ຜະລິດ​ຕະພັນບັດ BCEL Virtual Prepaid Mastercard

ຄຸນລັກສະນະ

  • ບັດ Virtual ເປັນບັດສະເໝືອນຈິງ ເຊິ່ງຜູ້ສະໝັກສາມາດນໍາໃຊ້ຜະລິດຕະພັນບັດມາສເຕີ້ຄາດໄດ້ ໂດຍບໍ່ຈຳເປັນຕ້ອງຖືບັດພາສຕິກ (physical card).
  • ຜູ້ສະໝັກສາມາດສະໝັກຜ່ານ BCELOne ໂດຍບໍ່ຈຳເປັນປະກອບແບບຟອມເພີ່ມຕື່ມ. ຫຼັງຈາກສຳເລັດການສະໝັກບັດ ຜູ້ຖືບັດກໍຈະໄດ້ຂໍ້ມູນເລກບັດ, ວັນໝົດອາຍຸ, ຊື່ ແລະ ເລກງ່ຽງ ຢູ່ເທິງ BCELOne ແລະ ຜູ້ນໍາໃຊ້ບັດ Virtual ກໍສາມາດນໍາໃຊ້ບັດເພື່ອການຊື້ຂາຍອອນລາຍໄດ້ເລີຍ.
  • ແຕ່ມີຄຸນລັກສະນະການນໍາໃຊ້ ຄືກັນ ທັງຊໍາລະສະສາງ, ຖອນເງິນສົດ ແລະ Shopping Online.
  • ແມ່ນບັດເດບິດແບບຕື່ມເງິນລູກຄ້າຕ້ອງຕື່ມເງິນເຂົ້າບັດກ່ອນຈຶ່ງສາມາດນໍາໃຊ້ເພື່ອຊໍາລະຄ່າສິນຄ້າ  ແລະ ບໍລິການ ຢູ່ຕາມຮ້ານຄ້າທີ່ມີສັນຍາລັກຮັບບັດ Mastercard  ຫລື ຖອນເງິນສົດຈາກ ຕູ້ ATM ໄດ້. ເຊີ່ງລູກຄ້າສາມາດຕື່ມເງິນເຂົ້າບັດຜ່ານ BCEL One ແລະ ປ່ອງບໍລິການ ທຄຕລ.

ຄ່າສະໝັກສະມາຊິກ

  • ຄ່າສະໝັກສະມາຊິກ Virtual Prepaid Mastercard  10 ໂດລາ
  • ຄ່າສະໝັກສະມາຊິກ Standard Prepaid 15 ໂດລາ
  • ຄ່າສະໝັກສະມາຊິກ My Way Prepaid 20 ໂດລາ
  • ຄ່າບໍາລຸງຮັກສາປະຈໍາປີ: ບໍ່ມີ
  • ວົງເງິນຕື່ມເຂົ້າບັດ/ມື້: ແຕ່ 10-5.000 ໂດລາ
  • ການເຕີມເງິນເຂົ້າບັດ Prepaid Mastercard ແມ່ນອີງຕາມນະໂຍບາຍປະກາດນໍາໃຊ້ໃນແຕ່ລະໄລຍະຂອງ ທຄຕລ.

ເນື້ອໃນ

Mastercard

ໃນປະເທດ

ຕ່າງປະເທດ

ວົງເງິນໃຊ້ຈ່າຍສູງສຸດ/ມື້ (ໂດລາ)

3.000 USD

5.000 USD

ຈໍານວນຄັ້ງໃຊ້ຈ່າຍ/ 1 ມື້ (ຄັ້ງ)

15

20

ວົງເງິນໃຊ້ຈ່າຍສູງສຸດ/ຄັ້ງ (ໂດລາ)

3.000 USD

5.000 USD

ວົງເງິນຖອນສົດ/1 ມື້ (ຄັ້ງ)

1.000 USD

1.500 USD

ຈໍານວນຄັ້ງຖອນສົດ/1 ມື້ (ຄັ້ງ)

10

10

ວົງເງິນຖອນສົດສູງສຸດ/ຄັ້ງ (ໂດລາ)

1.000 USD

1.500 USD