ທຄຕລ ຮ່ວມສົ່ງພະລັງໃຈຕ້ານໄພ COVID-19
ມອບເງິນໃຫ້ແກ່ລັດຖະບານລາວ ມູນຄ່າ 500 ລ້ານ ກີບ
ຄະນະຜູ້ບໍລິຫານ ແລະ ພະນັກງານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ ຫຼື BCEL) ປະກອບສ່ວນໃນຂະບວນການຮັກຊາດຕ້ານການລະບາດຂອງພະຍາດ COVID-19 ໂດຍການມອບເງິນໃຫ້ແກ່ລັດຖະບານລາວ ເພື່ອປະກອບສ່ວນຂະບວນການຄວບຄຸມ ສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ທີ່ກຳລັງລະບາດໃນສັງຄົມລາວ, ຄະນະບໍລິຫານງານ ທຄຕລ ເຫັນດີເປັນເອກະພາບໃນການ ປະກອບສ່ວນເປັນເງິນ 500 ລ້ານກີບ ໃຫ້ຄະນະສະເພາະກິດຂັ້ນສູນກາງ ເຊິ່ງໃຫ້ກຽດຕາງໜ້າມອບໂດຍ ທ່ານ ວຽງສຸກ ຈຸນທະວົງ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ຕາງໜ້າລັດຖະບານກ່າວຮັບໂດຍ ທ່ານ ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ແລະ ພາຍໃຕ້ການເຂົ້າຮ່ວມຂອງພະນັກງານທີ່ກ່ຽວຂ້ອງ.
ພິທີມອບ-ຮັບເງິນດັ່ງກ່າວໄດ້ຈັດຂຶ້ນທີ່ສຳນັກງານນາຍົກລັດຖະມົນຕີໃນຕອນເຊົ້າ ວັນທີ 28/04/2021 ເຊິ່ງໄດ້ດໍາເນີນໄປຢ່າງອົບອຸ່ນ ໂອກາດດັ່ງກ່າວ ທາງຄະນະລັດຖະບານລາວ ກໍ່ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງຄະນະຜູ້ບໍລິຫານງານ ແລະ ພະນັກງານ ທຄຕລ ທີ່ຍາມໃດກໍ່ເຫັນໄດ້ຄວາມສໍາຄັນຂອງວຽກງານອັນລວມຂອງຊາດກໍ່ຄືຂອງປະຊາຊົນ, ໂດຍສະເພາະວຽກງານຕ້ານພະຍາດ COVID-19 ໃນໄລຍະນີ້ ແລະ ໄດ້ປະກອບສ່ວນຮ່ວມຂະບວນການຮັກຊາດຕະຫຼອດມາ.
ໃນປີ 2020 ທີ່ຜ່ານມາ ທຄຕລ ກໍ່ໄດ້ປະກອບສ່ວນສົ່ງແຮງໃຈ ສູ້ໄພຕ້ານ COVID-19 ໂດຍການປະກອບສ່ວນໃນຂະບວນການຕ້ານການລະບາດຂອງພະຍາດໃຫ້ແກ່ລັດຖະບານລາວ ຈໍານວນເງິນ 500 ລ້ານກີບ ພ້ອມນັ້ນກໍໄດ້ນໍາໃຊ້ຊ່ອງທາງເອເລັກໂທຣນິກຂອງ ທຄຕລ ເປີດການລະດົມທຶນຈາກສັງຄົມເພື່ອອຳນວຍຄວາມສະດວກສໍາລັບລູກຄ້າຂອງ ທຄຕລ ທີ່ຢາກປະກອບສ່ວນສົມທົບທຶນ ໂດຍຜ່ານລະບົບ BCEL OneHeart ໃນໂຄງການ “ລະດົມທຶນໃຫ້ການຊ່ວຍເຫຼືອເພື່ອຕ້ານໂລກລະບາດ COVID-19” ເຊິ່ງຜ່ານມາ ທຄຕລ ກໍ່ໄດ້ຕາງໜ້າຜູ້ບໍລິຈາກ ມອບເງິນບໍລິຈາກຂອງສັງຄົມທີ່ລະດົມໄດ້ຜ່ານໂຄງການດັ່ງກ່າວ ໃຫ້ກັບ 7 ພາກສ່ວນ ໂດຍມອບເປັນວັດຖຸ ແລະ ເຄື່ອງມືການແພດທີ່ຈໍາເປັນ ມູນຄ່າ 130.600.000 ກີບ (ຄັ້ງທີ 1) ແລະ ຍັງຈະສືບຕໍ່ລະດົມທຶນຈາກສັງຄົມ ແລະ ພະນັກງານ ທຄຕລ ທົ່ວລະບົບ ເພື່ອຊ່ວຍເຫຼືອຕື່ມອີກ. ສໍາລັບລູກຄ້າຂອງ ທຄຕລ ທີ່ນໍາໃຊ້ BCEL One ຢາກປະກອບສ່ວນສົມທົບທຶນໃນໂຄງການ BCEL OneHeart “ລະດົມທຶນໃຫ້ການຊ່ວຍເຫຼືອເພື່ອຕ້ານໂລກລະບາດ COVID-19” ແມ່ນສາມາດຮ່ວມບໍລິຈາກໄດ້, ລາຍລະອຽດສາມາດເຂົ້າເບິ່ງໄດ້ຜ່ານລິ້ງນີ້: https://oneheart.la/projects/oneheartcovid19, ສໍາລັບພິທີການມອບ-ຮັບການຊ່ວຍເຫຼືອໃນແຕ່ລະຄັ້ງຂອງໂຄງການນັ້ນແມ່ນຈະແຈ້ງໃຫ້ສັງຄົມຮັບຊາບຜ່ານທາງສື່ຂອງ ທຄຕລ ເປັນແຕ່ລະໄລຍະ.
-----------------------------
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ສອບຖາມຂໍ້ມູນເພີ່ມຕື່ມ: ໂທ 1555
ແກ້ໄຂບັນຫາການໃຊ້ບໍລິການ:
ໂທ/ຂໍ້ຄວາມ ຫາ ທີມງານ OneCare Support ຜ່ານ ແອັບ BCELOne
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
Facebook, Instagram, TikTok: BCEL Bank
Youtube: BCEL Channel