ພິທີເຊັນສັນຍາວ່າດ້ວຍການຊື້-ຂາຍປະກັນໄພ LVI
ຜ່ານລະບົບອອນລາຍ BCEL One, BCEL i-Bank ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ປະກັນໄພລາວ-ຫວຽດ ຈຳກັດ
ນະຄອນຫຼວງວຽງຈັນ, ວັນທີ: 05/08/2020
ໃນຕອນແລງຂອງວັນທີ 05/08/2020 ທີ່ຜ່ານມາ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດຈຳກັດ (LVI) ໄດ້ລົງນາມເຊັນສັນຍາວ່າດ້ວຍການຊື້-ຂາຍປະກັນໄພ LVI ຜ່ານລະບົບອອນລາຍ BCEL One, BCEL i-Bank. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ ທຄຕລ ແລະ ທ່ານ ຫງວຽນ ວຽດ ຮາຍ ຜູ້ອຳນວຍການໃຫຍ່ ບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈຳກັດ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີຄັ້ງນີ້ໂດຍ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ, ທ່ານ ພັນໂທ ແກ້ວມາລາ ແສງທອງ ຮອງກົມຈາລະຈອນ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ພັນໂທ ເພັງສະຫວັນ ຫົວໜ້າພະແນກຈໍລະຈອນ ນະຄອນຫຼວງ, ຕາງໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພກະຊວງການເງິນ. ພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ, ຄະນະພະແນກ, ຄະນະສູນ ແລະ ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
LVI ແມ່ນໜຶ່ງໃນບໍລິສັດໃນເຄືອ ທີ່ ທຄຕລ ຖືຮຸ້ນ 35% ຂອງທຶນຈົດທະບຽນ, ໃນໄລຍະຜ່ານມາ ທຄຕລ ແລະ LVI ກໍ່ໄດ້ມີການພົວພັນ ແລະ ປະສານງານກັນຢ່າງເປັນປົກກະຕິ, ໃນດ້ານການຮ່ວມມື ຊື້-ຂາຍ ປະກັນໄພ LVI ແມ່ນເຄີຍໄດ້ລິເລີ່ມໃຫ້ບໍລິການຜ່ານປ່ອງບໍລິການເຄົາເຕີ ທຄຕລ ຢູ່ສໍານັກງານໃຫຍ່ ແລະ ບັນດາສາຂາຂອງ ທຄຕລ ມາຕັ້ງແຕ່ປີ 2014.
ອີງໃສ່ສະພາບຄວາມຕ້ອງການໃນສັງຄົມ ທີ່ຮຽກຮ້ອງເຖິງລະບົບການຊໍາລະຄ່າທໍານຽມປະກັນໄພ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄຫມຂຶ້ນກ່ວາເກົ່າ, ໃນທ້າຍປີ 2019 ທັງ 2 ຝ່າຍ ທຄຕລ ແລະ ບໍລິສັດ ປະກັນໄພ LVI ໄດ້ປຶກສາຫາລື ເພື່ອພັດທະນາລະບົບການ ຊື້-ຂາຍ ປະກັນໄພ ໃນຮູບແບບໃຫມ່ ຜ່ານຊ່ອງທາງເອເລັກໂທນິກ ເຊິ່ງໄລຍະທໍາອິດແມ່ນຈະໃຫ້ບໍລິການເລີ່ມຈາກການໃຫ້ບໍລິການຊື້ຂາຍປະກັນໄພຍານພາຫານະ ແລະ ປະກັນໄພສຸຂະພາບຂອງ LVI ຜ່ານ BCEL One ແລະ BCEL i-Bank, ເຊິ່ງຊ່ອງທາງດັ່ງກ່າວຈະຊ່ວຍເຮັດໃຫ້ການ ຊື້-ຂາຍ ປະກັນໄພ ຫັນກ້າວໄປສູ່ຄວາມທັນສະໄຫມ, ຄວາມປອດໄພ ແລະ ຄວາມສະດວກແກ່ລູກຄ້າ ຫລາຍຂຶ້ນ.
ລູກຄ້າຊື້ຜະລິດຕະພັນປະກັນໄພຍານພາຫານະ ແລະ ປະກັນໄພສຸຂະພາບຂອງ LVI ຜ່ານຊ່ອງທາງ ເອເລັກໂທນິກ ອອນໄລຂອງ ທຄຕລ, ລູກຄ້າຈະໄດ້ຮັບເອກະສານຢັ້ງຢືນການຊື້ປະກັນໄພໃນຮູບແບບອີເລັກໂທຼນິກ ເຊິ່ງສາມາດດາວໂຫຼດເອກະສານຢັ້ງຢືນການຊື້ປະກັນໄພ ອອກມາດ້ວຍຕົນເອງ ຫຼື ສາມາດເຂົ້າມາພິມໃບຢັ້ງຢືນຢູ່ຕາມຈຸດບໍລິການຂອງ ທຄຕລ ແລະ ໃບຢັ້ງຢືນການຊື້ປະກັນໄພດັ່ງກ່າວ ຈະມີຜົນສັກສິດຄຸ້ມຄອງໃນທັນທີ ທີ່ຊໍາລະສໍາເລັດ, ພ້ອມທັງສາມາດນໍາໃຊ້ເອກະສານດັ່ງກ່າວ ຢັ້ງຢືນໃນເວລາທີ່ມີການຂໍກວດກາເອກະສານຈາກເຈົ້າໜ້າທີ່ກ່ຽວຂ້ອງ ຫຼື ໃຊ້ຢັ້ງຢືນກັບພະນັກງານຂອງບໍລິສັດປະກັນໄພທີ່ມາເອົາຂໍ້ມູນໃນກໍລະນີທີ່ເກີດເຫດສຸກເສີນຕາມທ້ອງຖະໜົນ.
ການຮ່ວມມືໃນຄັ້ງນີ້ ຖືເປັນບາດກ້າວທີ່ສໍາຄັນໃນການໃຫ້ບໍລິການຂາຍປະກັນໄພຂອງ LVI ທີ່ນໍາໃຊ້ລະບົບທີ່ທັນສະ ໄໝ, ໃນຕໍ່ໜ້າ 2 ຝ່າຍ ຈະສືບຕໍ່ຄົ້ນຄວ້າ ພັດທະນາຊ່ອງທາງການຂາຍປະກັນໄພໃຫ້ສາມາດບໍລິການປະກັນໄພປະເພດອື່ນໆຕື່ມອີກ, ຝ່າຍ ທຄຕລ ເອງກໍ່ມີຄວາມພ້ອມໃນການຮ່ວມມື ແລະ ສະໜັບສະໜູນໃນການພັດທະນາຕ່າງໆ ເພື່ອໃຫ້ LVI ທີ່ເປັນບໍລິສັດໃນເຄືອ ແລະ ທຄຕລ ໃນນາມຜູ້ຖືຮຸ້ນ ຈະມີການພັດທະນາ ເຕີບໂຕຄຽງຄູ່ກັນໄປ, ຮ່ວມກັນປະກອບສ່ວນສ້າງຄວາມສະດວກໃນວຽກງານຊໍາລະສະສາງ ແລະ ປະກອບສ່ວນພັນທະຕ່າງໆໃຫ້ລັດຖະບານຖືກຕ້ອງຕາມລະບຽບການ.
ທຄຕລ ຂໍສະແດງຄວາມຂອບໃຈມາຍັງ ບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈຳກັດ ແລະ ລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນ ແລະ ບໍລິການຂອງ ທຄຕລ ຕະຫຼອດມາ. ທຄຕລ ຈະສືບຕໍ່ພັດທະນາລະບົບການບໍລິການໃຫ້ມີຄວາມທັນສະໄໝ ແລະ ສືບຕໍ່ຮ່ວມມືກັບພາກສ່ວນອື່ນໆ ເພື່ອອໍານວຍຄວາມສະດວກໃນການຊຳລະສະສາງຕ່າງໆຂອງລູກຄ້າ ໃນຍຸກແຫ່ງການບໍລິການທະນາຄານແບບດີຈີຕໍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
CallCenter:1555 ຫຼື OneCare Support, Facebook: BCEL Bank, Website: www.bcel.com.la