BCEL OneHeart 

ຊື່

BCEL OneHeart

ຄຸນລັກສະນະ

"BCEL OneHeart" ແມ່ນໜື່ງໃນວຽກງານການເສີມຂະຫຍາຍ ແລະ ຮັບຜິດຊອບຕໍ່ວຽກງານຂອງສັງຄົມ (Corporate Social Responsibility ຫຼື CSR) ຂອງ ທຄຕລ ເຊິ່ງເປັນຜະລິດຕະພັນທີ່ນໍາໃຊ້ທ່າແຮງທາງດ້ານເທັກໂນໂລຢີ ແລະ ຄວາມທັນສະໄໝປະກອບເຂົ້າໃນວຽກງານການຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນເຊິ່ງເຮັດໜ້າທີ່ເປັນເຄື່ອງມື ແລະ ເປັນສື່ກາງໃນການຮັບບໍລິຈາກການຊ່ວຍເຫຼືອຈາກສັງຄົມທີ່ອຳນວຍຄວາມສະດວກລະຫວ່າງ ຜູ້ຂໍຮັບບໍລິຈາກ ແລະ ຜູ້ສະໝັກໃຈບໍລິຈາກ. OneHeart ນໍາໃຊ້ງ່າຍ, ສະດວກ, ວ່ອງໄວ ແລະ ມີຄວາມໂປ່ງໃສ ສາມາດກວດສອບຂໍ້ມູນຂອງການຮັບບໍລິຈາກໄດ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຮັບ ແລະ ຜູ້ບໍລິຈາກເຊິ່ງຈະເຮັດໃຫ້ການມີສ່ວນຮ່ວມຕໍ່ສັງຄົມຂອງຫຼາຍພາກສ່ວນເພີ່ມຂຶ້ນ, ປະກອບສ່ວນຊ່ວຍປັບປຸງສະຫວັດດີພາບ, ຄຸນນະພາບຊີວິດສັງຄົມໃຫ້ດີຂຶ້ນ ແລະ ສັງຄົມຄືຜູ້ໄດ້ຮັບຜົນປະໂຫຍດສູງສຸດ.

ເງື່ອນໄຂການໃຊ້ບໍລິການ

ທ່ານສາມາດນຳໃຊ້ຟັງຊັນ OneHeart ຜ່ານແອັບ BCEL One ໄດ້ ພຽງດາວໂຫລດແອັບຈາກ App Store, Google Play Store ແລະ App Gallery.