ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຫ້າງຮ້ານຕົວແທນຈໍາໜ່າຍ ໃນນະຄອນຫຼວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນລາຄາກະແຊັດສໍາຮອງຕູ້ຝາກເງິນ CDM ແລະ CRM.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນຈຳໜ່າຍ ເພື່ອມານຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ທະນາຄານ ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍືນຊອງເຂົ້າຮ່ວມປະມູນ ດັ່ງມີລາຍລະອຽດຂ້າງລຸ່ມນີ້:
ລ.ດ
|
ລາຍການ ແລະ ສະເປັກ
|
ຈຳນວນ
|
1.
|
ກະແຊັດສໍາຮອງຕູ້ຝາກເງິນ CDM
- Compatible with SS31 NCR CDM Model.
- One Kit Contains 4 Currency Cassette Deposit
Deposit technology
- Intelligent Cash Deposit and Recycling Options – Choice of Cash Acceptors and Recycler. Accepts and validates up to 200 new notes per transaction*
- Supports multi-currency deposit, remote download of templates
- Scalable Deposit Module – 1 slot for cash and cheque deposit. Can handle cheque and cash as a separate transaction but also mixed media (SW dependent). Up to 2,000 notes and 1,600 cheques capacity
- Up to 4 deposit or recycling cassettes with up to 235mm capacity or up to 2,300 new notes per cassette.*
|
11 ຊຸດ
|
2.
|
ກະແຊັດສໍາຮອງຕູ້ຝາກເງິນ CRM
- Hitachi-Omron Terminal Solution - Cassette Units
- Model: HT-2845-VS
Number of Cassette
- 04 Recycling Box (RB) - Approx. 2,800 notes/ per box
- 01 Acceptance Box (AB) - Approx. 2,450 notes/ per box
Technical description
Acceptable denomination:
- Deposit: Max. 120 Denominations includes Lao Kip, Thai
Bath and US Dollar
- Dispense: Max. 04 Denominations
Maximum transactions notes:
- Deposit: Max. 200 notes/ transaction
- Dispense: Max. 200 notes/ transaction
Counter speed: Approx. 8 notes/second
|
29 ຊຸດ
|
- ຫ້າງຮ້ານ ມີຄວາມຕ້ອງການຍື່ນຊອງປະມູນຕ້ອງປະກອບດັ່ງນີ້:
- ເອກະສານຊອງທີ 1 (ບໍ່ປິດຊອງ).
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດ, ຕ້ອງມີວິຊາການສະເພາະ ແລະ ມີປະສົບການ ຢ່າງໜ້ອຍ 03 ປີຂຶ້ນໄປ (ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປີ 2019).
- ເອກະສານກ່ຽວກັບມາດຕະຖານເຕັກນິກແມ່ນໃຫ້ລະບຸຄົບຖ້ວນກ່ຽວກັບວັດສະດຸທີ່ຈະຜະລິດ, ສະຖານທີ່ຜະລິດສິນຄ້າ, ກຳນົດເວລາສົ່ງເຄື່ອງ, ການຮັບປະກັນສິນຄ້າ.
- ກຳນົດຍື່ນຊອງມາດຕະຖານເຕັກນິກຈະປິດຮັບວັນທີ 03/11/2020 ເວລາ 11:00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ສຳນັກງານໃຫຍ່ ທີ່ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາຄານ C.
- ເອກະສານຊອງທີ 2 (ປິດຊອງ).
- ໃບສະເໜີລາຄາໃຫ້ລະບຸລາຄາ ແລະ ລວມອາກອນມູນຄ່າເພີ່ມທັງໝົດເປັນສະກຸນເງິນກີບໃຫ້ຄົບຖ້ວນ.
- ໃນວັນທີ 10/11/2020 ເວລາ 09:30 ໂມງ ແມ່ນມື້ເປີດຊອງປະມູນແຈ້ງໃຫ້ ບໍລິສັດ, ຮ້ານຕົວແທນຈຳໜ່າຍຈະຕ້ອງຖືຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 3 ອາຄານ C.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 10/11/2020) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ໝາຍເຫດ: ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ຫຼື ບໍ່ຍື່ນເງິນຄໍ້າປະກັນການປະຕິບັດສັນຍາ ຜູ້ຊະນະການປະມູນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 90% ຂອງມູນຄ່າພາຍໃນເວລາ 30 ວັນ ຫຼັງຈາກທີ່ໄດ້ຮັບເຄື່ອງຖືກຕ້ອງຄົບຖ້ວນ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າ ພາຍຫຼັງຄົບກໍານົດການຄໍ້າປະກັນຄຸນະພາບສິນຄ້າ 06 ເດືອນ, ແຕ່ການຮັບປະກັນຄຸນນະພາບສິນຄ້າ ຕ້ອງແມ່ນຕາມໄລຍະເວລາຂອງສິນຄ້າດັ່ງກ່າວ ທີ່ຜູ້ສະໜອງແຈ້ງເບື້ອງຕົ້້ນ, ຖ້າຫາກຜູ້ສະໜອງເມີນເສີຍບໍ່ເຂົ້າມາສ້ອມແປງບຳລຸງຮັກສາ ແມ່ນ ທຄຕລ ຈະປັບໄໝ 20% ຂອງມູນຄ່າ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ປະທານຄະນະກຳມະການປະມູນ
ສອບຖາມລາຍລະອຽດເພີ່ມເຕີ່ມ bidcommittee@bcel.com.la
ຫຼືຕິດຕໍ່ ທ່ານ ພູວອນ ສໍອິນໄຊ: 020 59559889