ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຫ້າງຮ້ານ ຕິດຕັ້ງສ້ອມແປງ ແລະ ຕົວແທນຈໍາໜ່າຍອຸປະກອນໄອທີ
ໃນນະຄອນຫຼວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນລາຄາການບໍລິການບໍາລຸງຮັກສາ ໝໍ້ເກັບໄຟຟ້າສຳຮອງ (UPS)
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນຈຳໜ່າຍອຸປະກອນໄອທີ ເພື່ອມານຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ທະນາຄານ ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍືນຊອງເຂົ້າຮ່ວມປະມູນການບໍລິການບຳລຸງຮັກສາ ໝໍ້ເກັບໄຟຟ້າສຳຮອງ (UPS) ບໍ່ລວມອາໄຫຼ່ ດັ່ງມີລາຍລະອຽດຂ້າງລຸ່ມນີ້:
ລ/ດ
|
ລາຍການ
|
ລາຍລະອຽດໜ້າວຽກ
|
ຈຳນວນ (ໜ່ວຍ)
|
1
|
UPS APC 40kva
|
- ຜູ້ຮັບເໝົາຕ້ອງລົງກວດກາ ແລະ ບຳລຸງຮັກສາ UPS ທຸກໆ 3 ເດືອນ ລວມ 4 ຄັ້ງ/ປີ (ບໍລິການຕະຫຼອດ 24 ຊມ ສະເພາະຕອນຈັກມີບັນຫາ).
- ກວດເຊັກລະບົບໄຟເຂົ້າ-ອອກ UPS.
- ກວດເຊັກເປີເຊັນຂອງການໃຊ້ໄຟ (% Load) ແລະ ເວລາທີ່ Battery UPS ບໍ່ສາມາດຈ່າຍກະແສ ໄຟຟ້າໄປລ້ຽງ Load ໃນຫ້ອງ Server ແລະ PC.
- ກວດເຊັກການທຳງານຂອງພັດລົມ Power module ພ້ອມອະນາໄມ.
- ກວດເຊັກ Battery ພ້ອມອະນາໄມ.
- ທຳຄວາມສະອາດທາງນອກ ແລະ ໃນ ຂອງ UPS.
- ກວດເຊັກການທຳງານທີ່ຜ່ານມາຂອງ UPS (checking Even log).
- ໝາຍເຫດ: ການບໍາລຸງຮັກສາ ແມ່ນບໍ່ໄດ້ລວມຄ່າອາໄຫຼ່ ຫຼື ອຸປະກອນທີ່ເກີດຈາກການຫຼຸ້ຍຫ້ຽນ ຫຼື ໝົດອາຍຸການໃຊ້ງານ.
|
2
|
2
|
UPS APC 30kva
|
5
|
3
|
Symmetra 64k
|
1
|
- ຫ້າງຮ້ານຕົວແທນຈຳໜ່າຍອຸປະກອນໄອທີ ມີຄວາມຕ້ອງການຍື່ນຊອງປະມູນຕ້ອງປະກອບດັ່ງນີ້:
- ເອກະສານຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດດ້ານອຸປະກອນໄອທີ, ເຄື່ອງໃຊ້ໄຟຟ້າ, ຕິດຕັ້ງໄຟຟ້າ, ຕ້ອງມີວິຊາການສະເພາະ ແລະ ດຳເນີນທຸລະກິດ ຢ່າງໜ້ອຍ 03 ປີຂຶ້ນໄປ, ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປີ 2020, ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ (ຖ້າມີ).
- ເອກະສານທີ່ກ່ຽວຂ້ອງ, ລະບຸໄລຍະເວລາໃນການຮັບປະກັນ, ຜົນງານຜ່ານມາທີ່ເຄີຍສະໜອງ ການບໍລິການບຳລຸງຮັກສາ ໝໍ້ເກັບໄຟຟ້າສຳຮອງ (UPS) ໃຫ້ພາກສ່ວນອື່ນ.
- ກຳນົດຍື່ນຊອງລາຍລະອຽດໜ້າວຽກ ແລະ ຂໍ້ມູນ ໃນວັນສຸກ, ວັນທີ 11/06/2021 ເວລາ 11:00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ສໍານັກງານໃຫຍ່, ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ຕຶກ C.
- ເອກະສານຊອງທີ 2 (ປິດຊອງ):
- ໃບສະເໜີລາຄາໃຫ້ລະບຸລາຄາຫົວໜ່ວຍແຕ່ລະລາຍການ ແລະ ລວມມູນຄ່າອາກອນທັງໝົດເປັນສະກຸນເງິນກີບໃຫ້ຄົບຖ້ວນ.
- ໃນວັນພະຫັດ ວັນທີ 17/06/2021 ເວລາ 09:30 ໂມງ ແມ່ນມື້ເປີດຊອງປະມູນ ແຈ້ງໃຫ້ບໍລິສັດ, ຮ້ານຕົວແທນຈໍາໜ່າຍຈະຕ້ອງຖືຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 3 ຕຶກ C.
- ບໍລິສັດຜູ້ສະໜອງຕ້ອງລະບຸລາຍລະອຽດ, ເງື່ອນໄຂຕ່າງໆ ມາໃຫ້ຄົບຖ້ວນ ແລະ ໃຫ້ກົງກັບຄວາມຕ້ອງ ການໃນຕາຕະລາງຂ້າງເທິງນັ້ນ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 11/07/2021) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ຫຼື ບໍ່ຍື່ນເງິນຄໍ້າປະກັນການປະຕິບັດສັນຍາ ຜູ້ຊະນະການປະມູນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ຜູ້ທີ່ຊະນະການປະມູນ ແມ່ນບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ, ແຕ່ຈະຄັດຈາກປະສົບການ ແລະ ແກ້ໄຂບັນຫາຕ່າງໆໄດ້ ໃນເມື່ອ UPS ມີບັນຫາ ທາງກາງເວັນ ແລະ ກາງຄືນ, ຄວາມຊໍານານງານພ້ອມ.
ການຊໍາລະແບ່ງຈ່າຍເປັນ 04 ງວດ ລຸ່ມນີ້: ງວດລະ 25% ຂອງມູນຄ່າສັນຍາທັງໝົດ, ເຊິ່ງຈະຊໍາລະໃຫ້ ພາຍຫຼັງການໃຫ້ບໍລິການແຕ່ລະຄັ້ງສໍາເລັດ ແລະ ໄດ້ຮັບການຢັ້ງຢືນຈາກ ທຄຕລ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ປະທານຄະນະກຳມະການປະມູນ
ສອບຖາມລາຍລະອຽດເພີ່ມເຕີ່ມ:
E-mail: itcenter@bcel.com.la
ທ່ານ ແກ້ວວິຊະນະ 5466 1999
ທ່ານ ຂັນຕີ 9811 3597
bidcommittee@bcel.com.la