ທ່ານ ຄໍາພຸດ ສິດທິລາດ
ໄດ້ຮັບການແຕ່ງຕັ້ງເປັນ ຜູ້ອໍານວຍການ ທຄຕລ ຄົນໃໝ່
ໃນວັນທີ 14 ມິຖຸນາ ທີ່ຜ່ານມາ ທຄຕລ ໄດ້ຈັດພິທີປະກາດການຈັດຕັ້ງ ມອບ-ຮັບ ໜ້າທີ່ຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໂດຍ ທ່ານ ຄໍາພຸດ ສິດທິລາດ ໄດ້ຖືກແຕ່ງຕັ້ງເປັນຜູ້ອໍານວຍການ ທຄຕລ ແທນ ທ່ານ ພູຂົງ ຈັນທະຈັກ ໃນວັນທີ 14 ມິຖຸນາ ທີ່ ໂຮງແຮມແລນມາກຢ່າງເປັນທາງການ ແລະ ທ່ານ ພູຂົງ ຈັນທະຈັກ ແມ່ນໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ.
ການຮັບຕໍາແໜ່ງໃນຄັ້ງນີ້ ມີພາລະກິດທີ່ຕ້ອງສືບຕໍ່ເລັ່ງຜັກດັນ ທຄຕລ ດ້ວຍ ວິໄສທັດທີ່ມຸ້ງໝັ້ນໃຫ້ ທຄຕລ “ເປັນທະນາຄານທີ່ເຂັ້ມແຂງ ທັນສະໄໝ ໄດ້ມາດຖານສາກົນ”, ລວມທັງການພັດທະນາລະບົບທະນາຄານການຄ້າໃຫ້ເປັນດີຈີຕອລເຕັມຮູບແບບ ເພື່ອເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດຂອງປະເທດໃຫ້ກ້າວຜ່ານວິກິດເສດຖະກິດ ພ້ອມກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ແລະ ຕອບໂຈດຄວາມຕ້ອງການຂອງລູກຄ້າ, ພາຍໃຕ້ການສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າ ດ້ວຍການປະສົມປະສານກັນຂອງພະນັກງານທະນາຄານເຂົ້າກັບຄວາມສະຫຼຽວສະຫຼາດຂອງປັນຍາປະດິດ ຫຼື ເທັກໂນໂລຊີທັນສະໄໝ ອັນນໍາມາເຊິ່ງແນວຄິດດ້ານນະວັດຕະກໍາທາງການເງິນໃໝ່, ເປັນຜູ້ໃຫ້ບໍລິການທີ່ຮູ້ໃຈລູກຄ້າດ້ວຍຊ່ອງທາງດີຈີຕອລທີ່ລໍ້າສະໄໝ ສ້າງຜະລິດຕະພັນ ແລະ ການບໍລິການທີ່ມອບປະສົບການທີ່ດີໃຫ້ກັບລູກຄ້າທີ່ເໜືອຄວາມຄາດໝາຍ ຕອບໂຈດການໃຊ້ຊີວິດປະຈໍາວັນ ແລະ ເຮັດທຸລະກິດໃນທຸກສະຖານທີ່ ທຸກເວລາທີ່ລູກຄ້າຕ້ອງການ ແລະ ສ້າງຜົນປະໂຫຍດສຸງສຸດໃຫ້ແກ່ຜູ້ຖືຮຸ້ນ ທຄຕລ ແບບຍືນຍົງ ພາຍໃຕ້ຄໍາຂວັ້ນ “ທັນສະໄໝ ວ່ອງໄວ ໝັ້ນໃຈ” ດ້ວຍການນໍາເທັກໂນໂລຢີ ແລະ ນະວັດຕະກໍາມາປະຍຸກໃຊ້ໃນການບໍລິຫານຈັດການ ແລະ ໃຫ້ບໍລິການທາງການເງິນດີຈີຕອລ.
ໂດຍມີເປົ້າໝາຍຄື:
ພາຍໃຕ້ຄຸນຄ່າຫຼັກ (Core Value) ດັ່ງນີ້:
ແນວໂນ້ມ ແລະ ທິດທາງ ໃນຕໍ່ໜ້າ
ໃນການຂັບເຄື່ອນອົງກອນໄປສູ່ອານາຄົດຂ້າງໜ້າ ໃນສະພາບແວດລ້ອມຂອງການດໍາເນີນທຸລະກິດທີ່ມີຄວາມທ້າທາຍ ແລະ ມີການປ່ຽນຕະຫຼອດເວລາ ການຄາດການຕ່າງໆເຮັດໄດ້ຍາກຂຶ້ນສິ່ງທີ່ຕ້ອງເຮັດຄື ຕ້ອງປັບຕົວໄດ້ໄວ ເຖິງແມ່ນວ່າໃນປີ 2020-2021 ສະພາບເສດຖະກິດມະຫາພາກຂອງສາກົນ ແລະ ພາຍໃນປະເທດຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ເວົ້າລວມ, ເວົ້າສະເພາະກໍ່ຄືສະພາບ ການດໍາເນີນທຸລະກິດຂອງ ທຄຕລ ທີ່ຈະໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ. ສະນັ້ນ; ເພື່ອບັນລຸວິໄສທັດຂອງ ທຄຕລ ໃນຕໍ່ໜ້າເວົ້າລວມ ເວົ້າສະເພາະປີ 2021-2025, ພາລະກິດທີ່ສໍາຄັນຂອງ ທຄຕລ ແມ່ນຈະໄດ້ສືບຕໍ່ເພີ່ມປະສິດທິພາບໃນການດໍາເນີນງານໃຫ້ມີຄວາມເຂັ້ມແຂງ, ລິເລີ່ມຈັດຕັ້ງປະຕິບັດແຜນ ປັບປຸງພາລະກິດທີ່ສໍາຄັນ ຂອງ ທຄຕລ 2021-2025 ຄື: ເຮັດໃຫ້ ທຄຕລ ກາຍເປັນທະນາຄານທີ່ເຂັ້ມແຂງ ທັນສະໄໝ ໄດ້ມາດຖານສາກົນ, ສຸມໃສ່ການພັດທະນາການປັບປຸງດ້ານບໍລິການໃຫ້ແທດເໝາະກັບໄລຍະການປ່ຽນໃໝ່, ສ້າງຄວາມເຂັ້ມແຂງໝັ້ນຄົງທາງດ້ານການເງິນ, ພັດທະນາລະບົບໄອທີ ແລະ ເທັກໂນໂລຊີທີ່ທັນສະໄໝ ເຂົ້າໃນລະບົບບໍລິການພັດທະນາດ້ານລະບົບຂໍ້ມູນຂ່າວສານໃຫ້ຖືກຕ້ອງ, ຊັດເຈນ ໂປ່ງໃສ, ວ່ອງໄວ ແລະ ຮັບປະກັນຄວາມປອດໄພໄດ້ມາດຖານສາກົນ. ພ້ອມນັ້ນ; ກໍ່ເນັ້ນໃສ່ການພັດທະນາບຸກຄະລາກອນ ໃນແຕ່ລະດ້ານເພື່ອຮອງຮັບກັບການປ່ຽນແປງຂອງການພັດທະນາ ທຄຕລ ໃຫ້ມີຄວາມຊໍານິຊໍານານເປັນມືອາຊີບດ້ານການບໍລິການທະນາຄານ, ສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າທີ່ມາໃຊ້ບໍລິການ ແລະ ສ້າງຜົນປະໂຫຍດສຸງສຸດໃຫ້ແກ່ຜູ້ຖືຮຸ້ນ ທຄຕລ ແບບຍືນຍົງ.
ດ້ວຍຍຸດທະສາດການພັດທະນາຂອງ ທຄຕລ ຄື:
ທ່ານ ຄໍາພຸດ ສິດທິລາດ
ຜູ້ອໍານວຍການ ທຄຕລ
ຊີວະປະຫວັດຫຍໍ້:
ວັນເດືອນປີເກີດ: 28/4/1965
ສັນຊາດ: ລາວ
ພາສາ: ອັງກິດ, ລັດເຊຍ
ຕໍາແໜ່ງ: ຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ປະຫວັດການສຶກສາ:
ປະຫວັດການເຮັດວຽກ:
ການເງິນສາກົນ, ປະເທດສະຫະລັດອາເມລິກາ;
ເສດຖະກິດ, ທະນາຄານແຫ່ງ ສປປ ລາວ;
ສປປ ລາວ;