ຄຸນລັກສະນະ:

            ​ ເປັນ​ບໍລິການ​ໂອນ​ເງິນ​​​ຕ່າງປະ​ເທດ ລະຫວ່າງ​ບຸກຄົນ ​ກັບ​ບຸກຄົນ ທ່ານ​ສາມາດ​ຮັບ​ເງິນ ​ແລະ​​​​ຝາກ ​ເງິນ​ລະຫວ່າງ​ປະ​ເທດ ​ໄດ້​ຢ່າງ​ສະດວກ, ວອ່ງ​ໄວ ​ແລະປອດ​ໄພ. ​ພຽງ​ແຕ່ 10 ນາທີ​ທ່ານ​ສາມາດຮັບ​ເງິນ​ໄດ້​ທົ່ວ​​ໂລກ, ຮັບ​ເປັນ​ເງິນສົດ​ສະດວ​ກ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ບັນຊີ ​ກັບທະນາຄານ​ກໍ່​ໄດ້.

ຜົນປະໂຫຍດທີ່ໄດ້ຮັບ:

  • ຮັບ-​ໂອນ​ເງິນ​ທົ່ວ​ໂລກ​ພຽງ​ແຕ່ 10 ນາທີ.
  • ທ່ານ​ສາມາດ​ຮັບ​ເປັນ​ເງິນສົດ​ໄດ້​ຢ່າງ​ສະດວກ.
  • ທ່ານ​ສາມາດ​ເລືອກ​​ໃຊ້​ບໍລິການ​ຂອງ ທຄຕລທີ່ຢູ່​ໃກ້​ທ່ານ​ໄດ້​ທຸກ​ສາຂາ ​ແລະ​ໜ່ວຍ​ບໍລິການ.
  • ທຄຕລ ຍິນ​ດີ​ຊ່ວຍທ່ານ​ໃນ​ການ​ແລກປ່ຽນ​ເງິນ​ຕາ​ຕ່າງປະ​ເທດ​​ໃນ​ການ​ຮັບ-​ໂອນ ​ໄດ້ຢ່າງ​ສະດວກ.
  • ເປັນ​ບໍລິການ​ທີ່​​ໃຊ້​ທົ່ວ​ໂລກ, ດັ່ງນັ້ນ ທ່ານ​ສາມາດ​ຮັບ-​ໂອນ​ໄດ້​ທົ່ວ​​ໂລກ ​ແລະຮັບ ປະກັນ​ຄວາມ​ປອດ​ໄພສູງ.
  • ຮັບ​ເງິນ​ໂອນ​ໂດຍ​ບໍ່​ໄດ້​ເສຍຄ່າ​ທຳນຽມ​ໃດໆ.
  • ບໍ່​ຈຳກັດ​ຈຳນວນ​ເງິນ​ໂອນ​ເຂົ້າ​ມາ.

ປະເພດສະກຸນເງິນ: 

        ທ່ານ ​ສາມາດ​ໂອນ​ເປັນສະກຸ​ນ​ເງິນ​ບາດ​ໄທ, ​ໂດ​ລາສະຫະລັດ, ຢູ​ໂຣ, ​ໂດ​ລາ​ສິງກະ​ໂປ, ​ໂດ​ລາ​ຮົງ​ກົງ, ​ໂດ​ລາ​ໂ​ອສ໌ຕາ​ລີ, ​ໂດ​ລາ​ກາ​ນາ​ດາ, ​​ເຢັນ​ຢີ່ປຸ່ນ, ​ປອນ​....

ເງື່ອນໄຂການໃຊ້ບໍລິການ:

  • ສຳລັບ​ບຸກຄົນ​ທີ່​ເປັນ​ຄົນຕ່າງປະ​ເທດ: ຕ້ອງ​ມີ​ໜັງສື​ເດີນທາງ ພອ້ມກັບ​ວີ​ຊາ​ເຂົ້າ ປະ​ເທດ​ລາວ​ທີ່​ຍັງ​ບໍ່​ໝົດ​ກຳໜົດ.
  • ສຳລັບ​ບຸກຄົນ​ທີ່​ເປັນ​ຄົນລາວ: ຕ້ອງ​ມີບັດປະ​ຈຳ​ຕົວ ຫຼື​ປຶ້ມ​ສຳມະ​ໂນ​ຄົວ ​ທີ່​ຍັງ​ບໍ່​ໝົດ​ກຳໜົດ.
  • ປະກອບ​ແບບ​ຟອມຮັບ​ເງິນ: ຊື່​ຜູ້​ຮັບ, ຊື່​ຜູ້​ສົ່ງ, ທີ່ຢູ່​, ຈໍານວນ​ເງິນ​ຮັບ ​ແລະ​​ເລກ ລະຫັດ 8 ຕົວ​ເລກ​ທີ່​ຜູ້​ຝາກ​ແຈ້ງ​ໃຫ້.
  • ປະກອບ ​ແບບ​ຟອມຝາກ​ເງິນ: ຊື່ ​ແລະ​ນາມສະກຸນ​ຂອງ​ຜູ້​ຮັບ, ທີ່ຢູ່​, ຈໍານວນ​ເງິນ​ຝາກ. ຈາກ​ນັ້ນ, ພະນັກງານ​ທະນາຄານ​ຈະ​ມອບ​ເລກ ລະຫັດ 8 ຕົວ​ເລກ​​ໃຫ້​ກັບ​ຜູ້​ຝາກ​ເງິນ, ​ແລະຜູ້​ຝາກ​ເງິນ​ແຈ້ງ​ໃຫ້ຜູ້​ຮັບ​ເງິນ​ຊາບ​ຈຳນວນ​ເງິນ ​ແລະ​ເລກ​ລະ ຫັດ 8 ຕົວ​ເລກ.