ພິທີມອບ-ຮັບເຂົ້າສານຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມໃນບັນດາເມືອງຕ່າງໆ ທີ່ແຂວງສະຫວັນນະເຂດ ລວມມູນຄ່າ 100.000.000 ກີບ.
ໃນວັນທີ 30/10/2020 ທີ່ຜ່ານມາ ຢູ່ທີ່ ຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ມີພິທີມອບ-ຮັບເຂົ້າສານຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມໃນບັນດາເມືອງຕ່າງໆ ທີ່ແຂວງສະຫວັນນະເຂດ ລວມມູນຄ່າ 100.000.000 ກີບ.
ຕາງໜ້າ ມອບການຊ່ວຍເຫຼືອໃນຄັ້ງນີ້ໂດຍ ທ່ານ ນາງ ຈັນຖະໜອມ ມູນລາດຊະວົງ ຄະນະພັກຮາກຖານ ຫົວໜ້າ ທຄຕລ ສາຂາສະຫວັນນະເຂດ, ຕາງໜ້າຮັບໂດຍ ທ່ານ ທ່ອນແກ້ວ ພຸດທະໄກສອນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ.
ການຊ່ວຍເຫຼືອດັ່ງກ່າວ ທ່ານຮອງເຈົ້າແຂວງ ກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະການນຳຂອງ ທຄຕລ ທຸກຂັ້ນຕະຫຼອດຮອດພະນັກງານທັງໝົດຂອງ ທຄຕລ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະນຳການຊ່ວຍເຫຼືອດັ່ງກ່າວໃຫ້ເຖິງມືພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບ ຜົນກະທົບໃຫ້ໄວທີ່ສຸດ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Call center: 1555, Facebook & Instagram: BCEL Bank, Website: www.bcel.com.la