ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມອບທຶນຊ່ວຍເຫຼືອຊື້ອຸປະກອນສ້ອມແປງໂຮງຮຽນ ແລະ ເຄື່ອງມືການແພດ ສຳເລັດແລ້ວ 6 ໂຄງການ ທົ່ວປະເທດ
..................................................
ໂຄງການຊ່ວຍເຫຼືອສັງຄົມຂອງສາມອົງການຈັດຕັ້ງມະຫາຊົນ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ຄົ້ນຄວ້າບັນດາໂຄງການຊ່ວຍເຫຼືອ ຢູ່ແຕ່ລະແຂວງ ໃນຂອບເຂດທົ່ວປະເທດ ເພື່ອເປັນການຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນການສ້ອມແປງປັບປຸງໂຮງຮຽນທີ່ເປ່ເພ, ຊື້ອຸປະກອນການຮຽນ-ການສອນ ແລະ ອຸປະກອນກິລາໃຫ້ແກ່ໂຮງຮຽນ, ພ້ອມທັງຊື້ອຸປະກອນການແພດໃຫ້ກັບສຸກສາລາ. ປະຈຸບັນ ທຄຕລ ໄດ້ສຳເລັດການຈັດຕັ້ງປະບັດ ມອບ-ຮັບທຶນຊ່ວຍເຫຼືອແລ້ວ 6 ໂຄງການ ປະກອບມີ:
ລວມມູນຄ່າການຊ່ວຍເຫຼືອທັງໝົດ 6 ໂຄງການ ມີມູນຄ່າ 203.430.000 ກີບ
ຜົນສຳເລັດຂອງທັງ 6 ໂຄງການນີ້ ແມ່ນເປັນພຽງສ່ວນໜຶ່ງຂອງໂຄງການທັງໝົດ ທີ່ ທຄຕລ ໄດ້ມີຄວາມຕັ້ງໃຈໃຫ້ການຊ່ວຍເຫຼືອ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມໃຫ້ເກີດປະໂຫຍດສູງທີ່ສຸດ ໃນຂອບເຂດທົ່ວປະເທດ.
……………………………………………………….
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນທັນສະໄໝ ວ່ອງໄວ ໝັ້ນໃຈ
ສອບຖາມຂໍ້ມູນເພີ່ມຕື່ມ:
1555 ຫຼື OneCare Support
ແກ້ໄຂບັນຫາການໃຊ້ບໍລິການ:
ໂທ/ຂໍ້ຄວາມ ຫາ ທີມງານ OneCare Support ຜ່ານ ແອັບ BCELOne
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
BCEL Bank, IG: BCEL Bank, Youtube: BCEL Channel