ໃນຕອນບ່າຍ ວັນຈັນ, ວັນທີ 23 ມັງກອນ 2023 ທີ່ ຫໍປະຊຸມແຫ່ງຊາດ, BCEL ໄດ້ເຂົ້າຮ່ວມກອງປະຊຸມຮັບຟັງການໂອ້ລົມຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ປະຈໍາປີ 2022 ທີ່ຈັດຂຶ້ນໂດຍ ສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຕາງໜ້າຈາກພາກລັດ, ພາກທຸລະກິດເຂົ້າຮ່ວມຫຼາຍກວ່າ 400 ທ່ານ. ໃນນັ້ນ BCEL ເປັນໜຶ່ງໃນຫົວໜ່ວຍທຸລະກິດທີ່ໄດ້ຮັບລາງວັນ ນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 (Lao Business Leader Award 2022) ທີ່ມີຄວາມສາມາດໂດດເດັ່ນປະກອບສ່ວນພັນທະອາກອນໃຫ້ແກ່ລັດ ມີຜົນງານປະກອບສ່ວນຊ່ວຍເຫຼືອສັງຄົມ ມີການບໍລິຫານທີ່ມີປະສິດທິຜົນ ປະກອບສ່ວນຕໍ່ການສ້າງຄວາມເຂັ້ມແຂງໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສາມາດນໍາພາວິສາຫະກິດຂອງຕົນຜ່ານຜ່າວິກິດກັບສະພາບເສດຖະກິດທີ່ເກີດຂຶ້ນໄດ້.
ລາງວັນອັນມີຄຸນຄ່າໃນຄັ້ງນີ້ ມອບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມ BCEL ຂຶ້ນຮັບລາງວັນໂດຍ ທ່ານ ນາງ ບົວໄພວັນ ນັນດາວົງ ຮອງຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ນອກຈາກນັ້ນ BCEL ຍັງໄດ້ຮັບໃບຍ້ອງຍໍໃນການປະກອບສ່ວນສະໝັບສະໝູນງານດັ່ງກ່າວອີກດ້ວຍ.
ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບຟັງການໂອ້ລົມຂອງ ທ່ານນາຍົກລັດຖະມົນຕີ ສ້າງຄວາມເຂົ້າໃຈເລິກເຊິ່ງຍິ່ງຂື້ນໃຫ້ແກ່ພາກທຸລະກິດກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ພ້ອມທັງໃຫ້ທິດເຍືອງທາງ ຊີ້ນຳ-ນໍາພາ ຜູ້ປະກອບການກໍ່ຄືພາກທຸລະກິດໃຫ້ສາມາດປັບປຸງ ແລະ ແກ້ໄຂບັນຫາທີ່ເປັນອຸປະສັກຕໍ່ການດໍາເນີນທຸລະກິດ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ພວກເຮົາຂໍຂອບໃຈເປັນຢ່າງສູງມາຍັງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ທີ່ໄດ້ມອບລາງວັນອັນຊົງຄຸນຄ່ານີ້ໃຫ້ກັບ BCEL ແລະ ຂໍຂອບໃຈລູກຄ້າທຸກທ່ານທີ່ໃຫ້ການສະໜັບສະໜຸນ ຊົມໃຊ້ຜະລິດຕະພັນ ແລະ ການບໍລິການຕະຫຼອດມາ. BCEL ສັນຍາຈະສືບຕໍ່ມຸ້ງໝັ້ນພັດທະນາລະບົບການບໍລິການທາງດ້ານການເງິນຢ່າງບໍ່ຢຸດຢັ້ງເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງລູກຄ້າຜູ້ໃຊ້ບໍລິການ ໂດຍທຸກຜະລິດຕະພັນ ແລະ ການບໍລິການແມ່ນເນັ້ນເຖິງຄວາມທັນສະໄໝ, ສະດວກ, ປອດໄພ, ກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ.
ແຫຼ່ງຂໍ້ມູນເພີ່ມເຕີມ: https://m.facebook.com/story.php?story_fbid=pfbid01RD5BcD6wCGHzdA3ggSimgXYmHaxzVKDks5WFyir11naKwXBg6DjdLjEhHE286Bl&id=100064934550468&mibextid=qC1gEa