ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ, ຫ້າງຮ້ານຕົວແທນຈໍາໜ່າຍ ຫຼື ຜະລິດກະເປົາໜັງ ຢູ່ໃນນະຄອນຫລວງວຽງຈັນ.
ເລື່ອງ: ເຊີນເຂົ້າຮ່ວມການປະມູນລາຄາກະເປົາເງິນ (ແບບໜັງ).
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນຈຳໜ່າຍ ຫຼື ຜະລິດກະເປົາເງິນ (ແບບໜັງ) ເພື່ອເຂົ້າຮ່ວມການປະມູນລາຄາສະໜອງກະເປົາເງິນ (ແບບໜັງ) ທີ່ ທຄຕລ ຈະນຳໃຊ້ປະກອບເປັນລາງວັນຂອງ VISA CAMPAIGN ຕາມລາຍລະອຽດລຸ່ມນີ້:
ລ/ດ
|
ລາຍການ
|
ລາຍລະອຽດສິນຄ້າ
|
ຈຳນວນ
|
1
|
ກະເປົາເງິນ (ແບບໜັງ)
|
- ກະເປົາໜັງ ຂະໜາດ 18,5 * 9,5 ຊມ ພັບໄດ້, ມີ 2 ສີ: ສີດຳ ແລະ ນໍ້າຕານອ່ອນ (ສໍາລັບວັດສະດຸ ແມ່ນໃຫ້ຜູ້ສະໜອງສະເໜີມາເປັນຫຼາຍທາງເລືອກເຊັ່ນ: ໜັງງົວແທ້, ໜັງ PU ເກຼດພຼີມ້ຽມ)
- ດ້ານໃນກະເປົາມີບ່ອນໃສ່ເງິນ, ມີບ່ອນສອດສຳລັບໃສ່ບັດຕ່າງໆ.
- ດ້ານໜ້າກະເປົາໃສ່ກາ BCEL VISA (ກາເປັນຮູບແບບຢຽບ).
- ກະເປົາແຕ່ລະໜ່ວຍຕ້ອງມີກ໋ອງ (BOX), ຮູບແບບງາມ ເປັນສີດຳ ແລະ ສີນໍ້າຕານ (ດ້ານໜ້າເປັນກ່ອງສີລ້ວນ ຫຼື ມີລວດລາຍໜ້ອຍໜຶ່ງ ເປັນສີດ້ານ)
- ກະເປົາແຕ່ລະໜ່ວຍຕ້ອງມີຖົງກັນຝຸ່ນພ້ອມ.
|
1.000
ຊຸດ
(ກະເປົາໜັງ+ກັບ+ຖົງເຈ້ຍ)
|
- ເງື່ອນໄຂຂອງຜູ້ສະໜອງ ທີ່ມີຄວາມຕ້ອງການຍື່ນຊອງປະມູນຕ້ອງປະກອບມີດັ່ງນີ້:
- ເອກະສານຊອງທີ 1 (ບໍ່ປິດຊອງ).
- ປະກອບເອກະສານໃນນາມນິຕິບຸກຄົນ ແລະ ດຳເນີນທຸລະກິດຢ່າງໜ້ອຍ 03 ປີຂຶ້ນໄປ ພ້ອມສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປີ 2019, ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ (ຖ້າມີ).
- ລະບຸຍີ່ຫໍ້, ປີຜະລິດສິນຄ້າ ຫຼື ມີເອກະສານທີ່ກ່ຽວຂ້ອງ, ລະບຸໄລຍະເວລາໃນການຮັບປະກັນ, ຜົນງານຜ່ານມາທີ່ເຄີຍສະໜອງສິນຄ້າປະເພດດັ່ງກ່າວ (ກະເປົາເງິນແບບໜັງ) ໃຫ້ພາກສ່ວນອື່ນ.
- ກຳນົດຍື່ນຊອງມາດຕະຖານເຕັກນິກ ຈະປິດຮັບວັນທີ 18/09/2020 ເວລາ 14:00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ສຳນັກງານໃຫຍ່ ທີ່ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4C (ຕ້ອງເຂົ້າເລກທີຂາເຂົ້າຂອງ ທຄຕລ).
- ເອກະສານຊອງທີ 2 (ປິດຊອງ).
- ໃບສະເໜີລາຄາໃຫ້ລະບຸລາຄາ/ຫົວໜ່ວຍ ແລະ ລວມອາກອນມູນຄ່າເພີ່ມ 10% (ມີບິນອາກອນຄົວຖ້ວນ) ທັງໝົດເປັນສະກຸນເງິນກີບໃຫ້ຄົບຖ້ວນ.
- ໃນວັນທີ 25/09/2020 ເວລາ 09:30 ໂມງ ແມ່ນມື້ເປີດຊອງປະມູນ ເຊິ່ງຜູ້ສະໜອງຈະຕ້ອງຖືຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 3 ອາຄານ C (ເປີດຊອງຊ່ອງໜ້າກັບຄະນະກໍາມະການ).
- ຜູ້ສະໜອງຕ້ອງກໍານົດລາຍລະອຽດສິນຄ້າ ພ້ອມທັງລະບຸເງື່ອນໄຂຕ່າງໆມາໃຫ້ຄົບຖ້ວນ ແລະ ໃຫ້ກົງກັບຄວາມຕ້ອງ ການໃນຕາຕະລາງຂ້າງເທິງນັ້ນ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 25/10/2020) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ໝາຍເຫດ: ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ຫຼື ບໍ່ຍື່ນເງິນຄໍ້າປະກັນການປະຕິບັດສັນຍາ ຜູ້ຊະນະການປະ ມູນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 90% ຂອງມູນຄ່າ ພາຍຫຼັງທີ່ ທຄຕລ ໄດ້ຮັບເຄື່ອງຄົບຖ້ວນ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າ ພາຍຫຼັງຄົບກໍານົດການຄໍ້າປະກັນຄຸນະພາບສິນຄ້າ 6 ເດືອນ, ແຕ່ການຮັບ ປະກັນຄຸນນະພາບສິນຄ້າ ຕ້ອງແມ່ນຕາມໄລຍະເວລາຂອງສິນຄ້າດັ່ງກ່າວ ທີ່ຜູ້ສະໜອງແຈ້ງເບື້ອງຕົ້້ນ, ຖ້າຫາກຜູ້ສະໜອງເມີນເສີຍບໍ່ແກ້ໄຂ ຫຼື ປ່ຽນແທນສິນຄ້າທີ່ມີຕຳໜິ (ບໍ່ໄດ້ມາດຕະຖານ) ແມ່ນ ທຄຕລ ຈະປັບໄໝ 10% ຂອງມູນຄ່າ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອຳນວຍການ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ສອບຖາມລາຍລະອຽດເພີ່ມເຕີ່ມ: bidcommittee@bcel.com.la
ຮູບພາບຕົວຢ່າງສິນຄ້າ: