ໜັງສືແຈ້ງເຊີນ
ເຖິງ: ບັນດາທ່ານຫົວໜ້າບໍລິສັດ, ຜູ້ສະໜອງ ທີ່ເປັນຕົວແທນຈຳໜ່າຍປະເພດເຄື່ອງຈັກນັບເງິນ.
ເລື່ອງ: ເຊີນເຂົ້າຮ່ວມຍື່ນຊອງລາຄາຈັດຊື້ ເຄື່ອງຈັກນັບເງິນ ແລະ ຈັກມັດໂຄ້ນເງິນ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານ ຜູ້ສະໜອງທີ່ມີຄວາມສົນໃຈ ຍື່ນຊອງປະມູນຈັດຊື້ ເຄື່ອງຈັກນັບເງິນ (ຈັກນັບຮ້ອຍ) ຈໍານວນ 18 ໜ່ວຍ (ຕັ້ງໂຕະ 09 ໜ່ວຍ ແລະ ຕັ້ງພື້ນ 09 ໜ່ວຍ) ແລະ ຈັກມັດໂຄ້ນເງິນ ຈຳນວນ 01 ໜ່ວຍ ເພື່ອປະກອບເປັນເຄື່ອງມືຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງທະນາຄານ ດັ່ງລາຍການລຸ່ມນີ້:
- ຄວາມສາມາດຂອງເຄື່ອງຈັກນັບເງິນ (ຢ່າງໜ້ອຍ):
- ລະບົບການນັບເງິນເປັນລະບົບລົມດູດ (Vacuum Feed system).
- ຄວາມໄວໃນການນັບເງິນແມ່ນ ຢ່າງໜ້ອຍ 1.500 ໃບ/ນາທີ.
- ຊ່ອງໃສ່ເງິນສາມາດໃສ່ເງິນໄດ້ເຖິງ 200 ໃບ.
- ຕົວເລກສະແດງຜົນຂະໜາດໃຫຍ່ ດ້ວຍລະບົບດິຈິຕອນ ແບບ LED ເຫັນໄດ້ຢ່າງຊັດເຈນງ່າຍໃນການເບິ່ງ, ສະແດງຜົນລວມສູງເຖິງ 05 ຫຼັກ ແລະ ສະແດງຜົນຈໍານວນໄດ້ 03 ຫຼັກ.
- ສາມາດກໍານົດການເຮັດວຽກຂອງເຄື່ອງໄດ້ທັງລະບົບ Auto ແລະ ລະບົບ Manual.
- ມີສັນຍານເຕືອນເມື່ອມີການນັບຈໍານວນເງິນບໍ່ຖືກຕ້ອງຕາມທີ່ກໍານົດ ແລະ ແຈ້ງຈໍານວນທີ່ບໍ່ຖືກຕ້ອງ.
- ສາມາດນັບເງິນໃໝ່, ເກົ່າ ລວມກັນໄດ້ຢ່າງມີປະສິດທິພາບ.
- ມີສິນຄ້າໃຫ້ ທຄຕລ ທົດລອງຢ່າງໜ້ອຍ 02 ອາທິດ (ຖ້າເປັນລຸ້ນ ທີ່ ທຄຕລ ບໍ່ເຄີຍໄດ້ນຳໃຊ້ມາກ່ອນ).
- ທຄຕລ ຂໍສະຫງວນສິດ ປະຕິເສດກໍລະນີຄວາມສາມາດຂອງເຄື່ອງຈັກບໍ່ຄົບຕາມເງື່ອນໄຂຂ້າງເທິງ.
- ຄວາມສາມາດຂອງເຄື່ອງມັດໂຄ້ນເງິນ (ຢ່າງໜ້ອຍ):
- ມີລະບົບ TORQUE TENSION ສຳລັບຕ້ອງການໃຫ້ເຊືອກແໜ້ນ.
- ສາມາດໃຊ້ເຊືອກໄດ້ຫຼາຍຂະໜາດ 5, 6, 9, 12, 15.5 mm.
- ຄວາມໄວໃນການຮັດ 1.5 - 3 ວິນາທີ/ຄັ້ງ.
- ມີສິນຄ້າໃຫ້ ທຄຕລ ທົດລອງຢ່າງໜ້ອຍ 02 ອາທິດ (ຖ້າເປັນລຸ້ນ ທີ່ ທຄຕລ ບໍ່ເຄີຍໄດ້ນຳໃຊ້ມາກ່ອນ).
- ທຄຕລ ຂໍສະຫງວນສິດ ປະຕິເສດກໍລະນີຄວາມສາມາດຂອງເຄື່ອງຈັກບໍ່ຄົບຕາມເງື່ອນໄຂຂ້າງເທິງ.
* ເງື່ອນໄຂສໍາລັບຜູ້ທີ່ສົນໃຈເຂົ້າຮ່ວມປະມູນຕ້ອງປະກອບເອກະສານໃຫ້ຄົບຖ້ວນດັ່ງລຸ່ມນີ້:
Ø ເອກະສານ ຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍເຄື່ອງຈັກນັບເງິນ, ຕ້ອງມີວິຊາການ ກ່ຽວກັບເຄື່ອງຈັກດັ່ງກ່າວໂດຍສະເພາະ ແລະ ມີປະສົບການ ຢ່າງໜ້ອຍ 3 ປີຂຶ້ນໄປ (ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ 3 ປີ ຍ້ອນຫຼັງ (2021, 2022, 2023) ແລະ ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ.
- ເອກະສານລາຍລະອຽດສະເປັກສິນຄ້າ, ຍີ່ຫໍ້ເຄື່ອງຈັກ, ການຮັບປະກັນ, ໄລຍະຈັດສົ່ງ, ການຝຶກອົບຮົມການໃຊ້ງານໃຫ້ພະນັກງານ ທຄຕລ, ລະບຸປີຜະລິດ-ປະເທດຜະລິດສິນຄ້າ, ການບຳລຸງຮັກສາ-ການບໍລິການຫຼັງການຂາຍ, ແລະ ເງື່ອນໄຂອື່ນໆຢ່າງລະອຽດຕາມ Format ຄັດຕິດມາພ້ອມນີ້:
- ເອກະສານຂ້າງເທິງແມ່ນໃຫ້ຍື່ນກ່ອນ ວັນສຸກ, ທີ 11/04/2025 ເວລາ 11:00 ໂມງ ໂດຍການສົ່ງຟາຍເຂົ້າ E-mail: procurement@bcel.com.la
Ø ເອກະສານ ຊອງທີ 2 (ປິດຊອງ):
- ໃບສະເໜີລາຄາໃຫ້ລວມອາກອນມູນຄ່າເພີ່ມ ພ້ອມທັງລະບຸເປັນສະກຸນເງິນກີບ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຢ່າງໜ້ອຍ 10% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 30/06/2025) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນພາຍໃນ 10 ວັນ.
- ວັນພະຫັດ, ທີ 24/04/2025, ເວລາ 13:30 ໂມງ ແມ່ນມື້ເປີດຊອງປະມູນ, ສະນັ້ນ ໃຫ້ຜູ້ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ມາຍື່ນຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມ 5/2 ອາຄານ C.
- ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ຕາມການກຳນົດຂ້າງເທິງ. ການຄັດເລືອກຜູ້ສະໜອງ ແມ່ນຈະໄດ້ຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ). ການປະມູນຄັ້ງນີ້ແມ່ນຈະພິຈາລະນາເປັນແຕ່ລະລາຍການສິນຄ້າ (ບໍ່ໄດ້ເລືອກຍອດລວມ)
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະບຽນສັນຍາ.
- ຖ້າຜູ້ຊະນະການປະມູນ ປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າລວມທີ່ສະເໜີປະມູນ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 90% ພາຍຫຼັງໄດ້ຮັບສິນຄ້າຖືກຕ້ອງຄົບຖ້ວນ ແລະ ຜ່ານການກວດກາຈາກທັງ 02
ຝ່າຍ ພາຍໃນ 30 ວັນລັດຖະການ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າສັນຍາ ພາຍຫຼັງຮັບສິນຄ້າ 06 ເດືອນ.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນລາຄາໃນຄັ້ງນີ້ດ້ວຍ.
ຕິດຕໍ່ສອບຖາມ:
ໂທ: 213200 ຕໍ່ 414;
020 5533 4674; 020 5835 1522