ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຫ້າງຮ້ານຕົວແທນຈໍາຫນ່າຍອຸປະກອນໄອທີ ຢູ່ໃນນະຄອນຫລວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມການປະເມີນລາຄາ ເຮືອນຄິວທັນສະໄໝ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງເຊີນມາຍັງບໍລິສັດ, ຫ້າງຮ້ານ ຕົວແທນຈຳໜ່າຍອຸປະກອນໄອທີຊາບວ່າ ທຄຕລ ມີຄວາມຕ້ອງການຈັດຊື້ອຸປະກອນ ເຮືອນຄິວທັນສະໄໝ. ເພື່ອມາຮັບໃຊ້ເຂົ້າໃນລະບົບວຽກງານວິຊາສະເພາະຂອງ ທຄຕລ ດັ່ງມີລາຍການຂ້າງລຸ່ມນີ້:
ລ/ດ |
ລາຍການ |
ລາຍລະອຽດສະເປັກ |
ຈຳນວນ |
1 |
ເຮືອນຄິວທັນສະໄໝ |
|
11 ຊຸດ |
* ງວດທີ 1: ຊໍາລະ 90% ຂອງມູນຄ່າ ພາຍໃນເວລາ 30 ວັນ ຫຼັງໄດ້ຮັບເຄື່ອງຄົບຖ້ວນຖືກຕ້ອງ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າ ພາຍຫຼັງຄົບກໍານົດການຄໍ້າປະກັນຄຸນະພາບສິນຄ້າ 06 ເດືອນ, ແຕ່ການຮັບປະກັນຄຸນນະພາບສິນຄ້າ ຕ້ອງແມ່ນຕາມໄລຍະເວລາຂອງສິນຄ້າດັ່ງກ່າວ ທີ່ຜູ້ສະໜອງແຈ້ງເບື້ອງຕົ້້ນ, ຖ້າຫາກຜູ້ສະໜອງເມີນເສີຍ ບໍ່ເຂົ້າມາສ້ອມແປງບຳລຸງຮັກສາ ແມ່ນ ທຄຕລ ຈະປັບໄໝ 20% ຂອງມູນຄ່າ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ປະທານຄະນະກຳມະການປະມູນ
E-mail: itcenter@bcel.com.la (ສໍາລັບສອບຖາມສະເປັກ)