ຊົມເຊີຍ BCEL ຮັບລາງວັນຍອດຂາຍດີເດັ່ນ
ລະດັບປະເທດ ປະເພດ M-Top-up ປະຈໍາປີ 2022
ຈາກ ບໍລິສັດ ລາວໂທລະຄົມ
ໃນວັນທີ 23 ມີນາ 2023 ທີ່ ປະເທດ ສສ ຫວຽດນາມ ບໍລິສັດ ລາວໂທລະຄົມ ໄດ້ຈັດງານລ້ຽງພົບປະສັງສັນ ປະຈໍາປີ ໂດຍມີບັນດາຕົວແທນຂາຍຂອງລາວໂທລະຄົມຈາກທົ່ວປະເທດເຂົ້າຮ່ວມ, ເຊິ່ງພາຍໃນງານໄດ້ມີການຈັດ ພິທີມອບຮັບລາງໃຫ້ແກ່ຕົວແທນຂາຍທີ່ມີຍອດຂາຍດີເດັ່ນໃນແຕ່ລະດ້ານ, ໃນນັ້ນ BCEL ເປັນໜຶ່ງໃນຕົວແທນຂາຍທີ່ໄດ້ຮັບລາງວັນຍອດຂາຍດີເດັ່ນ ລະດັບປະເທດ ປະເພດ M-Top-up ປະຈໍາປີ 2022 ລາງວັນອັນມີຄຸນຄ່າໃນຄັ້ງນີ້ ມອບໂດຍ ໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ລາວໂທລະຄົມ ແລະ ຂຶ້ນຮັບລາງວັນ ຮັບໂດຍ ທ່ານ ນາງ ບົວໄພວັນ ນັນດາວົງ ຮອງຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL)
ພວກເຮົາຂໍຂອບໃຈຢ່າງສູງມາຍັງ ບໍລິສັດ ລາວໂທລະຄົມ (LTC) ທີ່ມອບລາງວັນອັນມີຄຸນຄ່າ ແລະ ມີຄວາມໝາຍ, ຂໍຂອບໃຈມາຍັງບັນດາລູກຄ້າທຸກທ່ານທີ່ຢູ່ຄຽງຂ້າງ, ໃຫ້ການສະໜັບສະໜຸນ ພ້ອມນໍາໃຊ້ການບໍລິການຂອງ BCEL ດ້ວຍດີຕະຫຼອດມາ.
ໃນໄວໆນີ້ກຽມພົບກັບໂປຣໂມຊັນສຸດພິເສດທີ່ BCEL ແລະ LTC ໄດ້ຈັດກຽມໄວ້ລູກຄ້າທີ່ຕື່ມເງິນມູນຄ່າໂທຜ່ານແອັບ BCEL One ພ້ອມກັບລາງວັນໃຫຍ່ທີ່ຫຼາກຫຼາຍ ກຽມຕົວລຸ້ນນໍາກັນໄດ້ເລີຍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ