| 
			 ບໍລິການບັດ Chip ATM BCEL UnionPay 
			 | 
		
		
			| 
			 ຄຸນລັກສະນະ 
			 | 
			
			
				- ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝເພີ່ມຄວາມປອດໄພ ແລະ ຄວາມສະດວກສະບາຍໃນການນຳໃຊ້ບັດຕາມມາດຕະຖານສາກົນ EMVCo.
 
				- ນໍາໃຊ້ຖອນເງິນສົດ (ຜ່ານຕູ້ ທຄຕລ ແລະ ຕູ້ເຄືອຂ່າຍອື່ນທີ່ມີສັນຍາລັກ UnionPay), ຊໍາລະຄ່າສິນຄ້າ ແລະ ຄ່າບໍລິການຕ່າງໆຢູ່ຕາມຮ້ານຄ້າພາຍໃນ ແລະ ຕ່າງປະເທດ ລວມເຖິງເວັບໄຊທ໌ທີ່ມີສັນຍາລັກຮັບບັດ UnionPay ເເລະ ຝາກເງິນສົດຜ່ານຕູ້ຝາກເງິນຂອງ ທຄຕລ.
 
				- ສາມາດຮອງຮັບລາຍການຊຳລະຜ່ານເຄື່ອງຮັບບັດແບບ Contactless ເຊິ່ງສຳລັບຜະລິດຕະພັນ ທຄຕລ ຈະເອີ້ນວ່າ: ຟັງຊັ້ນ Tap & Go.
 
				- ອາຍຸການນຳໃຊ້ 5 ປີ.
 
				- ຊື່ໜ້າບັດ ATM ແມ່ນກໍານົດຕາມຊື່ບັນຊີ ຫຼື ຊື່ບຸກຄົນທີ່ເປັນເຈົ້າຂອງບັນຊີ (ຜູ້ນໍາໃຊ້ບັດຫຼັກ ຫຼື ບັດເສີມ) ເຊິ່ງ   ໝາຍເຖິງຊື່ຕາມເລກບັນຊີ (ເປັນພາສາອັງກິດ ຕົວອັນສອນບໍ່ເກີນ 20 ຕົວ) ຫຼື ຊື່ຂອງບຸກຄົນທີ່ມີສິດສັ່ງຈ່າຍໃນບັນຊີນິຕິບຸກຄົນ ໂດຍອີງຕາມຂໍ້ມູນໃນສະໝັກນໍາໃຊ້ບັດ ATM ຕົວຈິງ.
 
				- ສໍາລັບເລກບັນຊີບຸກຄົນທີ່ຈະເພີ່ມເຂົ້າໃນບັດ ATM ຊື່ບັນຊີຕ້ອງກົງກັບຊື່ໜ້າບັດ ATM, ກໍລະນີເປັນບັນຊີນິຕິບຸກຄົນ ແມ່ນສາມາດເພີ່ມເຂົ້າບັດ ATM ໄດ້ຕາມການສະເໜີໃນແບບຟອມສະໝັກບັດ ATM ໂດຍປະຕິບັດຕາມເງື່ອນໄຂສັ່ງຈ່າຍໃນບັນຊີ.
 
			 
			 | 
		
		
			| 
			 ຜົນປະໂຫຍດ 
			ທີ່ໄດ້ຮັບ 
			 | 
			
			
				- ປະຢັດເວລາ ແລະ ຄ່າໃຊ້ຈ່າຍ, ສາມາດຖອນເງິນສົດ ສະດວກ ວ່ອງໄວ ຈາກຕູ້ ATM ທຄຕລ ທຸກຈຸດທົ່ວປະເທດ ໄດ້ຕະຫຼອດ 24 ຊົ່ວໂມງ, ສາມາດຊໍາລະຄ່າສິນຄ້າ ຫຼື ບໍລິການ ຕາມຮ້ານຄ້າທີ່ເປັນສະມາຊິກ ທຄຕລ ແລະ ທົ່ວໂລກ.
 
				- ນອກຈາກນັ້ນຍັງເພີ່ມຄວາມສະດວກໃຫ້ສາມາດຖອນເງິນ ແລະ ໂອນເງິນຮ່ວມກັນລະຫວ່າງຕູ້ ATM ຂອງທະນາຄານອື່ນໆໃນເຄືອ LAPNET
 
			 
			 | 
		
		
			| 
			 ເງື່ອນໄຂການໃຊ້ບໍລິການ 
			 | 
			
			
				- ມີບັນຊີເງິນຝາກປະຢັດ ຫຼື ບັນຊີເງິນຝາກກະແສລາຍວັນ ນໍາ ທຄຕລ;
 
				- ມີບັດປະຈຳຕົວ ຫຼື  ໜັງສືເດີນທາງ (passport) ຫຼື ປື້ມສໍາມະໂມຄົວ;
 
				- ລູກຄ້າທີ່ຈະສະໝັກນໍາໃຊ້ບັດ ATM ຕ້ອງມີບັນຊີເງິນຝາກປະເພດ ກະແສລາຍວັນ ຫຼື ບັນຊີເງິນຝາກປະຢັດ ຂອງບຸກຄົນ ຫຼື ນິຕິບຸກຄົນ  ທີ່ເປີດບັນຊີຢູ່ກັບ ທຄຕລ ໂດຍສະເພາະສະກຸນເງິນກີບ, ບາດ, ໂດລາ ແລະ ຢວນ. ສໍາລັບສະກຸນເງິນອື່ນໆ ແມ່ນປະຕິບັດຕາມແຈ້ງການທີ່ປະກາດໃຊ້ໃນແຕ່ລະໄລຍະ.
 
			 
			 | 
		
		
			| 
			 ວົງເງິນການນໍາໃຊ້ 
			 | 
			
			
				- ບັດສະແຕນດາດ ວົງເງິນຖອນສູງສຸດໄດ້ 9.000.000 ກີບ/ມື້, ສາມາດຖອນເງິນສູງສຸດໄດ້ 1.500.000ກີບ/ຄັ້ງ ເເລະ ໂອນເງິນລະຫວ່າງບັນຊີພາຍໃນ ທຄຕລ ແລະ ຊໍາລະຄ່າສິນຄ້າ ຫຼື ຄ່າບໍລິການດ້ວຍວົງເງິນສູງສຸດ 100.000.000 ກີບ/ມື້.
 
				- ບັດຄາບ໊ອນ ວົງເງິນຖອນສູງສຸດໄດ້ 12.000.000 ກີບ/ມື້, ສາມາດຖອນເງິນສູງສຸດໄດ້ 1.500.000 ກີບ/ຄັ້ງ ເເລະ ໂອນເງິນລະຫວ່າງບັນຊີພາຍໃນ ທຄຕລ ແລະ ຊໍາລະຄ່າສິນຄ້າ ຫຼື ຄ່າບໍລິການ ດ້ວຍວົງເງິນສູງສຸດ 150.000.000 ກີບ/ມື້.
 
				- ບັດຄຳ ວົງເງິນຖອນສູງສຸດໄດ້ 15.000.000 ກີບ/ມື້, ສາມາດຖອນເງິນສູງສຸດໄດ້ 1.500.000 ກີບ/ຄັ້ງ ເເລະ ໂອນເງິນລະຫວ່າງບັນຊີພາຍໃນ ທຄຕລ ແລະ ຊໍາລະຄ່າສິນຄ້າ ຫຼື ຄ່າບໍລິການ ດ້ວຍວົງເງິນສູງສຸດ 200.000.000 ກີບ/ມື້.
 
			 
			 | 
		
		
			| 
			 ບັດ MyWay UnionPay 
			 | 
			
			
				- ເປັນບັດ ATM BCEL UnionPay ທີ່ສາມາດເລືອກເເຕ່ງຮູບພາບໃສ່ໜ້າບັດໄດ້ດ້ວຍຕົນເອງຜ່ານແອັບ BCEL One.
 
				- ເງື່ອນໄຂວົງເງິນການນໍາໃຊ້ບັດອີງຕາມເງື່ອນໄຂປະເພດບັດທີ່ເລືອກຄື: ບັດຄໍາ, ບັດຄາບ໊ອນ ຫຼື ບັດຟ້າ.
 
				- ສຳລັບລູກຄ້າທີ່ມີບັດແບບແຖບແມ່ເຫຼັກ ແລະ ຕ້ອງການປ່ຽນເປັນບັດ MyWay UnionPay ຄ່າທໍານຽມສະໝັກແມ່ນ 30.000 ກີບ. ສຳລັບລູກຄ້າທີ່ສະໝັກນໍາໃຊ້ໃໝ່ ແມ່ນໃຫ້ຈ່າຍຄ່າທຳນຽມເຕັມຕາມລະບຽບ. ຕົວຢ່າງ: MyWay UnionPay ໃນເງື່ອນໄຂບັດຟ້າ ຄ່າທໍານຽມສະໝັກບັດ 70.000 ກີບ (ຄ່າທຳນຽມບັດຟ້າ 40.000 ກີບ ແລະ ຄ່າທຳນຽມຕົບແຕ່ງຮູບເພີ່ມ 30.000 ກີບ ລວມເປັນ 70.000 ກີບ).
 
				- ຄ່າທໍານຽມລາຍເດືອນອີງຕາມເງື່ອນໄຂປະເພດບັດທີ່ເລືອກ (ບັດຟ້າ 5.000; ບັດຄາບ໊ອນ 6.000 ກີບ; ບັດຄໍາ 8.000 ກີບ).
 
				- ປັດຈຸບັນສາມາດລົງທະບຽນສະໝັກໄດ້ທາງ BCEL One ແລະ ປ່ອງບໍລິການຂອງ ທຄຕລ.
 
			 
			 | 
		
		
			| 
			 ເງື່ອນໄຂສຳລັບຮູບພາບທີ່ສາມາດນຳໃຊ້ໄດ້ກັບບັດ MyWay UnionPay 
			 | 
			
			 ຮູບທີ່ນຳໃຊ້ຕົກແຕ່ງເພື່ອສະໝັກຂໍນຳໃຊ້ບັດ MyWay UnionPay ຄວນເປັນຮູບພາບຂອງເຈົ້າຂອງບັດ ຫຼື ມີເຈົ້າຂອງບັດຢູ່ໃນຮູບ ຫຼື ຕ້ອງເປັນຮູບພາບທີ່ຜູ້ຖືບັດເປັນເຈົ້າຂອງກຳມະສິດໃນການນຳໃຊ້ຮູບພາບດັ່ງກ່າວ. ເຊິ່ງ ຫ້າມບໍ່ໃຫ້ນຳໃຊ້ຮູບທີ່ລະບຸໄວ້ດັ່ງເງື່ອນໄຂລຸ່ມນີ້: 
			
				- ຕ້ອງເປັນຮູບພາບທີ່ທ່ານເປັນເຈົ້າຂອງກຳມະສິດໃນການນຳໃຊ້ຮູບພາບ
 
				- ຕ້ອງນຳໃຊ້ຮູບພາບຂອງເຈົ້າຂອງບັດ ຫຼື ຮູບພາບທີ່ມີເຈົ້າຂອງບັດ.
 
				- ບໍ່ສາມາດນຳໃຊ້ເຄື່ອງໝາຍການທາງການຄ້າ ຫຼື ຮູບພາບທີ່ເປັນການລະເມີດຕໍ່ລິຂະສິດ, ແບຣນດິ້ງຂອງພາກສ່ວນອື່ນທີ່ບໍ່ກ່ຽວຂ້ອງກັບການສະໝັກຂໍນຳໃຊ້ບັດ.
 
				- ຫ້າມນຳໃຊ້ຂໍ້ມູນເບີໂທລະສັບ, ເລກບັນຊີ, ທີ່ຢູ່, ຫຼື ຊື່ເວັບໄຊທ໌ ຕົກແຕ່ງໜ້າບັດ
 
				- ຫ້າມນຳໃຊ້ຮູບພາບຂອງຄົນທີ່ມີຊື່ສຽງ
 
				- ຫ້າມນຳໃຊ້ຮູບພາບຂອງບຸກຄົນອື່ນທີ່ບໍ່ແມ່ນເຈົ້າຂອງບັດ, ຍົກເວັ້ນເຈົ້າຂອງບັດໄດ້ຮັບອະນຸຍາດຈາກບຸກຄົນໃນຮູບພາບໃຫ້ສາມາດນຳໃຊ້ຢ່າງເປັນລາຍລັກອັກສອນໄດ້.
 
				- ຫ້າມນຳໃຊ້ເຄື່ອງໝາຍ, ຂໍ້ມູນ, ຫຼື ຕົວເລກທີ່ກ່ຽວຂ້ອງກັບການເມືອງ, ເສດຖະກິດ
 
				- ຫ້າມນຳໃຊ້ຮູບພາບທີ່ສື່ເຖິງເພດ ຫຼື ຄວາມຮຸນແຮງ
 
				- ຫ້າມນຳໃຊ້ຮູບພາບໂປ້ ຫຼື ຮູບພາບເປືອຍ ບໍ່ວ່າຈະເປັນເພດໃດ ຫືຼ ອາຍຸເທົ່າໃດກໍ່ຕາມ.
 
				- ຫ້າມນຳໃຊ້ຮູບພາບທີ່ກ່ຽວກັບສິ່ງມຶນເມົາ, ຢາປົວພະຍາດ, ຢາເສບຕິດ ຫຼື ອາວຸດຕ່າງໆ.
 
				- ຫ້າມນຳໃຊ້ຮູບພາບຂອງໃບເງິນ (ທຸກສະກຸນເງິນ)
 
				- ແລະ ຮູບອື່ນໆ ທີ່ ທະນາຄານທີ່ພິຈາລະນາວ່າບໍ່ເໝາະສົມ
 
			 
			 | 
		
		
			| 
			 ເງື່ອນໄຂ ເເລະ ວົງເງິນການນໍາໃຊ້ລາຍການ Contactless (Tap & Go) 
			 | 
			
			
				- ຄຸນລັກສະນະຂອງຟັງຊັ້ນ Contactless
 
			 
			         Contactless ເເມ່ນລະບົບການປະຕິບັດການການຊໍາລະເເບບໄຮ້ສໍາຜັດ ທີ່ມີມາດຕະຖານຄວາມປອດໄພ ເຮັດໃຫ້ການຊໍາລະຜ່ານບັດມີຄວາມສະດວກສະບາຍ, ວ່ອງໄວ ເເລະ ປອດໄພຍິ່ງຂື້ນ ພຽງເເຕ່ ແຕະບັດ (ຫຼື ເອີ້ນວ່າ Tap & Go) ກັບອຸປະກອນທີ່ຮອງຮັບການຊໍາລະເເບບ Contactless ຫຼືອຸປະກອນທີ່ມີສັນຍາລັກ            Contactless.              
			
				- ວົງເງິນການນໍາໃຊ້
 
			 
			       #  ລາຍການຊໍາລະແບບ Contactless ຜ່ານເຄື່ອງຮັບບັດ ຂອງ ທຄຕລ 
			
				- ວົງເງິນທີ່ສາມາດຊຳລະສູງສູດ/ຄັ້ງ: 1.000.000 ກີບ (ບໍ່ຈໍາເປັນຕ້ອງປ້ອນລະຫັດບັດ)
 
				- ຖາ້ວົງເງິນທີ່ຕ້ອງຊຳລະເກີນ 1.000.000 ກີບ, ເຈົ້າຂອງບັດບໍ່ຈໍາເປັນຕ້ອງເປີດຟັ້ງຊັ້ນ Contactless ແລະ ນຳໃຊ້ບັດຊໍາລະຕາມປົກກະຕິ (ປ່ອນບັດເບື້ອງມີ Chip ເຂົ້າເຄື່ອງຮັບບັດ ແລະ ຕ້ອງປ້ອນລະຫັດບັດເພື່ອຢືນຢັນ).
 
			 
			       #  ລາຍການຊໍາລະແບບ Contactless ນອກເຄືອຂ່າຍຂອງ ທຄຕລ 
			
				- ວົງເງິນທີ່ສາມາດຊຳລະສູງສູດ/ຄັ້ງ: 400.000 ກີບ (ບໍ່ຈໍາເປັນຕ້ອງປ້ອນລະຫັດບັດ)
 
				- ຖາ້ຫາກວົງເງິນທີ່ຕ້ອງການຊຳລະເກີນ 400.000 ກີບ, ເຈົ້າຂອງບັດບໍ່ຈໍາເປັນຕ້ອງເປີດຟັ້ງຊັ້ນ Contactless ແລະ ນຳໃຊ້ບັດຊໍາລະຕາມປົກກະຕິ (ປ່ອນບັດເບື້ອງມີ Chip ເຂົ້າເຄື່ອງຮັບບັດ ແລະ ຕ້ອງປ້ອນລະຫັດບັດເພື່ອຢືນຢັນ).
 
			 
			 | 
		
		
			| 
			 ໝາຍເຫດ 
			 | 
			
			
				- ລຸກຄ້າຕ້ອງຮັກສາຍອດເຫຼືອເງິນໃນບັນຊີຕໍ່າສຸດສໍາລັບປະເພດເງິນຝາກປະຢັດສະກຸນເງິນກີບ: 50.000 ກີບ, ສະກຸນເງິນໂດລາ: 10 ໂດລາ, ສະກຸນເງິນບາດໄທ: 500 ບາດ. ສໍາລັບປະເພດບັນຊີເງິນຝາກກະແສລາຍວັນສະກຸນ ເງິນກີບ: 500.000 ກີບ, ສະກຸນເງິນໂດລາ: 50 ໂດລາ, ສະກຸນເງິນບາດໄທ: 2.000 ບາດ. 
 
				- ການຖອນເງິນສົດ ຫຼື ຊໍາລະຄ່າສິນຄ້າ ຫຼື ຄ່າບໍລິການຢູ່ຕ່າງທະນາຄານ ແລະ ຢູ່ຕ່າງປະເທດ ສາມາດນໍາໃຊ້ໄດ້ພຽງແຕ່ບັນຊີຫຼັກເທົ່ານັ້ນ.
 
			 
			 |