❓ຄໍາຖາມປະຈໍາຂອງຜູ້ໂອນເງິນໄປຕ່າງປະເທດ…
ເມື່ອກ່ອນຕ້ອງໂທ ຫຼື ເຂົ້າມາຖາມທະນາຄານ ເພື່ອໃຫ້ທະນາຄານປະສານຫາປະເທດປາຍທາງຢູ່ຕ່າງປະເທດຈຶ່ງສາມາດໄດ້ຄໍາຕອບ ເຊິ່ງໃຊ້ເວລາຂ້ອນຂ້າງດົນຍ້ອນ Time Zone ທີ່ແຕກຕ່າງກັນ!!
💡ຕໍ່ໄປນີ້ມີວິທີ ທີ່ງ່າຍ ແລະ ໄວຂຶ້ນ ສາມາດກວດໄດ້ແບບ Real Time!!😃
🎊ມືື້ນີ້ BCEL ໄດ້ຍົກລະດັບການບໍລິການລະບົບກວດຂໍ້ມູນການໂອນເງິນລະຫວ່າງປະເທດ SWIFT GPI (GLOBAL PAYMENT INNOVATION) ແບບທັນທີ Real Time!!
✔ລະບົບ SWIFT GPI ຊ່ວຍເຮັດໃຫ້ທຸລະກໍາການໂອນເງິນລະຫວ່າງປະເທດມີຄວາມສະດວກ ແລະ ວ່ອງໄວຫຼາຍຂຶ້ນກວ່າເກົ່າ.
✔ເຊິ່ງຈະເປັນຜົນດີ ແລະ ອໍານວຍຄວາມສະດວກໃຫ້ແກ່ລູກຄ້າ ຜູ້ປະກອບການທຸລະກິດການນໍາເຂົ້າ-ສົ່ງອອກ ໃນການບໍລິຫານຈັດການທາງດ້ານລາຍຈ່າຍ, ງົບປະມານ, ກະແສເງິນສົດ ແລະ ການກວດກາ.
✔ເປັນບໍລິການໂອນເງິນໄປຕ່າງປະເທດທີ່ໂປ່ງໃສ ຕິດຕາມ ແລະ ກວດສອບໄດ້ ຕອບໂຈດໃຫ້ແກ່ຜູ້ປະກອບການ ເພື່ອສ້າງຄວາມໝັ້ນໃຈໃຫ້ກັບຄູ່ຮ່ວມທຸລະກິດຈາກທົ່ວໂລກ.
✔ສາມາດຕິດຕາມສະຖານະຂອງທຸລະກໍາການໂອນເງິນຕ່າງປະເທດໄດ້ແບບທັນທີ Real Time.
✔ສາມາດກວດສອບລາຍລະອຽດຂອງອັດຕາຄ່າທໍານຽມການບໍລິການ, ອັດຕາແລກປ່ຽນ ແລະ ໄລຍະເວລາທັງໝົດຂອງການດໍາເນີນທຸລະກໍາຕັ້ງແຕ່ທະນາຄານຕົ້ນທາງ ຫາ ທະນາຄານປາຍທາງຂອງຜູ້ຮັບເງິນ.
✔ສາມາດຮູ້ໄດ້ວ່າເງິນຖືກໂອນໄປເມື່ອໃດ, ເງິນຢູ່ໃສ ແລະ ເມື່ອໃດປາຍທາງໄດ້ຮັບເງິນແລ້ວ.
✔ສາມາດກວດສອບສະຖານະການໂອນເງິນໄປຕ່າງປະເທດໄດ້ດ້ວຍຕົວເອງຜ່ານ BCEL One ແລະ BCEL i-Bank ພຽງແຕ່ເຂົ້າໄປທີ່ເມນູຂອງ SWIFT GPI ແລ້ວຕື່ມເລກທີຂອງທຸລະກໍາການໂອນ ແລ້ວກໍ່ກົດປຸ່ມຄົ້ນຫາກໍ່ຈະສາມາດຮັບຮູ້ລາຍລະອຽດຕ່າງໆ ຂອງສະຖານະການໂອນເງິນໄດ້ຢ່າງສະດວກ ແລະ ວ່ອງໄວ.
#SWIFT_GPI ວ່ອງໄວ ໂປ່ງໃສ ຕິດຕາມໄດ້👍
------------------------------------------
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
👉 ສອບຖາມຂໍ້ມູນເພີ່ມຕື່ມ:
☎️ 1555 ຫຼື OneCare Support
👉 ແກ້ໄຂບັນຫາການໃຊ້ບໍລິການ:
☎️ໂທ/ຂໍ້ຄວາມ ຫາ ທີມງານ OneCare Support ຜ່ານ ແອັບ BCELOne
👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
🇫 BCEL Bank
IG: BCEL Bank
Youtube: BCEL Channel
TikTok:BCEL Bank