ການແຂ່ງຂັນ BCEL One Super User Contest
ນະຄອນຫຼວງວຽງຈັນ,ວັນທີ:01/11/2020
ໃນວັນອາທິດ ວັນທີ 01/11/2020 ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ຈັດການແຂ່ງຂັນ BCEL One Super User Contest ຢູ່ທີ່ ຫໍວັດທະນະທໍາແຫ່ງຊາດລາວ. ໂດຍການເປັນປະທານຂອງ ທ່ານ ນັນທະລາດ ແກ້ວປະເສີດ, ຮອງຜູ້ອຳນວຍການໃຫຍ່ ທຄຕລ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນການແຂ່ງຂັນຄັ້ງນີ້ໂດຍ ທ່ານ ສຸພັກ ຖິ່ນໄຊພອນ, ຮອງຜູ້ອຳນວຍການໃຫຍ່ ທຄຕລ, ທ່ານ ນາງ ລໍາມອນ ສິມມະໄລວົງ ຮອງກົມຄຸ້ມຄອງລະບົບຊໍາລະສະສາງ, ທະນາຄານແຫ່ງ ສປປລາວ,ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງໄປສະນີໂທລະຄົມມະນາຄົມ,ບັນດາບໍລິສັດຫຸ້ນສ່ວນ,ພະນັກງານ ທຄຕລ, ມວນຊົນທົ່ວໄປ ແລະ ສື່ມວນຊົນຈາກຫຼາຍພາກສ່ວນ ກໍ່ເຂົ້າຮ່ວມຊົມເຊຍການແຂ່ງຂັນໃນຄັ້ງນີ້ເປັນຈຳນວນຫຼວງຫຼາຍຢ່າງເປັນຂະບວນ ຟົດຟື້ນ.
BCELOne ເປັນຜະລິດຕະພັນການບໍລິການທະນາຄານເທິງມືຖື ຫຼື Mobile Banking ຂອງ ທຄຕລ ໄດ້ເລີ່ມໃຫ້ບໍລິການ ແຕ່ປີ 2013 ແລະ ໄດ້ມີການພັດທະນາປັບປຸງລະບົບ ມາແລ້ວ 3 versions ເຊິ່ງໄດ້ອໍານວຍຄວາມສະດວກສະບາຍໃຫ້ແກ່ລູກຄ້າໃນການຊໍາ ລະສະສາງທຸລະກຳທາງດ້ານການເງິນຜ່ານ ແອັບ BCEL One ທີ່ມີຄວາມສະດວກ ວ່ອງໄວ ປອດໄພ ແລະ ສາມາດກວດສອບໄດ້.
ການຈັດການແຂ່ງຂັນ BCELOne Super User Contest ໃນຄັ້ງນີ້ແມ່ນຈັດຂຶ້ນເປັນຄັ້ງທຳອິດ ເພື່ອເປັນການສ້າງກິດຈະກຳໃຫ້ແກ່ລູກຄ້າຂອງ ທຄຕລ ທັງໝົດ ໄດ້ມີສ່ວນຮ່ວມເຂົ້າໃນການແຂ່ງຂັນທົດສອບຄວາມຮູ້ກ່ຽວກັບການນຳໃຊ້ຜະລິດຕະພັນ BCEL One ຂອງ ທຄຕລ ເຊິ່ງເປັນຜະລິດຕະພັນທີ່ມີການພັດທະນາ ແລະ ປັບປຸງຟັງຊັນການນຳໃຊ້ຂຶ້ນມາໃໝ່ເລື້ອຍໆເພື່ອໃຫ້ລູກຄ້າໄດ້ເຂົ້າຮ່ວມຊີງລາງວັນ ມູນຄ່າຫຼາຍກວ່າ 70.000.000 ກີບ
ແລະ ໄດ້ເຊັນສັນຍາເປັນ Brand Ambassador ຜະລິດຕະພັນ BCEL One ຂອງ ທຄຕລ ອີກດ້ວຍ. ໂຄງການແຂ່ງຂັນດັ່ງກ່າວແມ່ນໄດ້ເລີ່ມເປີດໃຫ້ລົງທະບຽນສອບເສັງ ຕັ້ງແຕ່ຕົ້ນເດືອນມິຖຸນາ ຈົນເຖິງ ທ້າຍເດືອນສິງຫາ ປີ 2020 ໄດ້ມີຜູ້ລົງທະບຽນສອບເສັງທັງໝົດ ຫຼາຍກວ່າ 12.000 ຄົນ ແລະ ໄດ້ສໍາເລັດການສອບເສັງອອນລາຍຄັ້ງທີ 01 ແລ້ວ ໃນໄລຍະວັນທີ 14/09/2020-11/10/2020 ໂດຍແບ່ງອອກເປັນ 04 ງວດ, ສາມາດຄັດເລືອກເອົານັກສອບເສັງ ຈຳນວນ 100 ຄົນ ທີ່ສາມາດສອບເສັງໄດ້ຄະແນນສູງ ແລະ ຮັກສາເວລາໃນການສອບເສັງໄດ້ດີ ເພື່ອສືບຕໍ່ດໍາເນີນການຄັດເລືອກສອບເສັງອອນລາຍ ຄັ້ງທີ 2 ໃນວັນທີ 17/10/2020 ທີ່ຜ່ານມານັ້ນ ໂດຍສາມາດຄັດເລືອກເອົານັກສອບເສັງ ຈຳນວນ 20 ຄົນ ເພື່ອເຂົ້າສອບເສັງຮອບສຸດທ້າຍ ໃນວັນທີ 01/11/2020 ທັງນີ້ກໍ່ເພື່ອເປັນການຂໍ່ານັບຮັບຕ້ອນວັນຫັນເປັນທຸລະກິດຂອງ ທຄຕລ ຄົບຮອບ 31 ປີ.
ຜ່ານການແຂ່ງຂັນຮອບສຸດທ້າຍ ໃນທີ່ສຸດກໍ່ໄດ້ຜູ້ໂຊກດີ ທີ່ຊະນະການແຂ່ງຂັນ BCEL One Super User Contest ຈຳນວນ 03 ຄົນ ໄດ້ແກ່:
1. ອັນດັບທີ 1 ໄດ້ແກ່: ທ່ານ ນາງ ຈັນທະສອນ ຈັນທະເສນ ອາຍຸ 32 ປີ, ອາຊີບ ຜູ້ຊ່ວຍຜູ້ຈັດການໂຮງງານຄິຕານີ ຈາກ ແຂວງ ຈໍາປາສັກ
2. ອັນດັບທີ 2 ໄດ້ແກ່: ທ່ານ ນາງ ແກ້ວອຸດອນ ໄຊຍະສອນ ອາຍຸ 29 ປີ, ອາຊີບ ພະນັກງານບໍລິສັດດາວທຽມ ເອເຊຍ-ປາຊີຟິກ ຈໍາກັດ ຈາກ ນະຄອນຫລວງວຽງຈັນ
3. ອັນດັບທີ 3 ໄດ້ແກ່: ທ່ານ ຍຸດທະນາ ໄຊຍະວົງ ອາຍຸ 27 ປີ, ອາຊີບ ນາຍຊ່າງບໍລິສັດເອກະຊົນ ຈາກ ນະຄອນຫລວງວຽງຈັນ.
1. ອັນດັບທີ 1 ໄດ້ແກ່: ທ່ານ ນາງ ຈັນທະສອນ ຈັນທະເສນ ອາຍຸ 32 ປີ, ອາຊີບ ຜູ້ຊ່ວຍຜູ້ຈັດການໂຮງງານຄິຕານີ ຈາກ ແຂວງ ຈໍາປາສັກ
2. ອັນດັບທີ 2 ໄດ້ແກ່: ທ່ານ ນາງ ແກ້ວອຸດອນ ໄຊຍະສອນ ອາຍຸ 29 ປີ, ອາຊີບ ພະນັກງານບໍລິສັດດາວທຽມ ເອເຊຍ-ປາຊີຟິກ ຈໍາກັດ ຈາກ ນະຄອນຫລວງວຽງຈັນ
3. ອັນດັບທີ 3 ໄດ້ແກ່: ທ່ານ ຍຸດທະນາ ໄຊຍະວົງ ອາຍຸ 27 ປີ, ອາຊີບ ນາຍຊ່າງບໍລິສັດເອກະຊົນ ຈາກ ນະຄອນຫລວງວຽງຈັນ
ກິດຈະກຳການແຂ່ງຂັນ BCEL One Super User Contest ໃນຄັ້ງນີ້ ເຖິງວ່າຈະຈັດຂຶ້ນເປັນຄັ້ງທຳອິດ ແຕ່ເຫັນໄດ້ຢ່າງຊັດເຈນວ່າ ເປັນການແຂ່ງຂັນທີ່ໄດ້ຮັບຄວາມສົນໃຈ ແລະ ການຕອບຮັບຈາກສັງຄົມເປັນຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນນັກສຶກສາ ປັນຍາຊົນ ຈາກຂອບເຂດທົ່ວປະເທດ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la