ໜັງສືແຈ້ງເຊີນ
ເຖິງ: ບໍລິສັດ ບໍລິການສິ່ງພິມ ແລະ ບັນດາໂຮງພິມ ທີ່ນັບຖື.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍື່ນຊອງປະມູນ ພິມຊອງຂາວ ຈໍານວນ 100.000 ຊອງ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານຜູ້ສະໜອງ ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນລາຄາ ພິມຊອງຂາວ ຈໍານວນ 100.000 ຊອງ ເພື່ອນໍາໃຊ້ ເຂົ້າໃນວຽກງານ ຂອງ ທຄຕລ ລາຍລະອຽດສິນຄ້າ ມີດັ່ງຕາຕະລາງລຸ່ມນີ້:
ຮູບປະກອບ |
ລາຍລະອຽດ
|
|
-ຊອງຂາວ ຄວາມໜາ 100 ແກຣມ (ຊອງຂາວ + ແຜ່ນໃສ), ກາວ 02 ໜ້າ, ພິມ 1 ສີ 1 ໜ້າ (ສີຟ້າເຂັ້ມ), ຊອງ 20*11 ຊມ, ຂະໜາດແຜ່ນໃສ 12*3,5 ຊມ. (ທຄຕລ ມີ Artwork ຄັດຕິດມາດ້ວຍ) - 50 ຊອງ/ແພັກ, 10 ແພັກ/ແກັດ ພ້ອມລະບຸລາຍລະອຽດໃສ່ແຕ່ລະແພັກ. - ສາມາດມາເບິ່ງຕົວຢ່າງໄດ້ ທີ່ ພະແນກຫ້ອງການບໍລິຫານ-ການເງິນ, ສໍານັກງານໃຫຍ່ ທຄຕລ, ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາຄານ C. |
ໝາຍເຫດ:
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານຜູ້ມີຄວາມສົນໃຈ ຍື່ນຊອງເຂົ້າຮ່ວມການປະມູນລາຄາໃນຄັ້ງນີ້ດ້ວຍ.
ຜູ້ອໍານວຍການ
ເບີໂທປະສານງານ: 021 213 200-415