ຊື່ຜະລິດຕະພັນພາສາລາວ
|
ລະບົບເຊື່ອມຕໍ່ຊໍາລະສະສາງແບບອອນລາຍ E-Commerce
|
ຊື່ຜະລິດຕະພັນຫຍໍ້
|
E-Commerce
|
ສະໂລແກນ
|
One Click Pay
|
ໂລໂກ
|

|
ຄຸນລັກສະນະ
|
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເປັນທະນາຄານແຫ່ງທໍາອິດໃນ ສ.ປ.ປ.ລາວ ທີ່ໃຫ້ບໍລິການລະບົບຊໍາລະສະສາງຜ່ານອິນເຕີເນັດ ໃຫ້ທຸລະກິດຂອງທ່ານສາມາດຮັບຊໍາລະດ້ວຍບັດເດບິດ/ບັດເຄດິດ ແລະ ການສະແກນຄິວອາໂຄດ ໄດ້ຫຼາກຫຼາຍຮູບແບບ ຜ່ານເວັບໄຊທຼ ຫຼື ແອບພິເຄຊັນຂອງທ່ານໄດ້ຢ່າງສະດວກສະບາຍ, ວ່ອງໄວ ແລະ ມາພ້ອມກັບລະບົບຄວາມປອດໄພລະດັບສາກົນ. ການເປີດໂລກທຸລະກິດຂອງທ່ານສູ່ລະບົບການຊື້-ຂາຍແບບ Online ໝາຍເຖິງໂອກາດນໍາເອົາສິນຄ້າ ແລະ ບໍລິການສູ່ກຸ່ມລູກຄ້າໃນທຸກມຸມໂລກ ເຮັດໃຫ້ທຸລະກິດຂອງທ່ານມີຍອດຂາຍ ແລະ ການບໍລິການທີ່ເພີ່ມຂຶ້ນ. ລະບົບການຊໍາລະສະສາງຜ່ານອິນເຕີເນັດຂອງ ທຄຕລ ພ້ອມແລ້ວທີ່ຈະເປັນສ່ວນໜຶ່ງໃນການຜັກດັນຜົນສໍາເລັດໃຫ້ແກ່ທຸລະກິດຂອງທ່ານ.
|
ເໝາະສົມສຳຫຼັບ
|
- ທຸລະກິດທີ່ຕ້ອງການຂາຍສິນຄ້າ ຫຼື ບໍລິການຜ່ານເວັບໄຊທ໌ ແລະ ແອບພິເຄຊັນ ຕະຫຼອດ 24 ຊົ່ວໂມງ.
- ທຸລະກິດທີ່ຕ້ອງການຂະຫຍາຍຖານລູກຄ້າ, ເພີ່ມຍອດຂາຍ ແລະ ຜົນກໍາໄລ.
- ທຸລະກິດທີ່ຕ້ອງການລະບົບຊໍາລະສະສາງດ້ວຍບັດເດບິດ/ບັດເຄຼດິດ ແລະ ການຊໍາລະແບບສະແກນຄິວອາໂຄດອອນລາຍທີ່ມີຄວາມປອດໄພ.
- ທຸລະກິດອື່ນໆ ທີ່ຕ້ອງການຫັນມາສູ່ລະບົບ E-Commerce.
|
ຮູບແບບການຊໍາລະທີ່ສາມາດເລືອກໄດ້
|
- ລະບົບເຊື່ອມຕໍ່ຊໍາລະສະສາງອອນລາຍ (Payment Gateway)
- ບໍລິການໃບບິນອີເລັກໂທຼນິກ (B-invoice)
- ບໍລິການຮັບຊໍາລະເງິນແບບອັດຕະໂນມັດ ເປັນໄລຍະເຊັ່ນ: ອາທິດ, ເດືອນ ແລະ ປີ (Recurring Payment)
- ບໍລິການຮັບສັ່ງຈອງຜ່ານໂທລະສັບ ຫຼື ອີເມວ (Virtual Terminal)
|
ຜົນປະໂຫຍດທີ່ທ່ານຈະໄດ້ຮັບ:
|
ທຄຕລ ນຳໃຊ້ລະບົບຊຳລະສະສາງຂອງບໍລິສັດ CyberSouces ແລະ ບໍລິສັດ NTTData, ເຊິ່ງເປັນບໍລິສັດລະດັບໂລກທີ່ສະໜອງລະບົບຊໍາລະສະສາງອອນລາຍທີ່ເປັນທີ່ຍອມຮັບກັນທົ່ວໂລກດ້ານຄວາມປອດໄພ ແລະ ການຊຳລະສະສາງທີ່ທັນຍຸກທັນສະໄໝ, ທ່ານສາມາດຮັບຜົນປະໂຫຍດຫຼາຍຢ່າງເຊັ່ນ:
- ສາມາດຮັບຊໍາລະດ້ວຍບັດ BCEL ATM UnionPay, Visa, MasterCard, JCB, American Express ແລະ China UnionPay.
- ສາມາດຮັບຊໍາລະດ້ວຍການສະແກນຄິວອາໂຄດ Alipay, WechatPay ແລະ UnionPay QR.
- ສາມາດຮັບຊໍາລະດ້ວຍການສະແກນ Onepay ໃນຮູບແບບ Online.
- ຮັບປະກັນລາຍການຮັບຊໍາລະສະສາງດ້ວຍລະບົບຄວາມປອດໄພ 3D Secure (ລະບົບທີ່ຜູ້ຖືບັດຕ້ອງໃຊ້ລະຫັດ ຫຼື One-time Password ໃນການຢັ້ງຢືນການຊໍາລະ, ເປັນລະບົບທີ່ສູນບັດສາກົນພັດທະນາຂຶ້ນມາເພື່ອຊ່ວຍໃນການຢັ້ງຢືນຕົວຕົນຂອງເຈົ້າຂອງບັດ) ແລະ ລະບົບຄວາມປອດໄພທີຍອມຮັບຈາກສາກົນ ເຊັ່ນ: MasterCard SecureCode, Verified by Visa, J/Secure, Amex SafeKey ເປັນຕົ້ນ.
- ລະບົບໃນການກວດສອບລາຍການສໍ້ໂກງ ແລະ ສ້າງ/ກຳນົດ ກົດລະບຽບການປ້ອງກັນຄວາມສ່ຽງຕາມຄວາມຕ້ອງການຂອງທ່ານໄດ້ (Decision Manager)
- ລະບົບຕິດຕາມລາຍການເຄື່ອນໄຫວແບບອອນລາຍ, ສາມາດໃຫ້ທ່ານເຂົ້າກວດເຊັກລາຍການຊໍາລະສະສາງໄດ້ຕະຫຼອດທຸກເວລາ (24/7).
- ລາຍການຊໍາລະສະສາງທີ່ສໍາເລັດ ຈະຖືກໂອນເຂົ້າບັນຊີຂອງທ່ານໃນວັນລັດຖະການຖັດໄປ (T+1).
- ລະບົບລາຍງານທີ່ທ່ານສາມາດເຂົ້າເຖິງ, ສະດວກສະບາຍສຳລັບວຽກງານການສົມທຽບບັນຊີຂອງທ່ານ ແລະ ສາມາດສ້າງບົດລາຍປະຈຳວັນ, ອາທິດ ຫຼື ເດືອນ.
- ສາມາດຮອງຮັບໄດ້ຫຼາຍສະກຸນເງິນ.
- ມີທີມງານທີ່ຊໍານານດ້ານລະບົບໃຫ້ຄຳປຶກສາການເຊື່ອມຕໍ່ ແລະ ໃຫ້ການສະໜັບສະໜຸນຕະຫຼອດເວລາທີ່ທ່ານພົບບັນຫາ.
|
ຄ່າທໍານຽມ ແລະ ຊ່ອງທາງທີຮອງຮັບທຸລະກຳ:
|
- ບໍລິການອີຄອມເມີສ໌ ທຄຕລ ສາມາດຮອງຮັບໄດ້ 2 ປະເພດການຊຳລະຄື: ຜ່ານລະບົບບັດ (ພາຍໃນ ແລະ ສາກົນ) ແລະ QR Code ໃນຮູບແບບ ອອນລາຍ. ຄ່າທໍານຽມການຊຳລະດ້ວຍບັດຕໍ່ລາຍການ ເລີ່ມຕົ້ນທີ່ 3% (ອີງຕາມປະເພດບັດ) ແລະ ສຳລັບການຊຳລະດ້ວຍ QR Code ຕໍ່ລາຍການ ເລີມຕົ້ນທີ 1,5% (ອີງຕາມປະເພດ QR Code).
- ຄ່າບໍາລຸງຮັກສາລະບົບປະຈໍາເດືອນ (Monthly Maintenance Fee) 45 ໂດລາ ຕໍ່ ເດືອນ.
ປະເພດການຊຳລະສະສາງ
|
ປະເພດບັດ
|
ປະເພດ QR Codes
|
ບັດ Visa Card
|
BCEL OnePay QR Code
|
ບັດ MasterCard
|
Alipay
|
ບັດ JCB
|
WechatPay
|
ບັດ China UnionPay
|
UnionPay QR Code
|
ບັດAmerican Express
|
|
|
ໂປໂມຊັນ:
|
- ບໍ່ມີຄ່າທຳນຽມໃນການຕິດຕັ້ງລະບົບ.
- ຍົກເວັ້ນຄ່າບໍາລຸງຮັກສາປະຈໍາເດືອນ 3 ເດືອນທຳອິດ.
- ບໍ່ມີຄ່າທໍານຽມໃນເວລາທີ່ທ່ານຂໍຍົກເລີກການບໍລິການ.
|
ເງື່ອນໄຂໃນການໃຊ້ບໍລິການ:
|
- ເປັນນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດພາຍໃນ ສ.ປ.ປ.ລາວ ຢ່າງຖືກຕ້ອງ.
- ມີເວັບໄຊທ໌ຈໍາໜ່າຍສິນຄ້າ ຫຼື ບໍລິການຕ່າງໆເປັນຂອງຕົວເອງ.
- ເງື່ອນໄຂ ການສັ່ງຊື້/ໃຊ້ບໍລິການ ຈະຕ້ອງຜ່ານການກວດສອບ ແລະ ລະບຸຢູ່ເທິງ Website ຢ່າງລະອຽດ.
- ມີບັນຊີເງິນຝາກປະຢັດ ຫຼື ກະແສລາຍວັນ ຢູ່ ທຄຕລ ເປັນສະກຸນເງິນ ກີບ ແລະ/ຫຼື ໂດລາ.
|
ເອກະສານທີ່ໃຊ້ໃນການສະໝັກ:
|
- ແບບຟອມຂໍສະໝັກ ແລະ ສັນຍາການເປັນຮ້ານຄ້າສະມາຊິກ. (Link Download)
- ສຳເນົາໃບທະບຽນວິສາຫະກິດ ຫຼື ສຳເນົາໃບອະນຸຍາດດໍາເນີນທຸລະກິດ.
- ສຳເນົາໃບທະບຽນອາກອນ ຫຼື ສຳເນົາໃບແຈ້ງເລກປະຈໍາຕົວຜູ້ເສຍອາກອນ ຫຼື ສຳເນົາໃບບິນຊໍາລະອາກອນຜ່ານມາ.
- ສຳເນົາບັດປະຈໍາຕົວ ຫຼື ສຳເນົາສໍາມະໂນຄົວ ຫຼື ສຳເນົາໜັງສືເດີນທາງ.
- ສຳເນົາບັດອະນຸຍາດເຮັດວຽກ ຫຼື ສຳເນົາບັດອະນຸຍາດພັກເຊົາ (ສຳຫຼັບນິຕິບຸກຄົນທີ່ມີເຈົ້າຂອງເປັນຄົນຕ່າງປະເທດ).
|
ຊ່ອງທາງການຕິດຕໍ່
|
ທ່ານສາມາດຕິດຕໍ່ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ +856 21 211012 (ຕໍ່ເບີ 3) ໃນວັນ ແລະ ເວລາລັດຖະການ ຫຼື ອີເມວ: cardcenter@bcel.com.la
|