ບົດຂ່າວ
ການຮ່ວມມືລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ແລະ ບັນດາສະຖາບັນການສຶກສາ ພາຍໃນນະຄອນຫຼວງວຽງຈັນ
ວ່າດ້ວຍການຮ່ວມມື ໂຄງການບັດນັກສຶກສາ
ນະຄອນຫຼວງວຽງຈັນ, ວັນທີ: 27/08/2020
ເພື່ອເປັນການຍົກລະດັບ ບັດນັກສຶກສາ ໃຫ້ສາມາດໃຊ້ເປັນບັດດຽວກັນກັບ ບັດ ATM ຂອງ ທຄຕລ ເພື່ອນຳໃຊ້ໄວ້ຢັ້ງຢືນຕົວຕົນຂອງນັກສຶກສາ, ຢັ້ງຢືນການເຂົ້າຫ້ອງສອບເສັງ, ໃຊ້ໄວ້ຊຳລະຄ່າຮຽນ-ຄ່າທຳນຽມຕ່າງໆ, ນອກຈາກນັ້ນຍັງສາມາດນຳໃຊ້ເຂົ້າໃນການຖອນເງິນສົດໄດ້ທີ່ຕູ້ ATM, ຊໍາລະຄ່າສິນຄ້າ ແລະ ບໍລິການ ທັງພາຍໃນ ແລະ ຕ່າງປະເທດ, ທຄຕລ ຈຶ່ງໄດ້ລິເລີ່ມ ພັດທະນາບັດນັກສຶກສາໃຫ້ສາມາດໃຊ້ເປັນບັດດຽວກັນກັບບັດ ATM ໃນຊ່ວງໄລຍະປີ 2013 ເປັນຕົ້ນມາ ແລະ ໄດ້ຮ່ວມມືກັບບັນດາສະຖາບັນການສຶກສາ ຢູ່ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນຢູ່ ພາຍໃນນະຄອນຫຼວງວຽງຈັນ ປະກອບມີ: ມະຫາວິທະຍາໄລແຫ່ງຊາດ 20.000 ກວ່າຄົນ, ສະຖາບັນການທະນາຄານ 2.000 ກວ່າຄົນ, ສະຖາບັນ ເສດຖະກິດ ການເງິນ ດົງຄໍາຊ້າງ 4.000 ກວ່າຄົນ, ວິທະຍາໄລ ເຕັກນິກ ການຊ່າງ ປາກປ່າສັກ 3.000 ກວ່າຄົນ, ວິທະຍາໄລຄູ ດົງຄໍາຊ້າງ 700 ກວ່າຄົນ, ວິທະຍາໄລ ເຕັກນິກ ການຊ່າງລາວ-ເຢຍລະມັນ 300 ກວ່າຄົນ, ວິທະຍາໄລ ເຕັກນິກກະສິກໍາ ດົງຄໍາຊ້າງ 200 ກວ່າຄົນ, ວິທະຍາໄລ ເຄວິນ 700 ກວ່າຄົນ ແລະ ສະຖາບັນການສຶກສາອື່ນໆອີກຫຼາຍແຫ່ງ ທີ່ເຂົ້າຮ່ວມໂຄງການບັດນັກສຶກສາຂອງ ທຄຕລ.
ພິທີເຊັນສັນຍາລະຫວ່າງ ທຄຕລ ແລະ ວິທະຍາໄລຄູ ດົງຄຳຊ້າງ |
ປະຈຸບັນ ເທັກໂນໂລຊີ ໄດ້ເຂົ້າມາມີບົດບາດໃນວຽກງານການເງິນ ການທະນາຄານຫຼາຍຂຶ້ນ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ແນມເຫັນບັນຫາຈຸດຄົງຄ້າງໃນໄລຍະຜ່ານມາ ແລະ ມີຄວາມຕ້ອງການຢາກປັບປຸງແກ້ໄຂ ຂອດບໍລິການຊຳລະສະສາງໃຫ້ມີຄວາມຄ່ອງຕົວ ພ້ອມທັງແນ່ໃສ່ການຮ່ວມມືເຂົ້າຊ່ວຍເຫຼືອແກ່ທຸກພາກສ່ວນໃນສັງຄົມລາວ ໂດຍສະເພາະບັນດາໂຮງຮຽນ, ວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ ເພື່ອຫັນການຊຳລະຄ່າລົງທະບຽນ, ຄ່າຮຽນ ແລະ ຄ່າທຳນຽມຕ່າງໆ ຂອງນັກສຶກສາຈາກການຊຳລະເປັນເງິນສົດ ໃຫ້ຫັນມານຳໃຊ້ບັດເອເລັກໂທຼນິກຫຼາຍຂຶ້ນ ໂດຍອອກເປັນບັດນັກສຶກສາ ແລະ ບັດເອທີເອັມເປັນບັດດຽວກັນ ເພື່ອຫຼຸດຜ່ອນການນຳໃຊ້ເງິນສົດລົງເທື່ອລະກ້າວ. ນໍາໃຊ້ລະບົບເອເລັກໂທຼນິກຂອງ ທຄຕລ ເຂົ້າໃນການຮັບໃຊ້ ການຊຳລະຄ່າຮຽນຂອງນັກສຶກສາ ແລະ ຕິດຕາມການຊຳລະຜ່ານລະບົບເອເລັກໂທຼນິກຂອງ ທຄຕລ. ເພື່ອເຮັດໃຫ້ວຽກງານດັ່ງກ່າວ ຫັນໄປສູ່ຄວາມທັນສະ ໄໝ, ປອດໄພ ສາມາດກວດສອບໄດ້ ແລະ ສ້າງຄວາມສະດວກແກ່ນັກສຶກສາໃນອະນາຄົດຕະຫຼອດໄປ.
ໃນຍຸກແຫ່ງການພັດທະນາທີ່ເທັກໂນໂລຢີມີຄວາມກ້າວໜ້າສູງ, ທຄຕລ ຈະສືບຕໍ່ພັດທະນາຜະລິດຕະພັນຢ່າງບໍ່ຢຸດຢັ້ງ ແລະ ຮ່ວມມືກັບພາກສ່ວນຕ່າງໆ ໂດຍທຸກຜະລິດຕະພັນ ທຄຕລ ແມ່ນເນັ້ນຄວາມທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ ໂດຍຄຳນຶງເຖິງຄວາມຕ້ອງການຂອງລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ. ເພື່ອໃຫ້ລູກຄ້າ ແລະ ສັງຄົມໄດ້ຮັບຜົນປະໂຫຍດສູງສຸດ.
ພິທີເຊັນສັນຍາລະຫວ່າງ ທຄຕລ ແລະ ວິທະຍາໄລ ເຕັກນິກ ການຊ່າງ ປາກປ່າສັກ |
ພິທີເຊັນສັນຍາລະຫວ່າງ ທຄຕລ ແລະ ວິທະຍາໄລ ເຕັກນິກ ການຊ່າງລາວ-ເຢຍລະມັນ |
ພາບບັນຍາກາດການທົບທວນສັນຍາລະຫວ່າງ ທຄຕລ ແລະ ສະຖາບັນ ເສດຖະກິດ ການເງິນ ດົງຄຳຊ້າງ |
ພາບບັນຍາກາດການທົບທວນສັນຍາລະຫວ່າງ ທຄຕລ ແລະ ມະຫາວິທະຍາໄລແຫ່ງຊາດ |
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la