ເຖິງ: ບັນດາບໍລິສັດຜູ້ໃຫ້ບໍລິການ ແລະ ບຳລຸງຮັກສາ ສູນເກັບກຳຂໍ້ມູນ-ຂ່າວສານໄອທີ.
ເລື່ອງ: ແຈ້ງເຊີນປະມູນລາຄາ ເພື່ອຄັດເລືອກເອົາຜູ້ໃຫ້ບໍລິການ ແລະ ບຳລຸງຮັກສາ ສູນເກັບກຳຂໍ້ມູນ-ຂ່າວສານ ໄອທີ.
ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາບໍລິສັດທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນລາຄາໂຄງການ “ບໍລິການ ແລະ ບຳລຸງຮັກສາ ສູນເກັບກຳຂໍ້ມູນ-ຂ່າວສານ ໄອທີ ທຄຕລ” (BCEL DATA CENTER) ໂຄງການຕັ້ງຢູ່ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດດັ່ງນີ້:
ກ. ຊຸດເອກະສານປະມູນ 12 ພາກ (12 Sections);
ຂ. ໃບນຳສົ່ງເອກະສານ ການປະມູນ;
ຄ. ສັນຍາຮັກສາຄວາມລັບ.
ດັ່ງນັ້ນ, ຈິ່ງແຈ້ງເຊີນມາຍັງບັນດາບໍລິສັດຜູ້ໃຫ້ບໍລິການ ເພື່ອຮັບຊາບ ແລະ ສົນໃຈຍື່ນເອກະສານການປະມູນທີ່ກ່າວໄວ້ຂ້າງເທິງນີ້.
ຜູ້ອໍານວຍການ