ພິທີເຊັນບົດບັນທຶກຄວາມເຂົ້າໃຈ
ວ່າດ້ວຍ ການບໍລິການທະນາຄານໃຫ້ແກ່ໂຄງການເມືອງໃໝ່
ທັນສະໄໝ ອຳມະຕະ ຊີຕີ້
ລະຫວ່າງ
ບໍລິສັດ ອຳມະຕະ ຊີຕີ້ ລາວ ຈຳກັດຜູ້ດຽວ
ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທີ່ ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2020
ວັນທີ 27 ພະຈິກ 2020, ຢູ່ທີ່ ໂຮງແຮມ ເມືອງແທ່ງ ໄດ້ຈັດພິທີເຊັນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການບໍລິການທະນາຄານໃຫ້ແກ່ໂຄງການເມືອງໃໝ່ທັນສະໄໝ ອຳມະຕະ ຊີຕີ້ ລະຫວ່າງ ບໍລິສັດ ອຳມະຕະ ຊີຕີ້ ລາວ ຈຳກັດຜູ້ດຽວ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ,ແລະ ທ່ານ ວະຣົງ ຕັງປະພຶດກຸນ ຜູ້ອຳນວຍການໃຫຍ່ ບໍລິສັດອໍາມະຕະ ຊີຕີ້ ລາວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ, ທ່ານ ວິກົມ ກົມມະດິດ ປະທ່ານກຸ່ມບໍລິສັດອຳມະຕະ ປະເທດໄທ. ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ, ຄະນະອໍານວຍການ, ຄະນະພະແນກ, ສູນ, ຄະນະສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມີເຄື່ອຄ່າຍການບໍລິການທັງໝົດ 20 ສາຂາ, 94 ໜ່ວຍບໍລິການ, 15 ໜ່ວຍແລກປ່ຽນ ແລະ ຖານລູກຄ້າຜູ້ຊົມໃຊ້ mobile banking ກວມປະມານ 70% ຂອງ ທຸລະກຳທັງໝົດໃນ ສປປ ລາວ. ທຄຕລ ເປັນທະນາຄານ ທີ່ມີຫລາກຫລາຍການບໍລິການ ເພື່ອອຳນວຍຄວາມສະດວກສະບາຍດ້ານການບໍລິການທະນາຄານ ໃຫ້ແກ່ສັງຄົມ ແລະ ບັນດາຫົວໜ່ວຍທຸລະກິດ. ໃນນັ້ນ, ການບໍລິການເພື່ອ ການເບີກຈ່າຍ-ເງິນໂຄງການ ກໍ່ເປັນອີກໜຶ່ງການບໍລິການຂອງ ທຄຕລ ທີ່ຜ່ານມາກໍ່ໄດ້ ໃຫ້ບໍລິການແກ່ຫລາຍພາກສ່ວນ. ການຮ່ວມມືໃນຄັ້ງນີ້, ທຄຕລ ຈະເປັນຜູ້ໃຫ້ບໍລິການທະນາຄານໃຫ້ແກ່ໂຄງການພັດທະນາເມືອງໃໝ່ທັນສະໄໝ ອຳມະຕະຊີຕີ້ ເຊິ່ງເປັນໂຄງການລົງທຶນຂະໜາດໃຫຍ່ອີກໂຄງການໜຶ່ງຂອງກຸ່ມບໍລິສັດອຳມະຕະ, ບໍລິສັດທີ່ດຳເນີນທຸລະກິດອະສັງຫາລິມມະຊັບ ທີ່ມີຊື່ສຽງທີ່ສຸດຂອງປະເທດໄທ ແລະ ພາກພຶ້ນອາຊີ, ເຊິ່ງການໃຫ້ບໍລິການຂອງ ທຄຕລ ໃນໂຄງການດັ່ງກ່າວກໍ່ຈະປະກອບມີ:
ໂຄງການ ພັດທະນາເມືອງໃໝ່ທັນສະໄໝ ອຳມະຕະຊີຕີ້ ແມ່ນໂຄງການໜຶ່ງທີ່ມີຄວາມສຳຄັນໃນການສ້າງແຜນຜັງເມືອງຕາມເຂດລ່ອງທາງລົດໄຟລາວ-ຈີນ ໂດຍສະເພາະທີ່ແຂວງ ອຸດົມໄຊ ແລະ ຫຼວງນໍ້າທາ ໃຫ້ກາຍເປັນເຂດເສດຖະກິດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຈາກຕ່າງປະເທດ. ໂຄງການແມ່ນຈະຊ່ວຍໃນການພັດທະນາ ເສດຖະກິດ ແລະ ສັງຄົມ ໃຫ້ມີຄວາມຈະເລີນຮຸງເຮືອງຂຶ້ນໃນຕໍ່ໜ້າ ເຊິ່ງຈະເປັນປະໂຫຍດ ໂດຍລວມຕໍ່ປະເທດ ແລະ ພໍ່ແມ່ປະຊາຊົນລາວໃນຂອບເຂດທົ່ວປະເທດ.
ນະໂອກາດນີ້ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນ ຂອງ ທຄຕລ ຕະຫຼອດມາ. ທຄຕລ ຈະສືບຕໍ່ພັດທະນາລະບົບການບໍລິການໃຫ້ມີຄວາມທັນສະໄໝ ແລະ ສືບຕໍ່ຮ່ວມມືກັບພາກສ່ວນອື່ນໆເພື່ອອໍານວຍຄວາມສະດວກໃນການຊຳລະສະສາງຕ່າງໆຂອງລູກຄ້າ ຜ່ານ ທຄຕລ ດ້ວຍເຄື່ອງມືທີ່ທັນສະໄໝ ຫຼື ໃນຍຸກແຫ່ງການບໍລິການທະນາຄານແບບດີຈີຕໍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la