#BCELOneCash_ກະເປົາເງິນອີເລັກໂທຣນິກເທິງມືຖື ໃນແອັບ BCEL One

  • ສາມາດສະໝັກນໍາໃຊ້ BCEL OneCash ດ້ວຍເບີໂທ ບໍ່ຈໍາເປັນຕ້ອງເປີດບັນຊີ ແລະ ບໍ່ຈໍາເປັນຕ້ອງເຂົ້າມາທະນາຄານ  
  • ສາມາດຖອນເງິນອອກເປັນເງິນສົດໄດ້ທີ່ຕູ້ ATM ດ້ວຍການສະແກນ QR Code
  • ໃຊ້ຊໍາລະຄ່າສິນຄ້າ, ຄ່າໄຟຟ້າ, ຄ່ານໍ້າປະປາ, ຄ່າໂທລະສັບ...ແລະ ຄ່າບໍລິການອື່ນໆໄດ້.  
  • ສາມາດສ້າງ ແລະ ສົ່ງບົງເງິນ (Cash Voucher) ເພື່ອເປັນຂອງຂວັນໃຫ້ແກ່ບຸກຄົນອື່ນ ທີ່ມີບັນຊີ ຫຼື ບໍ່ມີບັນຊີກັບ ທຄຕລ ໃນເທດສະການ ແລະ ວັນສຳຄັນຕ່າງໆໄດ້.
  • ສາມາດເລືອກ icon ກະເປົ໋າຕາມລາສີເກີດໄດ້

        ການສະໝັກນໍາໃຊ້ #BCELOneCash

  • ສໍາລັບຜູ້ທີ່ຍັງບໍ່ທັນມີບັນຊີ ສາມາດສະໝັກນໍາໃຊ້ #BCELOneCash ໄດ້ດ້ວຍເບີໂທລະສັັບ ພຽງແຕ່ດາວໂຫຼດແອັບ BCEL One ຈາກ AppStore ຫຼື PlayStore ປ້ອນຂໍ້ມູນເບີໂທ ແລະ ປະຕິບັດຕາມຂັ້ນຕອນ ເພື່ອລົງທະບຽນນຳໃຊ້ດ້ວຍຕົນເອງ ໂດຍບໍ່ຕ້ອງເຂົ້າມາໃນທະນາຄານ. 

#ສໍາລັບຜູ້ທີ່ມີ BCEL One ຢູ່ແລ້ວ ຫຼັງຈາກ Login ເຂົ້າໄປ ຈະປະກົດ #OneCash_ກະເປົາເງິນອີເລັກໂທຣນິກ ໃຫ້ທ່ານ Active ເປີດນໍາໃຊ້ໄດ້ເລີຍ ໂດຍການ Scan ໃບຫນ້າ ແລະ ປ້ອນເບີໂທລະສັບເພື່ອຮັບເລກ OTP ເພື່ອຢັ້ງຢືນຕົວຕົນ ກໍ່ສາມາດນໍາໃຊ້ OneCash ໄດ້. 

#BCELOneCash_ກະເປົາເງິນອີເລັກໂທຣນິກ ຈະປະກົດຂຶ້ນໃນແອັບ BCEL One ໂດຍອັດຕະໂນມັດ ພາຍຫຼັງສະໝັກ BCEL One ດ້ວຍຕົນເອງ.

  • ສາມາດໂອນເງິນ ຫຼື ເຄື່ອນໄຫວທຸລະກໍາການເງິນຕາມຟັງຊັນຕ່າງໆ ໃນແອັບ BCEL One ໄດ້ໃນວົງເງິນ 5 ລ້ານ ກີບ
  • ຖ້າຫາກຕ້ອງການເພີ່ມວົງເງິນ ແລະ ເພີ່ມຟັງຊັນການນໍາໃຊ້ໃນ  BCEL One  ໃຫ້ຫຼາຍຂຶ້ນ ແມ່ນສາມາດເຂົ້າໄປທີ່ ສໍານັກງານໃຫຍ່, ສາຂາ ຫຼື ໜ່ວຍບໍລິການ BCEL ເພື່ອເພີ່ມບັດ ATM.
  • ຖ້າຍັງບໍ່ມີບັດ ATM ແມ່ນສາມາດສະໝັກເປີດ ແລະ ແຈ້ງພະນັກງານເພີ່ມ ບັດ ATM ເຂົ້າໃນ BCEL One ກໍ່ຈະສາມາດເພີ່ມວົງເງິນນໍາໃຊ້ໄດ້ຕາມປະເພດບັດທີ່ສະໝັກເປີດນໍາໃຊ້ ແລະ ນໍາໃຊ້ບໍລິການໄດ້ຄົບທຸກຟັງຊັ້ນໃນແອັບ BCEL One.