ຊົມເຊີຍຜົນສໍາເລັດ
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ທຄຕລ ປະຈໍາໄຕມາດ 01/2023 ແລະ ທິດທາງແຜນການ ປະຈໍາໄຕມາດ 02/2023
ໃນວັນທີ 31 ມີນາ 2023 ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາໄຕມາດ 01/2023 ແລະ ກໍານົດທິດທາງແຜນການ ປະຈໍາໄຕມາດ 02/2023 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ, ໂດຍມີບັນດາທ່ານຄະນະອໍານວຍການ, ຄະນະພະແນກ, ສູນ, ແລະ ສາຂາ ທົ່ວລະບົບ ເຂົ້າຮ່ວມຢ່າງພ້ອມພຽງ;
ກອງປະຊຸມດັ່ງກ່າວໄດ້ລາຍງານການປະຕິບັດວຽກງານທີ່ພົ້ນເດັ່ນ ແລະ ຜົນການດໍາເນີນທຸລະກິດຂອງ ທຄຕລ ໃນໄຕມາດ 01/2023 ພ້ອມທັງທົບທວນການຈັດຕັ້ງປະຕິບັດແຜນຍຸດທະສາດພັດທະນາ ທຄຕລ 2021 -2025. ກອງປະຊຸມໃນຍັງໄດ້ຮັບຟັງການນຳສະເໜີ ແຜນຍຸດທະສາດການຕະຫຼາດແບບບຸກທະລຸໃນສະພາບການແຂ່ງຂັນສູງ ແລະ ແຜນຍຸດທະສາດໃນການແກ້ໄຂໜີ້. ນອກຈາກນັ້ນ ທີ່ປະຊຸມຍັງໄດ້ຮັບຟັງການລາຍງານສະພາບບັນຫາ ແລະ ສິ່ງທ້າທາຍຕໍ່ການດຳເນີນທຸລະກິດຂອງ ທຄຕລ ໃນປັດຈຸບັນ ແລະ ອະນາຄົດ ພ້ອມທັງປຶກສາຫາລື ຄົ້ນຄວ້າວິທີການປັບປຸງແກ້ໄຂໃຫ້ສອດຄ່ອງກັບສະພາບໃນປະຈຸບັນ ລວມເຖິງການກຳນົດທິດທາງແຜນການ ໃນຕໍ່ໜ້າ.
ໃນຕອນທ້າຍກອງປະຊຸມ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ ໄດ້ໃຫ້ກຽດ ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ ໄຕມາດ 01/2023 ເຊິ່ງລ້ວນແລ້ວແຕ່ເປັນໝາກຜົນຮ່ວມກັນຂອງ ພະນັກງານ ທຄຕລ ທັງໝົດທຸກພາກສ່ວນທີ່ຍາດແຍ່ງມາໄດ້. ພ້ອມນັ້ນ ທ່ານ ຜູ້ອໍານວຍການ ຍັງໄດ້ໃຫ້ທິດຊີ້ນໍາ ໃນຕໍ່ໜ້າ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ບັນລຸຕາມເປົ້າໝາຍ ແລະ ແຜນການທີ່ວາງໄວ້ຕາມແນວມທາງນະໂຍບາຍຂອງພັກລັດ ແລະ ຍັງເນັ້ນໃສ່ໃຫ້ທຸກພາກສ່ວນຮ່ວມແຮງກັນພັດທະນາ ທຄຕລ ໃຫ້ເປັນທະນາຄານທີ່ເຂັ້ມແຂງ ທັນສະໄໝ ແລະ ໄດ້ມາດຕະຖານສາກົນ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
ຂໍ້ມູນ: ອີງຕາມວາລະການຂອງກອງປະຊຸມ ແລະ ບົດສະຫຼຸບການເຄື່ອນໄຫວວຽກງານ ທຄຕລ ປະຈໍາໄຕມາດ 01/2023 ແລະ ທິດທາງແຜນການ ໄຕມາດ 02/2023
ຂຽນຂ່າວໂດຍ: ພະແນກການຕະຫຼາດ ແລະ ບໍລິການລູກຄ້າລາຍໃຫຍ່