ຕູ້ຊໍາລະອັດຕະໂນມັດ (KIOSK)

ຄຸນລັກສະນະ

  • ຕູ້ຮັບຊໍາລະອັດຕະໂນມັດ (KIOSK), ແມ່ນຕູ້ສໍາລັບ ສະແກນ Barcode ເພື່ອພິມໃບເສຍຄ່າທໍານຽມທາງດ້ວຍຕົວເອງ, ເຊິ່ງໄດ້ສ້າງຄວາມສະດວກ ໃຫ້ແກ່ລູກຄ້າຜູ້ທີ່ບໍ່ມີເວລາໃນການເຂົ້າໄປໃຊ້ບໍລິການຢູ່ ທະນາຄານ.
  • ຕູ້ KIOSK ແມ່ນຕູ້ທີ່ໃຊ້ສະເພາະຮັບຊໍາລະຄ່າທໍານຽມທາງ ພ້ອມຮັບພິມໃບເສຍຄ່າທໍານຽມທາງເທົ່ານັ້ນ, ບໍ່ສາມາດເຮັດທຸລະກໍາອື່ນໄດ້.
  • ໝາຍເຫດ: ສາມາດສະແກນ Barcode ພິມໃບເສຍຄ່າທໍານຽມທາງໄດ້ພຽງ 1 ໃບ/ຄັນ . ໂດຍບໍ່ຈໍາກັດເວລາ ສາມາດໃຊ້ບໍລິການໄດ້ຕະຫຼອດ 24 ຊົ່ວໂມງ.

ຜົນປະໂຫຍດ

ທີ່ໄດ້ຮັບ

  • ປະຢັດ​ເວລາ ແລະ​ ຄ່າ​ໃຊ້​ຈ່າຍ, ຂັ້ນ​ຕອນ​ການນໍາໃຊ້​ສະດວກ ວ່ອງ​ໄວ ຈາກຕູ້ຊໍາລະ​ອັດຕະ​ໂນ​ມັດ (KIOSK) ທົ່ວ​ລະບົບ ທີ່​ຕັ້ງ​ຢູ່​ໃກ້​ທ່ານ ແລະ ສາມາດກວດສອບໄດ້.