນປະໂຫຍດທີ່ໄດ້ຮັບ:

  • ເພີ່ມ​ຄວາມ​ສະດວກ ​ແລະ​ວ່ອງ​ໄວ​ໃນ​ການ​ໂອນ​ເງິນ.
  • ທ່ານ​ສາມາດ​ໂອນ​​ເງິນສົດ ຫຼື​ຫັກ​ຈາກ​ບັນຊີ​ຂອງ​ທ່ານ ຢູ່ທຄຕລກໍ່​ໄດ້.    
  • ບໍ່​ຈຳ​ເປັນ​ຕ້ອງ​ເສຍ​ເວລາ​ໄປ​ຫາ​ສາຂາ ​ແລະ​ໜ່ວຍ​ບໍລິການ​ຂອງ​ທະນາຄານ​ປາຍ​ທາງ​ທີ່ຢູ່​ຫ່າງ​ໄກ.
  • ຜູ້​ຮັບ​​ເງິນປາຍທາງ​ໄດ້​ຮັບ​ເງິນ​ທັນທີ.
  • ຮັບປະກັນ​ຄວາມ​ປອດ​ໄພສູງ.

ປະເພດສະກຸນເງິນ​ໂອນ:

          ທ່ານ​ສາມາດ​ໂອນ​​​ໄດ້​: ສະກຸ​ນ​ເງິນກີບ, ສະກຸ​ນ​ເງິນບາດ ​ແລະ ສະກຸ​ນ​ເງິນໂດ​ລາ.

ຄ່າ​ທຳນຽມ​​ໃນ​ການ​​ໂອນ:  15,000 LAK ຫຼື 2 USD ຫຼື 60 THB ຕໍ່​ລາຍການ/ລາຍການ.

ເງື່ອນໄຂການໃຊ້ບໍລິການ:

  • ທ່ານ​ສາມາດ​ໃຊ້​ບໍລິການ​ພ້ອມ​ກັບ​ລົງ​ນາມ​ຂໍ້​ຕົກລົງ​ການ​ໃຊ້​ບໍລິການ​ກັບ​ທະນາຄານ.
  • ປະກອບ​ຂໍ້​ມູນ​ການ​ໂອນ​ເງິນຕາ​ມຮູບ​ແບບ​ທີ່​ທາງ​ທະນາຄານ​ໄດ້​ກຳໜົດ​ໃຫ້.
  • ກໍລະນີ​ໂອນ​ເງິນ​ຈາກ​ບັນຊີ​: ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ລາຍ​ລະອຽດ​ບັນຊີ​ຂອງ​ທ່ານໃນ​ການປະກອບ​ແບບ​ຟອມ​ໂອນ​ເງິນ.
  • ກໍລະນີ ​ໂອນ​ເງິນ​ສົດ: ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ລາຍ​ລະອຽດ​ບັນຊີ​ຂອງ​ທ່ານໃນ​ຟອມມອບ​ເງິນສົດ ​ແລະ​ມອບ​ເງິນສົດ ​ໃຫ້​ກັບ​ພະນັກງານ​ທະນາຄານ​ທີ່​ຈະ​ໂອນ​ເງິນ​ໃຫ້​ທ່ານ.
  • ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ຂອງ​ຜູ້​ຮັບ​ໂອນຄົບ​ຖ້ວນ​ ​ແລະ​ຊັດ​​ເຈນ​ໃນ​ຟອມມ​ອບ​ເງິນສົດ​ເຊັ່ນ:
  • ຊື່ ​ແລະ​ນາມສະກຸນ, ​ເລກ​ບັດປະຈຳຕົວ, ​ເລກ​ໂທລະສັບ​ຂອງ​ຜູ້​ຮັບ ​ແລະ​ຂໍ້​ມູນ​ທະນາຄານ​ຂອງ​ຜູ້ ຮັບ(ຖ້າ​ຜູ້​ຮັບ​ບໍ່​ມີ​ບັນຊີ​ກັບ​ທະນາຄານ​ຂອງ​ຜູ້​ຮັບ).
  • ຊື່ ​ແລະ​ນາມສະກຸນ, ​ເລກ​ບັນຊີ ​​ແລະ​ຂໍ້​ມູນ​ທະນາຄານ​ຂອງ​ຜູ້ຮັບ(ຖ້າ​ຜູ້​ຮັບ​ມີ​ບັນຊີ​ກັບ​ທະນາຄານ​ຂອງ​ຜູ້​ຮັບ).