ພິທີເປີດໂຕຜະລິດຕະພັນ
ບັດຊິບ ATM BCEL UnionPay ຢ່າງເປັນທາງການ
ວັນທີ 26/03/2021, ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ
ໃນຕອນບ່າຍຂອງວັນສຸກ ວັນທີ 26 ມີນາ 2021, ໄດ້ມີພິທີເປີດໂຕຜະລິດຕະພັນບັດຊິບ ATM BCEL UnionPay ຢ່າງເປັນທາງການ ຢູ່ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ງານໃນຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ບຸນເຫລຶອ ສິນໄຊວໍລະວົງ, ປະທານສະພາບໍລິຫານ ທຄຕລ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ສຸລິສັກ ທຳນຸວົງ ຫົວຫນ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ໃຫ້ກຽດເປີດພິທີໃນຄັ້ງນີ້ໂດຍ ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ ແລະ ທ່ານ ຫວັງ ລີ້ສິນ ຮອງປະທານຢູນຽນເພ ສາກົນ. ພ້ອມທັງໄດ້ຕ້ອນຮັບການເຂົ້າຮ່ວມຂອງ ບັນດາຄະນະກົມ ທະນາຄານແຫ່ງ ສ.ປ.ປ ລາວ, ຄະນະກົມຈາກ 8 ກະຊວງ, ຄະນະອຳນວຍການທະນາຄານທຸລະກິດລັດ, ບໍລິສັດໃນເຄືອ ທຄຕລ, ຄະນະອຳນວຍການ, ຄະນະພະແນກ, ສູນ ແລະ ສາຂາ ຕະຫຼອດຮອດພະນັກງານຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ພ້ອມດ້ວຍສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ປະຈຸບັນ ຕາໜ່າງການບໍລິການທັງໝົດມີ 20 ສາຂາ, 94 ໜ່ວຍບໍລິການ, 15 ໜ່ວຍແລກປ່ຽນ ແລະ ຖານລູກຄ້າຜູ້ຊົມໃຊ້ Mobile Banking ກວມປະມານ 70% ຂອງ ທຸລະກຳທັງໝົດໃນ ສປປ ລາວ. ໃນນີ້ການບໍລິການຜະລິດຕະພັນບັດ ATM BCEL UnionPay ແມ່ນເປັນອີກການບໍລິການໜຶ່ງຂອງ ທຄຕລ ທີ່ໄດ້ເລີ່ມໃຫ້ບໍລິການແຕ່ປີ 2011 ເປັນຕົ້ນມາ ໂດຍມີຈໍານວນບັດ ຫຼາຍກວ່າ 900.000 ບັດ ກວມເອົາສັດສ່ວນທາງການຕະຫຼາດ 85% ໃນຂອບເຂດທົ່ວປະເທດ. ການເປີດໂຕນໍາໃຊ້ຜະລິດຕະພັນ ບັດຊິບ ATM BCEL UnionPay ໃນຄັ້ງນີ້ກໍແມ່ນໜຶ່ງໃນການພັດທະນາ ດ້ວຍການ ນຳໃຊ້ຄວາມກ້າວໜ້າຂອງເທັກໂນໂລຢີເຂົ້າໃນວຽກງານປັບປຸງການບໍລິການ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ບົນພື້ນຖານຄວາມປອດໄພ ແລະ ໄດ້ມາດຕະຖານສາກົນ. ໃນການປ່ຽນບັດ ເປັນ ບັດຊິບ ATM BCEL UnionPay ນີ້ ນອກຈາກຂໍ້ມູນຈະຖືກເກັບໄວ້ໃນແຜ່ນຊິບເຊິ່ງຈະມີຄວາມປອດໄພສູງ, ປ້ອງກັນຄວາມສ່ຽງໃນການຖືກລັກຂໍ້ມູນແລ້ວ ຍັງມີຄຸນລັກສະນະ ທີ່ໂດດເດັ່ນ ແລະ ພິເສດກວ່າເກົ່າຄື:
ລູກຄ້າທີ່ນໍາໃຊ້ບັດ ATM BCEL UnionPay ແບບເກົ່າສາມາດ ມາປ່ຽນເປັນບັດຮູບແບບໃໝ່ຕາມປະເພດບັດຂອງຕົນໄດ້ ໂດຍບໍ່ມີຄ່າທໍານຽມໃນການການປ່ຽນບັດ (ຟຣີ) ເຊິ່ງສາມາດປ່ຽນໄດ້ຜ່ານ 2 ຊ່ອງທາງຄື: ຜ່ານແອັບ BCEL One ແລະ ຜ່ານ Counter ບໍລິການ ທຸກສາຂາ ແລະ ໜ່ວຍບໍລິການ ຂອງ ທຄຕລ ທົ່ວປະເທດ;
ສຳລັບລູກຄ້າທີ່ນໍາໃຊ້ແອັບ BCEL One ພາຍຫຼັງສຳເລັດການປ່ຽນບັດຊິບຜ່ານແອັບ BCEL One ແລ້ວ, ລູກຄ້າຈະໄດ້ຮັບຂໍ້ມູນບັດໃໝ່ທັນທີໃນຮູບແບບ Virtual Card (ບັດສະເໝືອນຈິງ) ແລະ ສາມາດນຳໃຊ້ຟັງຊັ້ນຕ່າງໆໄດ້ເໝືອນເດີມ ຫຼັງຈາກນັ້ນລູກຄ້າຈະໄດ້ຮັບຂໍ້ຄວາມແຈ້ງເຕືອນຈາກທະນາຄານຜ່ານ ແອັບ BCEL One ເພື່ອໃຫ້ລູກຄ້າເຂົ້າມາພົວພັນຮັບບັດໃໝ່ທີ່ຈຸດບໍລິການຂອງທະນາຄານ ຕາມລູກຄ້າໄດ້ເລືອກໄວ້ ແລະ ສຳລັບລູກຄ້າທີ່ບໍ່ໄດ້ນໍາໃຊ້ແອັບ BCEL One ແມ່ນສາມາດມາປ່ຽນ ແລະ ຮັບບັດ ໄດ້ທີ່ເຄົ້າເຕີ້ບໍລິການ ໂດຍລະຫັດຮັບບັດ ຈະຖືກສົ່ງເຂົ້າເບີມືຖືຂອງລູກຄ້າ.
ໃນຍຸກແຫ່ງການພັດທະນາທີ່ເທັກໂນໂລຢີມີຄວາມກ້າວໜ້າສູງ, ທຄຕລ ຈະສືບຕໍ່ພັດທະນາຜະລິດຕະພັນຢ່າງບໍ່ຢຸດຢັ້ງ ໂດຍທຸກຜະລິດຕະພັນ ທຄຕລ ແມ່ນເນັ້ນຄວາມທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃນການໃຊ້ບໍລິການ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ, ເພື່ອໃຫ້ລູກຄ້າ ແລະ ສັງຄົມໄດ້ຮັບປະໂຫຍດສູງສຸດ.
-----------------------------
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la