ບ້ານກົກງີ້ວ ແລະ ບ້ານກີວກໍາ ເມືອງຂວາ ແຂວງຜົ້ງສາລີ ໄດ້ຮັບອາຄານໂຮງຮຽນ
ຫຼັງໃໝ່ ພາຍໃຕ້ທຶນສົມທົບຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
ໃນວັນທີ 13 ມີນາ 2021 ຜ່ານມານີ້, ຢູ່ທີ່ໂຮງຮຽນປະຖົມບ້ານກົກງີ້ວ-ບ້ານກີວກໍາ, ເມືອງຂວາ, ແຂວງຜົ້ງສາລີ ໄດ້ຈັດພິທີ ມອບ - ຮັບ ອາຄານໂຮງຮຽນຫຼັງໃໝ່ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ນາຍບ້ານ - ບ້ານກົກງີ້ວ ແລະ ນາຍບ້ານ - ບ້ານກີວກໍາ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ຄໍາເຫຼັກ ໃຈອີສານ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ - ແຂວງຜົ້ງສາລີ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ທ່ານ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ-ເຈົ້າເມືອງ-ເມືອງຂວາ, ມີທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານສະພາບໍລິຫານ ທຄຕລ, ຮອງລັດຖະມົນຕີກະຊວງການເງິນ, ທ່ານ ພູເພັດ ກ້ຽວພິລາວົງ ກໍາມະການສະພາບໍລິຫານ ທຄຕລ ແລະ ທ່ານ ວຽງສຸກ ຈຸນທະວົງ ຮອງຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ຕາງໜ້າຄະນະບໍລິຫານງານຈາກ ທຄຕລ ສາຂາ ແລະ ສຳນັກງານໃຫຍ່ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ, ພ້ອມນີ້ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ພາຍຫຼັງໄດ້ມອບ - ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມ 02 ຫຼັງ ບ້ານກົກງີ້ວ, ບ້ານກີວກໍາ ໃນວັນທີ 13/03/2021 ທີ່ຜ່ານມາ. ໂດຍໄດ້ໃຊ້ເວລາໃນການກໍ່ສ້າງເປັນເວລາ 07 ເດືອນ ຈຶ່ງສໍາເລັດ, ເຊິ່ງອາຄານໂຮງຮຽນດັ່ງກ່າວມີລັກສະນະເປັນໂຮງຮຽນ ແບບເຄິງຖາວອນ 1 ຫຼັງ 6 ຫ້ອງ ພ້ອມຫ້ອງນໍ້າ 01 ຫຼັງ 02 ຫ້ອງ ມູນຄ່າການກໍ່ສ້າງທັງໝົດ ຫຼັງລະ 425.000.000 ກີບ (ສີ່ຮ້ອຍຊາວຫ້າລ້ານກີບ), ລວມ 02 ຫຼັງ 850.000.000 ກີບ (ແປດຮ້ອຍຫ້າສິບລ້ານກີບ). ໃນນີ້ ທະນາຄານການຄ້າຕ່າງປະເທດລາວ ມະຫາ ຊົນ ຊ່ວຍສົມທົບທຶນເງິນສົດ ຈໍານວນ 300.000.000 ກີບ (ສາມຮ້ອຍລ້ານກີບ) ມີຄອບຄົວການນໍາ ແລະ ນັກທຸລະກິດ ຂັ້ນສູນກາງ ຊ່ວຍເປັນເງິນສົດ 60.000.000 ກີບ (ຫົກສິບລ້ານກີບ)
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານສະພາບໍລິຫານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃຫ້ຮູ້ວ່າ: ໂຄງການກໍ່ ສ້າງໂຮງຮຽນປະຖົມບ້ານກົກງີ້ວ ແລະ ບ້ານກີວກໍາ ໄດ້ສຳເລັດຕາມຈຸດປະສົງຂອງ ທຄຕລ ພ້ອມມອບໃຫ້ອຳນາດການປົກຄອງທ້ອງ ຖິ່ນ ສືບຕໍ່ນຳໃຊ້, ບົວລະບັດຮັກສາຕໍ່ໄປ ເພື່ອອຳນວຍຄວາມສະດວກ ແລະ ຍົກລະດັບການຮຽນ-ການສອນຂອງນັກຮຽນ ແລະ ຄູອາຈານໃນໂຮງຮຽນແຫ່ງນີ້ດີຂຶ້ນເທື່ອລະກ້າວ.
ໂອກາດນີ້ ທ່ານ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ-ເຈົ້າເມືອງ-ເມືອງຂວາ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອທຶນຮອນ, ສົມທົບທຶນຮອນກັບຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອກໍ່ສ້າງໂຮງຮຽນປະຖົມບ້ານກົກງີ້ວ ແລະ ບ້ານກີວກໍາ ໃນຄັ້ງນີ້ ແລະ ຈະມອບໃຫ້ທາງໂຮງຮຽນສືບຕໍ່ຄຸ້ມຄອງປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ພ້ອມນີ້ກໍຫວັງຢ່າງຍິງວ່າໃນຕໍ່ໜ້າ ຈະໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຕື່ມອີກ.