1. ຜະລິດຕະພັນບັດ BCEL My Way Mastercard

ຜະລິດ​ຕະພັນບັດ BCEL My Way Mastercard

ຄຸນລັກສະນະ

  • ແມ່ນບັດ Prepaid ທີ່ລູກຄ້າສາມາດສາມາດແຕ່ງຮູບພາບໜ້າບັດທີ່ຕົນເອງຕ້ອງການໄດ້ດ້ວຍຕົນເອງ.​ ໃຊ້ແທນການຖືເງິນສົດ, ເປັນບັດ Chip ຕາມມາດຕະຖານສາກົນເຊິ່ງມີຄວາມປອດໄພສູງ, ສາມາດນໍາໃຊ້ເພື່ອຖອນເງິນສົດ ຫຼື ໃຊ້ຊໍາລະຄ່າສິນຄ້າ ຫຼື ການບໍລິການຕ່າງໆຕາມຄຸນລັກສະນະຂອງແຕ່ລະຊະນິດ ແລະ ແຕ່ລະປະເພດຂອງບັດ.
  • ແມ່ນບັດເດບິດແບບຕື່ມເງິນລູກຄ້າຕ້ອງຕື່ມເງິນເຂົ້າບັດກ່ອນຈຶ່ງສາມາດນໍາໃຊ້ເພື່ອຊໍາລະຄ່າສິນຄ້າ  ແລະ ບໍລິການ ຢູ່ຕາມຮ້ານຄ້າທີ່ມີສັນຍາລັກຮັບບັດ Mastercard  ຫລື ຖອນເງິນສົດຈາກ ຕູ້ ATM ໄດ້.
  • ເຊິ່ງລູກຄ້າສາມາດຕື່ມເງິນເຂົ້າບັດຜ່ານ BCEL One ແລະ ປ່ອງບໍລິການ ທຄຕລ.

ຄ່າສະໝັກສະມາຊິກ

 

  • ຄ່າສະໝັກສະມາຊິກ My Way Prepaid 20 ໂດລາ
  • ຄ່າບໍາລຸງຮັກສາປະຈໍາປີ: ບໍ່ມີ
  • ວົງເງິນຕື່ມເຂົ້າບັດ/ມື້: ແຕ່ 10-5.000 ໂດລາ
  • ການເຕີມເງິນເຂົ້າບັດ Prepaid Mastercard ແມ່ນອີງຕາມນະໂຍບາຍປະກາດນໍາໃຊ້ໃນແຕ່ລະໄລຍະຂອງ ທຄຕລ.

ເນື້ອໃນ

Mastercard

ໃນປະເທດ

ຕ່າງປະເທດ

ວົງເງິນໃຊ້ຈ່າຍສູງສຸດ/ມື້ (ໂດລາ)

3.000 USD

5.000 USD

ຈໍານວນຄັ້ງໃຊ້ຈ່າຍ/ 1 ມື້ (ຄັ້ງ)

15

20

ວົງເງິນໃຊ້ຈ່າຍສູງສຸດ/ຄັ້ງ (ໂດລາ)

3.000 USD

5.000 USD

ວົງເງິນຖອນສົດ/1 ມື້ (ຄັ້ງ)

1.000 USD

1.500 USD

ຈໍານວນຄັ້ງຖອນສົດ/1 ມື້ (ຄັ້ງ)

10

10

ວົງເງິນຖອນສົດສູງສຸດ/ຄັ້ງ (ໂດລາ)

1.000 USD

1.500 USD

ເນື້ອໃນ

ຄ່າທຳນຽມຕື່ມເງິນເຂົ້າໃນບັດ Mastercard Prepaid (ທຸກປະເພດບັດ)

ຕື່ມເງິນ 500 ໂດລາ (ລົງມາ)

ຄ່າທຳນຽມ 0,5 ໂດລາ, 4.000 ກີບ, 18ບາດ/ຄັ້ງ/ບັດ

ຕື່ມເງິນ 501,01-10.00,00,00 ໂດລາ

ຄ່າທຳນຽມ    1 ໂດລາ, 8.000ກີບ, 35ບາດ/ຄັ້ງ/ບັດ

ຕື່ມເງິນ 1.001,01-3.000 ,00ໂດລາ

ຄ່າທຳນຽມ 1,5ໂດລາ, 12.000ກີບ, 53ບາດ/ຄັ້ງ/ບັດ

ຕື່ມເງິນ 3001,01-5000,00 ໂດລາ

ຄ່າທຳນຽມ   2 ໂດລາ, 16.000ກີບ, 70ບາດ/ຄັ້ງ/ບັດ

ຄ່າທຳນຽມຖອນເງິນອອກຈາກບັດ (ຜ່ານປ່ອງບໍລິການ ທຄຕລ)

ບໍ່ເກັບ

ຄ່າທຳນຽມໂອນເງິນຈາກບັດໜຶ່ງໄປບັດອື່ນ

ບໍ່ເກັບ

ຄ່າທຳນຽມຫາກບໍ່ມີການເຄື່ອນໄຫວເກີນ 1ປີ

ບໍ່ເກັບ

ສ່ວນຄ່າທຳນຽມອື່ນໆແມ່ນປະຕິບັດຄືກັບຜະລິດຕະພັນບັດວີຊ່າເດບິດຂອງ ທຄຕລ

       

 

​ເງື່ອນໄຂ

ເງື່ອນໄຂສຳລັບຮູບພາບທີ່ສາມາດນຳໃຊ້ໄດ້ກັບບັດ MyWay Mastercard

  • ຮູບພາບທີ່ທ່ານນຳມາເພື່ອສະໝັກຂໍນຳໃຊ້ບັດ MyWay Mastercard ຕ້ອງບໍ່ຂັດກັບເງື່ອນໄຂ ແລະ ຂໍ້ກຳນົດທີ່ລະບຸໄວ້ລຸ່ມນີ້. ຮູບທີ່ທ່ານນຳໃຊ້ຕົກແຕ່ງເພື່ອສະໝັກຂໍນຳໃຊ້ບັດ MyWay Prepaid Mastercard ຕ້ອງເປັນຮູບພາບທີ່ທ່ານເປັນເຈົ້າຂອງກຳມະສິດໃນການນຳໃຊ້. ຮູບພາບ ແລະ ຂໍ້ມູນທີ່ກ່າວໄວ້ຂ້າງລຸ່ມນີ້ ແມ່ນຫ້າມບໍ່ໃຫ້ນຳໃຊ້ເພື່ອສະໝັກນຳໃຊ້ບັດ:
  1. ເຄື່ອງໝາຍການທາງການຄ້າ ຫຼື ຮູບພາບທີ່ເປັນການລະເມີດຕໍ່ລິຂະສິດ, ແບຣນດິ້ງຂອງພາກສ່ວນອື່ນທີ່ບໍ່ກ່ຽວຂ້ອງກັບການສະໝັກຂໍນຳໃຊ້ບັດ.
  2. ຂໍ້ມູນເບີໂທລະສັບ, ເລກບັນຊີ, ທີ່ຢູ່, ຫຼື ຊື່ເວັບໄຊທ໌.
  3. ຮູບພາບຂອງຄົນທີ່ມີຊື່ສຽງ
  4. ຮູບພາບຂອງບຸກຄົນອື່ນທີ່ບໍ່ແມ່ນເຈົ້າຂອງບັດ, ຍົກເວັ້ນເຈົ້າຂອງບັດໄດ້ຮັບອະນຸຍາດຈາກບຸກຄົນໃນຮູບພາບໃຫ້ສາມາດນຳໃຊ້ຢ່າງເປັນລາຍລັກອັກສອນໄດ້.
  5. ເຄື່ອງໝາຍ, ຂໍ້ມູນ, ຫຼື ຕົວເລກທີ່ກ່ຽວຂ້ອງກັບການເມືອງ, ເສດຖະກິດ
  6. ຮູບພາບທີ່ສື່ເຖິງເພດ ຫຼື ຄວາມຮຸນແຮງ
  7. ຮູບພາບໂປ້ ຫຼື ຮູບພາບເປືອຍ ບໍ່ວ່າຈະເປັນເພດໃດ ຫືຼ ອາຍຸເທົ່າໃດກໍ່ຕາມ.​
  8. ຮູບພາບທີ່ກ່ຽວກັບສິ່ງມຶນເມົາ, ຢາປົວພະຍາດ, ຢາເສບຕິດ ຫຼື ອາວຸດຕ່າງໆ.​
  9. ຮູບພາບຂອງໃບເງິນ ທຸກສະກຸນເງິນ
  10. ແລະ ຮູບອື່ນໆທີ່ ທະນາຄານເຫັນວ່າບໍ່ເໝາະສົມ.

Ø ຫລັງຈາກທີ່ທ່ານອັບໂຫລດຮູບພາບ, ໝາຍຄວາມວ່າທ່ານຢັ້ງຢືນເຖິງຄວາມຖືກຕ້ອງຂອງການເປັນເຈົ້າຂອງກຳມະສິດ ແລະ ຄອບຄອງສິດການນຳໃຊ້ຮູບຢ່າງຖືກຕ້ອງຕາມລະບຽບກົດໝາຍ ໂດຍບໍ່ຂັດກັບລິຂະສິດ, ເຄື່ອງໝາຍທາງການຄ້າ, ສິດທິສາທາລະນະ, ສິດທິສ່ວນບຸກຄົນ ແລະ ສິດທິອື່ນໆຂອງບຸກຄົນອື່ນ. ຖ້າມີກໍລະນີ ຖືກຮ້ອງຟ້ອງ ຫຼື ຂັດແຍ່ງໃດໆທີ່ເກີດຂຶ້ນຈາກການນຳໃຊ້ຮູບທີ່ທ່ານໂຫລດເຂົ້າເພື່ອການຂໍສະໝັກນຳໃຊ້ບັດ, ເຈົ້າຂອງບັດຈະຕ້ອງຮັບຜິດຊອບຕໍ່ຜົນເສຍທີ່ຈະເກີດຂຶ້ນແຕ່ພຽງຜູ້ດຽວໂດຍບໍ່ມີຂໍ້ຂັດແຍ່ງໃດໆ.​

2. ຜະລິດຕະພັນບັດ BCEL Standard Prepaid Mastercard

ຜະລິດ​ຕະພັນບັດ BCEL Prepaid Mastercard

ຄຸນລັກສະນະ

  • ແມ່ນບັດ Prepaid ທີ່ລູກຄ້າສາມາດຂໍສະເໜີອອກໃນຮູບແບບທຳມະດາ Standard design. ລູກຄ້າສາມາດສະໝັກຜ່ານ BCEL One ແຕ່ບໍ່ສາມາດເລືອກແບບໜ້າບັດໄດ້. ພຽງແຕ່ບໍ່ສາມາດເລືອກແຕ່ງຮູບໜ້າບັດໄດ້ຄືກັບບັດ My way. ແຕ່ມີຄຸນລັກສະນະການນໍາໃຊ້ ຄືກັນ ທັງຊໍາລະສະສາງ, ຖອນເງິນສົດ ແລະ Shopping Online.
  • ແມ່ນບັດເດບິດແບບຕື່ມເງິນລູກຄ້າຕ້ອງຕື່ມເງິນເຂົ້າບັດກ່ອນຈຶ່ງສາມາດນໍາໃຊ້ເພື່ອຊໍາລະຄ່າສິນຄ້າ  ແລະ ບໍລິການ ຢູ່ຕາມຮ້ານຄ້າທີ່ມີສັນຍາລັກຮັບບັດ Mastercard  ຫລື ຖອນເງິນສົດຈາກ ຕູ້ ATM ໄດ້.ເຊິ່ງລູກຄ້າສາມາດຕື່ມເງິນເຂົ້າບັດຜ່ານ BCEL One ແລະ ປ່ອງບໍລິການ ທຄຕລ.

ຄ່າສະໝັກສະມາຊິກ

 

  • ຄ່າສະໝັກສະມາຊິກ Standard Prepaid 15 ໂດລາ
  • ຄ່າບໍາລຸງຮັກສາປະຈໍາປີ: ບໍ່ມີ
  • ວົງເງິນຕື່ມເຂົ້າບັດ/ມື້: ແຕ່ 10-5.000 ໂດລາ
  • ການເຕີມເງິນເຂົ້າບັດ Prepaid Mastercard ແມ່ນອີງຕາມນະໂຍບາຍປະກາດນໍາໃຊ້ໃນແຕ່ລະໄລຍະຂອງ ທຄຕລ.

ເນື້ອໃນ

Mastercard

ໃນປະເທດ

ຕ່າງປະເທດ

ວົງເງິນໃຊ້ຈ່າຍສູງສຸດ/ມື້ (ໂດລາ)

3.000 USD

5.000 USD

ຈໍານວນຄັ້ງໃຊ້ຈ່າຍ/ 1 ມື້ (ຄັ້ງ)

15

20

ວົງເງິນໃຊ້ຈ່າຍສູງສຸດ/ຄັ້ງ (ໂດລາ)

3.000 USD

5.000 USD

ວົງເງິນຖອນສົດ/1 ມື້ (ຄັ້ງ)

1.000 USD

1.500 USD

ຈໍານວນຄັ້ງຖອນສົດ/1 ມື້ (ຄັ້ງ)

10

10

ວົງເງິນຖອນສົດສູງສຸດ/ຄັ້ງ (ໂດລາ)

1.000 USD

1.500 USD

 

ເນື້ອໃນ

ຄ່າທຳນຽມຕື່ມເງິນເຂົ້າໃນບັດ Mastercard Prepaid (ທຸກປະເພດບັດ)

ຕື່ມເງິນ 500 ໂດລາ (ລົງມາ)

ຄ່າທຳນຽມ 0,5 ໂດລາ, 4.000 ກີບ, 18 ບາດ/ຄັ້ງ/ບັດ

ຕື່ມເງິນ 501,01-10.00,00,00 ໂດລາ

ຄ່າທຳນຽມ    1 ໂດລາ, 8.000ກີບ, 35 ບາດ/ຄັ້ງ/ບັດ

ຕື່ມເງິນ 1.001,01-3.000 ,00ໂດລາ

ຄ່າທຳນຽມ 1,5ໂດລາ, 12.000ກີບ, 53 ບາດ/ຄັ້ງ/ບັດ

ຕື່ມເງິນ 3001,01-5000,00 ໂດລາ

ຄ່າທຳນຽມ   2 ໂດລາ, 16.000ກີບ, 70 ບາດ/ຄັ້ງ/ບັດ

ຄ່າທຳນຽມຖອນເງິນອອກຈາກບັດ (ຜ່ານປ່ອງບໍລິການ ທຄຕລ)

ບໍ່ເກັບ

ຄ່າທຳນຽມໂອນເງິນຈາກບັດໜຶ່ງໄປບັດອື່ນ

ບໍ່ເກັບ

ຄ່າທຳນຽມຫາກບໍ່ມີການເຄື່ອນໄຫວເກີນ 1ປີ

ບໍ່ເກັບ

ສ່ວນຄ່າທຳນຽມອື່ນໆແມ່ນປະຕິບັດຄືກັບຜະລິດຕະພັນບັດວີຊ່າເດບິດຂອງ ທຄຕລ