ຊົມເຊີຍຜົນສໍາເລັດ
ກອງປະຊຸມເຜີຍແຜ່ວຽກງານຂອງກອງທຶນສົ່ງເສີມ
ວິສາຫະກິດຂະໜາດນ້ອຍ ແລະ ກາງ
ວັນທີ 04/04/2023 ທີ່ຜ່ານມາຢູ່ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປະຈໍາປີ 2022 ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຂອງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ປະຈຳປີ 2022 ແລະ ກໍານົດແຜນວຽກຈຸດສູມໃນປີ 2023, ເຊີ່ງໄດ້ມີຕາງໜ້າຈາກ ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ ແລະ ຈຸນລະວິສາຫະກິດເຂົ້າຮ່ວມ, ພ້ອມກັນນັ້ນກໍ່ຍັງໄດ້ຂື້ນແລກປ່ຽນຂໍ້ຄິດເຫັນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການສະໜອງທຶນ ແລະ ເຂົ້າຫາແຫຼ່ງທຶນຕ່າງໆຂອງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ)
ໃນວັນທີ 06-07 ເມສາ 2023 ທີ່ຫ້ອງປະຊຸມສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ, BCEL ກໍໄດ້ເຂົ້າຮ່ວມຕັ້ງບູ໊ທທີ່ງານວາງສະແດງຜະລິດຕະພັນສິນຄ້າໃນກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳການຄ້າ ໃຫ້ກຽດເຂົ້າຮ່ວມງານ ແລະ ເຂົ້າຢ້ຽມຊົມບູ໊ທຂອງ BCEL ໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາຄະນະກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ, ເຊິ່ງພາຍໃນບູ໊ທໄດ້ໃຫ້ຄໍາແນະນໍາກ່ຽວກັບເງິນກູ້ເພື່ອສົ່ງເສີມທຸລະກິດ SME ໃນອັດຕາດອກເບ້ຍ 3%/ຕໍ່ປີ ເຊິ່ງໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມງານເປັນຈໍານວນຫຼາຍ.
BCEL ເປັນໜຶ່ງໃນສະມາຊິກຂອງ ທສວ ທີ່ໄດ້ຮັບແຫຼ່ງທຶນເງິນກູ້ ຈາກລັດຖະບານ ສ ປປ ລາວ, ໃນໄລຍະຜ່ານມາ BCEL ໄດ້ປະຕິບັດໜ້າທີ່ສະໜອງທຶນໃຫ້ກັບຫົວໜ່ວຍທຸລະກິດ ໂດຍການອະນຸມັດທຶນໃນບ້ວງຂອງ ທສວ ຈໍານວນໜຶ່ງແລ້ວ ແລະ ຢູ່ໃນຂັ້ນຕອນການຄົ້ນຄວ້າພິຈາລະນາອີກຈໍານວນໜຶ່ງ, ເປົ້າໝາຍແມ່ນເພື່ອປ່ອຍກູ້ໃຫ້ຫົວໜ່ວຍທຸລະກິດ ສົ່ງເສີມ SME ໃນອັດຕາດອກເບ້ຍ 3% ຕໍ່ປີ ເຊິ່ງເໝາະກັບບັນດາຫົວໜ່ວຍທຸລະກິດ ຂະແໜງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ, ຂະແໜງຫັດຖະກໍາ, ຂະແໜງກະສິກໍາ ປູກຝັງ-ລ້ຽງສັດ, ຂະແໜງການທ່ອງທ່ຽວ, ຫາກທ່ານໃດມີຄວາມສົນໃຈນໍາໃຊ້ທຶນເພື່ອຂະແໜງການທີ່ກ່າວມານັ້ນ ແມ່ນສາມາດເຂົ້າມາພົວພັນກັບພວກເຮົາໄດ້ ເຊິ່ງພວກເຮົາອໍານວຍຄວາມສະດວກໃຫ້ທ່ານດ້ວຍຕາໜ່າງການໃຫ້ບໍລິການທຸກສາຂາທົ່ວປະເທດ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ