ພິທີມອບ-ຮັບ ໜ້າທີ່ ຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ)
ໃນຕອນບ່າຍ ວັນທີ 14 ມິຖຸນາ 2021 ທີ່ ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີປະກາດການຈັດຕັ້ງ ມອບ-ຮັບ ໜ້າທີ່ ຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະພາຜູ້ບໍລິຫານ ທຄຕລ ພ້ອມດ້ວຍຄະນະສະພາບໍລິຫານ, ຄະນະອໍານວຍການ, ຄະນະພະແນກ, ຄະນະສູນ, ຄະນະສາຂາທົ່ວລະບົບເຂົ້າຮ່ວມຜ່ານລະບົບອອນລາຍ ໂປຣແກມ Zoom ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວນີ້ ທ່ານ ຄໍາສຸກ ສູນດາລາ ຮອງປະທານສະພາບໍລິຫານ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຜູ້ອໍານວຍການ ທຄຕລ (ຜູ້ໃໝ່) ແລະ ການຍົກຍ້າຍໄປຮັບໜ້າທີ່ໃໝ່ຂອງ ຜູ້ອໍານວຍການ ທຄຕລ (ຜູ້ເກົ່າ) ໂດຍແມ່ນ ທ່ານ ຄໍາພຸດ ສິດທິລາດ ຖືກແຕ່ງຕັ້ງເປັນ ຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ຜູ້ໃໝ່) ແລະ ທ່ານ ພູຂົງ ຈັນທະຈັກ ແມ່ນຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ ທະນາຄານແຫ່ງ ສປປ ລາວ ໂດຍໃນພິທີຄັ້ງນີ້ ທັງສອງທ່ານກໍໄດ້ກ່າວ ມອບ-ຮັບ ໜ້າທີ່ຢ່າງເປັນທາງການ.
ພ້ອມນັ້ນໃນພິທີດັ່ງກ່າວ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຜ່ານມາຂອງ ທ່ານ ພູຂົງ ຈັນທະຈັກ ທີ່ໄດ້ທຸ້ມເທເຫື່ອແຮງທັງກາຍ ແລະ ໃຈ ເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍຕະຫຼອດໄລຍະເວລາທີ່ຜ່ານມາ ດ້ວຍຄວາມຮັບຜິດຊອບສູງ ເຊິ່ງລ້ວນແລ້ວແຕ່ເປັນໝາກຜົນສໍາເລັດທີ່ພົ້ນເດັ່ນທີ່ສະແດງອອກໃນຫຼາຍໆດ້ານ, ພ້ອມກັນນັ້ນ ທ່ານຍັງໄດ້ໃຫ້ທິດຊີ້ນໍາອັນລວມໃນຕໍ່ໜ້າ ໂດຍໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະ ສຸມໃສ່ຜັນຂະຫຍາຍໄປຕາມແນວມທາງນະໂຍບາຍຂອງພັກລັດ ໃຫ້ທຸກຄົນຮ່ວມແຮງພ້ອມກັນພັດທະນາສ້າງສາ ທຄຕລ ໃຫ້ເປັນທະນາຄານທີ່ເຂັ້ມແຂງ ທັນສະໄໝ ບົນພື້ນຖານການຮັບໃຊ້ສັງຄົມກໍຄືປະຊາຊົນລາວທົ່ວປະເທດ.
ທ່ານ ພູຂົງ ຈັນທະຈັກ (ຜູ້ອຳນວຍການ ທຄຕລ ຜູ້ເກົ່າ)
ທ່ານ ຄໍາພຸດ ສິດທິລາດ (ຜູ້ອຳນວຍການ ທຄຕລ ຜູ້ໃໝ່)