ຜະລິດຕະພັນ ທຄຕລ ບໍລິການເງິນດ່ວນຊຸມຊົມ  (BCOME)

ຊື່ຜະລິດຕະພັນ

ບໍລິການເງິນດ່ວນຊຸມຊົມ  (BCOME)

ຄຸນລັກສະນະ

  • ແມ່ນຜະລິດຕະພັນການເງິນດີຈິຕ້ອນໃໝ່ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໂດຍຜ່ານຕົວແທນ ”ທຄຕລ ບໍລິການເງິນດ່ວນຊຸມຊົນ” ຫຼື ບີຄໍາ (BCOME) ເປັນການໃຫ້ບໍລິການດ້ານການເງິນທີ່ຫຼາກຫຼາຍ ທີ່ສະດວກ, ທັນສະໄໝ ໃນເຂດຊຸມຊົນໃກ້ບ້ານທ່ານໄດ້ຕະຫຼອດໂມງໃຫ້ບໍລິການຂອງຕົວແທນ.

ຄຸນປະໂຫຍດ

  • ເປັນການບໍລິການ ທີ່ສະດວກ, ປອດໄພ,  ວ່ອງໄວ ຊ່ວຍປະຢັດເວລາ ແລະ ຄ່າໃຊ້ຈ່າຍ ໃນການເດີນທາງ ສຳລັບປະຊາຊົນ, ຊາວຄ້າຂາຍທີ່ຕ້ອງການ ເປີດບັດ, ຝາກ-ຖອນ-ໂອນເງິນ, ຈ່າຍຊໍາລະຄ່າສິນຄ້າ ແລະ ການບໍລິການ ໃນທ້ອງຖິ່ນຂອງຕົນ ໂດຍບໍ່ຕ້ອງເຂົ້າຫາທະນາຄານ
  • ສາມາດໃຊ້ບໍລິການໄດ້ຕາມວັນເວລາເປີດບໍລິການຂອງຕົວແທນ

ທ່ານສາມາດໃຊ້ບໍລິການຫຍັງໄດ້ທີ່ຕົວແທນ

  • ເປີດບັດ ATM BCOME
  • ຝາກເງິນເຂົ້າບັນຊີ ທຄຕລ ແລະ ບັດ ATM BCOME
  • ຖອນເງິນດ້ວຍຜະລິດຕະພັນບັດພາຍໃນ ທຄຕລ ແລະ ONE PAY
  • ໂອນລອຍ, ໂອນເຂົ້າບັນຊີ ທຄຕລ
  • ໂອນຂ້າມທະນາຄານ (ພາຍໃນປະເທດ)
  • ຈ່າຍຄ່ານໍ້າປະປາ, ຄ່າໄຟຟ້າ ແລະ ຄ່າໂທລະສັບ
  • ຈ່າຍຄ່າທໍານຽມທາງປະຈໍາປີ
  • ແລະ ບໍລິການອື່ນໆ...

ຕົວແທນBCOME ມີຢູ່ໃສແດ່

  • ຈຸດບໍລິການຕົວແທນ ບີຄໍາ (BCOME) ແມ່ນມີຫຼາຍກວ່າ 500 ຕົວແທນໃນຂອບເຂດ ທຸກແຂວງທົ່ວປະເທດ ໂທສອບຖາມຈຸດບໍລິການ ໃກ້ບ້ານທ່ານ ຫຼື ໂທສາຍດ່ວນ ທຄຕລ ເບີ: 1555 ຫຼື 021 264394 (ໃນໂມງລັດຖະການ)

ຄຳຖາມ-ຕອບ ບໍລິການເງິນດ່ວນຊຸມຊົນ (BCOME)

 

  • ຜະລິດຕະພັນ ທຄຕລ ບໍລິການເງິນດ່ວນຊຸມຊົນ (BCOME) ແມ່ນການໃຫ້ບໍລິການດ້ານການເງິນທີ່ຫຼາກຫຼາຍ ແລະ ໃຫ້ບໍລິການຊໍາລະສະສາງບໍລິການຕ່າງໆ ພາຍໃນປະເທດ ຂອງ  ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທີ່ມີສັນຍາລັກ BCOME)
  • ຖາມ : ສາມາດໂອນເງິນຫຍັງໄດ້ແດ່?

ຕອບ : ໂອນໄດ້ແຕ່ສະເພາະເງິນກິບ ຕັ້ງແຕ່ 100.000 ກີບ - 30.000.000 ກິບ

  • ຖາມ : ສາມາດໃຊ້ບໍລິການຢູ່ໃສໄດ້ແດ່?

ຕອບ : ສາມາດເຂົ້າໃຊ້ບໍລິການນໍາຕົວແທນ ທຄຕລ ບໍລິການເງິນດ່ວນຊຸມຊົນທີ່ໄກ້ບ້ານທ່ານ ແລະ ຕາມໜ່ວຍບໍລິການ ແລະ ທຸກສາຂາ ຂອງ ທຄຕລ ໃນທົ່ວປະເທດ.

  • ຖາມ : ການບໍລິການ ໃຊ້ເວລາດົນປານໃດ?

ຕອບ : ສາມາດສົ່ງເງິນ, ຮັບເງິນ ແລະ ຝາກເງິນ ສໍາເລັດ ພາຍໃນ 5 ນາທີ.

ອັດຕາຄ່າທໍານຽມບໍລິການ

  • ຄ່າທໍານຽມຈ່າຍສະເພາະຕົ້ນທາງ
  • ປາຍທາງຮັບເງິນເຕັມຈໍານວນ (ສະເພາະເຄືອຂ່າຍຂອງ ທຄຕລ ເທົ່ານັ້ນ)

 

 

ຄ່າທຳນຽມບໍລິການ ຜະລິດຕະພັນ ທຄຕລ ບໍລິການເງິນດ່ວນຊຸມຊົນ BCOME

ລດ

ເນື້ອໃນຜະລິດຕະພັນ

ຈຳນວນເງິນໃຊ້ບໍລິການ

ຄ່າທຳນຽມບໍລິການ
(/ຕໍ່ຄັ້ງ/ຕໍ່ລາຍການ)

1

ເປີດບັດ BCOME

 50.000 ກີບ

 40.000 ກີບ

ອອກບັດໃໝ່ (ບັດເສຍ, ບັດແຕກ, ປ່ຽນບັດ...

 

 30.000 ກີບ

ອອກລະຫັດບັດໃໝ່

 

 10.000 ກີບ

ພິມບັນຊີສຳຮອງ ໄລຍະ 1 ເດືອນ ຂື້່ນໄປ

 

 5.000 ກີບ

2

ມອບເງິນສົດເຂົ້າບັນຊີຝາກປະຢັດ, ກະແສລາຍວັນ ທຄຕລ, ບັດ BCOME

5.000.000 ກີບ ລົງມາ

 10.000 ກີບ

5.000.001 ກີບ - 10.000.000 ກີບ

 15.000 ກີບ

10.000.001 ກີບ - 15.000.000 ກີບ

 20.000 ກີບ

15.000.001 ກີບ- 30.000.000 ກີບ

 25.000 ກີບ

3

ຖອນເງິນສົດຜ່ານຕົວແທນ ດ້ວຍບັດ BCOME, ຜະລິດຕະພັນບັດພາຍໃນຂອງ ທຄຕລ, One Pay

1.000.000 ກີບ ລົງມາ

 5.000 ກີບ

1.000.001 ກີບ - 3.000.000 ກີບ

 10.000 ກີບ

3.000.001 ກີບ - 5.000.000 ກີບ

 15.000 ກີບ

5.000.001 ກີບ - 9.000.000 ກີບ

 20.000 ກີບ

4

ໂອນລອຍ ດ້ວຍການມອບເງິນສົດ, ຈາກບັດ BCOME ຫຼື ບັດພາຍໃນ ທຄຕລ ຜ່ານຕົວແທນ, ຈຸດບໍລິການ ທຄຕລ ຫຼື ຈາກ BCEL ONE& i-BANK ເພື່ອຮັບເງິນສົດປາຍທາງທີ Counter ບໍລິການ ທຄຕລ ຫຼື ຕົວແທນ

500.000 ກີບ ລົງມາ

 15.000 ກີບ

500.001 ກີບ - 2.000.000 ກີບ

 20.000 ກີບ

2.000.001 ກີບ - 5.000.000 ກີບ

 25.000 ກີບ

5

ໂອນລະຫວ່າງບັນຊີ ທຄຕລ ດ້ວຍບັດ BCOME & ຜະລິດຕະພັນບັດພາຍໃນຂອງ ທຄຕລ

30.000.000 ກີບ ລົງມາ

 15.000 ກີບ

6

ໂອນເງິນຂ້າມທະນາຄານ ດ້ວຍບັດ BCOME,  ຫຼື ຜະລິດຕະພັນບັດພາຍໃນຂອງ ທຄຕລ

5.000.000 ກີບ ລົງມາ

 15.000 ກີບ

7

ໂອນເງິນຂ້າມທະນາຄານໂດຍການມອບເງິນສົດ

500.000 ກີບ ລົງມາ

 15.000 ກີບ

500.001 ກີບ - 2.000.000 ກີບ

 20.000 ກີບ

2.000.001 ກີບ - 5.000.000 ກີບ

 25.000 ກີບ

8

ຈ່າຍຄ່າ ນ້ຳປະປາ

ເກັບເປັນຈຳນວນຄັ້ງ

 2.000 ກີບ

ຈ່າຍຄ່າ ໄຟຟ້າ

ເກັບເປັນຈຳນວນຄັ້ງ

 2.000 ກີບ

ຈ່າຍຄ່າ ໂທລະສັບ ເບີລາຍເດືອນ

ເກັບເປັນຈຳນວນຄັ້ງ

 2.000 ກີບ

ຈ່າຍຄ່າ ໂທລະສັບ ເບີເຕີມເງິນ LTC

 

ບໍ່ເສຍຄ່າທຳນຽມເພີ່ມ

ຈ່າຍຄ່າ ໂທລະສັບ ເບີເຕີມເງິນ ETL

 

ບໍ່ເສຍຄ່າທຳນຽມເພີ່ມ

ຈ່າຍຄ່າ ໂທລະສັບ ເບີເຕີມເງິນ Beeline

 

ບໍ່ເສຍຄ່າທຳນຽມເພີ່ມ

ຈ່າຍຄ່າ ໂທລະສັບ ເບີເຕີມເງິນ Unitel

 

ບໍ່ເສຍຄ່າທຳນຽມເພີ່ມ

9

ຮັບຊໍາລະຄ່າທາງ (Road Tax Payment)

ບໍລິການຮັບຊໍາລະ

ບໍ່ເສຍຄ່າທຳນຽມເພີ່ມ

ບໍລິການພິມສະຕິກເກີຈາກ BCEL ONE, ATM, i-Bank, BCOME

ບໍ່ເສຍຄ່າທຳນຽມເພີ່ມ

10

ຄ່າດັດແກ້ ລາຍການ (ໂອນລອຍ, ຝາກ-ຖອນ-ໂອນ, ນໍ້າປະປາ, ໄຟຟ້າ, ຄ່າໂທລະສັບເບີລາຍເດືອນ-ເບີເຕີມເງິນ) ພາຍໃນ ທຄຕລ

 

 10.000 ກີບ

11

ຄ່າດັດແກ້ລາຍການ ໂອນຂ້າມທະນາຄານ

ບໍ່ລວມຄ່າດັດແກ້ຂອງ ທະນາຄານປາຍທາງ

 15.000 ກີບ

ໝາຍເຫດ: ທະນາຄານສະຫງວນສິດໃນການປ່ຽນແປງຄ່າທໍານຽມບໍລິການ ໂດຍບໍ່ຕ້ອງແຈ້ງລ່ວງໜ້າ