ຊົມເຊີຍລາງວັນດີເດັ່ນທີ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ຮັບຈາກວາລະສານຊັ້ນນໍາຈາກຕ່າງປະເທດ |
ວາລະສານການທະນາຄານ ແລະ ການເງິນອາຊີ (Asian Banking and Finance Magazine) ມອບລາງວັນດີເດັ່ນໃຫ້ແກ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນການປະກາດລາງວັນ Asian Banking & Finance Awards 2020 ໂດຍມີການສຳພາດ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຜ່ານໂປຣແກມອອນລາຍ (Zoom) ຢູ່ທີ່ ທຄຕລ ສໍານັກງານໃຫຍ່. ເນື່ອງຈາກໃນປີ 2020 ນີ້, ສະພາບຂອງໂລກໄດ້ເກີດມີເຫດການແຜ່ລະບາດຂອງພະຍາດ COVID-19 ຈຶ່ງບໍ່ສາມາດຈັດງານປະກາດລາງວັນດັ່ງກ່າວຂຶ້ນຄືກັບປີທີ່ຜ່ານມາທີ່ໄດ້ຈັດຂຶ້ນທີ່ປະເທດສິງກະໂປ.
ລາງວັນທີ່ ທຄຕລ ໄດ້ຮັບແມ່ນໄດ້ມາຈາກຂະແໜງທະນາຄານບໍລິການລູກຄ້າທົ່ວໄປ ຫຼື Retail Banking Awards ລາງວັນອັນຊົງກຽດທີ່ ທຄຕລ ໄດ້ຮັບໃນປີ 2020 ນີ້ ແມ່ນ ລາງວັນດີເດັ່ນດ້ານແນວຄວາມຄິດລິເລີ່ມ ໃນການໃຫ້ບໍລິການຜ່ານລະບົບມືຖື ແລະ ການຊຳລະສະສາງ ແຫ່ງປີ (MOBILE BANKING & PAYMENT INITIATIVE OF THE YEAR – LAOS)
ລາງວັນດັ່ງກ່າວໄດ້ຈາກການສະເໜີ ບໍລິການຮັບຊຳລະຄ່າທຳນຽມທາງ (Road TAX) ເຂົ້າຊິງລາງວັນ ເນື່ອງຈາກຜະລິດຕະພັນ Road TAX ເປັນການບໍລິການຊຳລະສະສາງທີ່ມີຄວາມທັນສະໄໝ, ງ່າຍ, ວ່ອງໄວ ແລະ ສາມາດຊຳລະໄດ້ຕະຫຼອດເວລາ ເຮັດໃຫ້ ສປປ ລາວ ສາມາດຈັດເກັບລາຍຮັບເຂົ້າບັນຊີງົບປະມານແຫ່ງລັດ ໄດ້ຕະຫຼອດ 24 ຊົ່ວໂມງ. ຜະລິດຕະພັນ Road TAX ເປັນລະບົບປະຕິບັດວຽກງານຂອງພາກລັດທີ່ມີປະສິດທິພາບ, ມີປະສິດທິຜົນ, ໂປ່ງໃສ, ສາມາດກວດສອບໄດ້, ປະຢັດງົບປະມານ ແລະ ເກັບລາຍຮັບເຂົ້າລັດໄດ້ຢ່າງແທ້ຈິງ. ປະຊາຊົນທັງໃນຕົວເມືອງ ແລະ ຊົນນະບົດ ສາມາດຊຳລະຄ່າທຳນຽມທາງໄດ້ດ້ວຍຕົນເອງຜ່ານຊ່ອງທາງການບໍລິການຂອງ ທຄຕລ ເຊັ່ນ: BCEL One, i-Bank, ຕູ້ ATM, ປ່ອງບໍລິການ ທຄຕລ ແລະ ຕົວແທນເງິນດ່ວນຊຸມຊົນໃກ້ບ້ານ. ໃນໄລຍະເວລາບໍ່ເຖິງ 2 ປີ ທີ່ Road Tax ເປີດບໍລິການ, ຕົວເລກການຊຳລະຄ່າທາງ ມີຫຼາຍກວ່າ 1 ລ້ານລາຍການ, ສ້າງລາຍຮັບເຂົ້າງົບປະມານແຫ່ງລັດໄດ້ຫຼາຍກວ່າ 200 ຕື້ກີບ. ລະບົບການຊຳລະຄ່າທຳນຽມທາງ ໄດ້ກາຍເປັນໂຄງການຕົ້ນແບບ ເພື່ອຫັນການຈັດເກັບລາຍຮັບຂອງລັດຖະບານໄປສູ່ດີຈີຕອນ ອີກຫຼາຍໂຄງການ ບໍ່ວ່າຈະເປັນ ໂຄງການ Smart VAT (ໂຄງການເກັບພາສີຂ້າມຂົວມິດຕະພາບລາວ-ໄທແຫ່ງທີ 1) ແລະ ໂຄງການພາສີທີ່ດິນທີ່ໄດ້ເປີດໂຕວ່າງບໍ່ດົນມານີ້.
ໃນຄໍາເວົ້າຕອນໜຶ່ງຂອງບົດສໍາພາດແມ່ນໄດ້ຕັ້ງຄໍາຖາມກ່ຽວກັບການເອົາຊະນະສິ່ງທ້າທາຍໃນການປະຕິບັດນັ້ນ, ເຫັນວ່າເຖິງແມ່ນວ່າ ຈະມີຂໍ້ຫຍຸ້ງຍາກຫຼາຍເທົ່າໃດ ທຄຕລ ກໍ່ຈະບຸກທະລຸເພື່ອຜົນປະໂຫຍດອັນສູງສຸດຂອງສັງຄົມ, ເຊິ່ງມັນສະແດງອອກວ່າ ລາງວັນອັນຊົງກຽດທີ່ ທຄຕລ ໄດ້ຮັບໃນເທື່ອນີ້ ເປັນສິ່ງທີ່ຢັ້ງຢືນເຖິງຄຸນນະພາບໃນການບໍລິການ ແລະ ການຍອມຮັບທັງພາຍໃນ ແລະ ສາກົນຕໍ່ ທຄຕລ ໄດ້ເປັນຢ່າງດີ. ການສະເໜີຊື່ທະນາຄານເພື່ອເຂົ້າຮັບລາງວັນ ແລະ ການຕັດສິນ ແມ່ນພິຈາລະນາໂດຍຄະນະກໍາມະການ ທີ່ມາຈາກບັນດາບໍລິສັດ ກວດສອບບັນຊີທີ່ມີຊື່ສຽງລະດັບສາກົນ ປະກອບດ້ວຍຕົວແທນຈາກ: ບໍລິສັດ Ernst & Young, Deloitte, KPMG ແລະ PwC. ເຊິ່ງມີຫຼາຍກວ່າ 100 ທະນາຄານ ຈາກ 30 ປະເທດ ສະເໜີຊື່ເຂົ້າຊິງລາງວັນໃນຄັ້ງນີ້.